ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະມາຄົມໃຫຍ່ຊາວຫວຽດນາມ ທົ່ວປະເທດລາວ ໄດ້ປຶກສາຫາລືກັບສູນກາງແນວລາວສ້າງຊາດ ເພື່ອວາງແຜນການສະເຫຼີມສະ ຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດ ນາມ -ລາວ 2022 ໂດຍໄດ້ກະກຽມ 8 ກິດຈະກຳ.
ສະມາຄົມໃຫຍ່ຊາວຫວຽດນາມ ທົ່ວປະເທດລາວ ເປັນອົງກອນໜຶ່ງ ພາຍໃຕ້ການຊີ້ນຳ ແລະ ຄຸ້ມ ຄອງຂອງກະຊວງພາຍໃນ ແລະ ຂຶ້ນກັບສະຖານທູດຫວຽດນາມ ປະຈຳລາວ ຊຶ່ງການເຮັດວຽກຂອງສະມາຄົມແມ່ນເປັນອາສາສະໝັກ ໃນນັ້ນງົບປະມານໃຊ້ຈ່າຍ ແລະ ການເຄື່ອນໄຫວວຽກງານຕ່າງໆແມ່ນກຸ້ມຕົນເອງ ແຕ່ເຖິງຈະເຮັດວຽກງານດ້ວຍຄວາມເປັນອາສາສະໝັກແຕ່ທຸກຄົນໃນສະມາຄົມແມ່ນມີຄວາມເສຍສະ ຫຼະສູງ ເຮັດໃຫ້ການເຄື່ອນ ໄຫວວຽກງານຂອງສະມາຄົມ ເປັນໄປຢ່າງຕໍ່ເນື່ອງ ແລະ ໄດ້ປະກອບສ່ວນໃນຫຼາຍໆກິດຈະກຳຂອງອົງການຈັດຕັ້ງພັກ-ລັດ ທີ່ຈັດຂຶ້ນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ ປີສະມາຄີມິດຕະພາບລາວ- ຫວຽດນາມ 2022 ທ່ານ ວິໄຊ ນະວຽງຈັນ ກຳມະການສູນກາງແນວລາວສ້າງຊາດ ກຳມະການສະມາຄົມມິດຕະພາບລາວ- ຫວຽດນາມ ປະທານສະມາຄົມໃຫຍ່ຊາວຫວຽດນາມທົ່ວປະ ເທດລາວ, ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 25 ມີນາ 2022 ວ່າ: ສະມາຄົມໃຫຍ່ຊາວຫວຽດ ນາມທົ່ວປະເທດລາວ ເຮັດວຽກດ້ວຍຄວາມເປັນອາສາສະໝັກ ທຸກຄົນເຮັດວຽກແມ່ນບໍ່ມີເງິນເດືອນ, ໃນຂະນະດຽວກັນ ງົບປະມານໃນການໃຊ້ຈ່າຍ ແລະ ການເຄື່ອນໄຫວວຽກງານຕ່າງໆແມ່ນເປັນຂອງສະມາຄົມ (ກຸ້ມຕົນເອງ).
ທ່ານກ່າວຕື່ມວ່າ: ພາລບົດບາດ ແລະ ໜ້າທີ່ໂດຍກົງຂອງສະມາ ຄົມໃຫຍ່ແມ່ນເພື່ອເຮັດແນວໃດໃນການປຸກລະດົມ, ຊຸກຍູ້ໃຫ້ປະ ຊາຊົນຊາວຫວຽດນາມທີ່ທຳມາ ຫາກິນ ຢູ່ ສປປ ລາວ ໃຫ້ມີຄວາມສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຍາມມີຄວາມລຳບາກ ແລະ ເປັນຂົວເຊື່ອມຕໍ່ລະຫວ່າງສະມາ ຄົມ ກັບອຳນາດການປົກຄອງນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ, ໃນການເຕົ້າໂຮມຄວາມສາມັກຄີ ໂດຍສະມາຄົມພວກເຮົາໄດ້ສ້າງກິດຈະກຳເປັນແຕ່ລະໄລຍະ ເປັນຕົ້ນຈັດພິທີພົບປະສັງສັນ ແລະ ໃນວັນສຳຄັນກໍໄດ້ຈັດພິທີປາຖະ ກະຖາ ຕະຫຼອດຮອດການຈັດ ການແຂ່ງຂັນກິລາ ແລະ ສະແດງສິລະປະວັນນະດີ ຊຶ່ງໄລຍະຜ່ານມາ ພວກເຮົາໄດ້ຈັດມາຢ່າງຕໍ່ ເນື່ອງ ເພື່ອອົບຮົມບົ່ມສອນໃຫ້ຄົນຮຸ່ນຫຼັງໄດ້ສືບທອດຕໍ່ໆກັນໄປ.
ກ່ອນເກີດການລະບາດພະຍາດໂຄວິດ-19 ສະມາຄົມຂອງພວກເຮົາໄດ້ສ້າງກິດຈະກຳຫຼາຍຮູບ ແບບ ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ໃຫ້ສະມາຊິກມີໂອກາດພົບປະ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ໃນນັ້ນໄດ້ພົບປະກັບບັນດານັກທຸລະກິດຫວຽດນາມທີ່ມາລົງທຶນຢູ່ ສປປ ລາວ ກັບນັກທຸລະກິດຂອງລາວ ເພື່ອແລກປ່ຽນບົດຮຽນໃນການດຳເນີນທຸລະກິດ, ນອກຈາກນັ້ນຍັງໄດ້ເອົາໃຈໃສ່ວຽກງານການສຶກສາເປັນພິເສດເພື່ອໃຫ້ເຂົາເຈົ້າຮູ້ຈັກສິລະປະ-ວັດທະນະທຳ ແລະ ຮີດຄອງປະເພນີຂອງລາວເຮົາ.
ທ່ານກ່າວຕື່ມວ່າ: ຫຼັງຈາກເກີດການແຜ່ລະບາດຂອງພະຍາດໂຄວິດ-19 ກວ່າ 2 ປີມານີ້ ສະມາຄົມພວກເຮົາ ກໍໄດ້ເອົາໃສ່ໃນປຸກລະ ດົມນຳບັນດານັກທຸລະກິດ ແລະ ມວນຊົນທົ່ວໄປ ປະກອບສ່ວນດ້ານວັດຖຸ ແລະ ເງິນຄຳ ເພື່ອນຳໄປປະກອບສ່ວນໃຫ້ແກ່ຄະນະສະເພາະກິດ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ໃນນັ້ນຍັງໄດ້ໃກ້ຊິດ, ຕິດຕາມ ແລະ ປະສານງານກັບບັນດາສະມາຄົມຂອງແຕ່ລະແຂວງ ແລະ ສະມາຄົມຂອງພວກເຮົາຢູ່ນະຄອນຫຼວງວຽງຈັນ ເພື່ອສອບຖາມສະລະທຸກສຸກດິບໃນການດຳລົງຊີວິດຢູ່ ສປປ ລາວ ໂດຍສະເພາະແມ່ນຄອບຄົວທີ່ມີຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ ຊຶ່ງຫາກຄອບຄົວໃດພົບຄວາມຫຍຸ້ງຍາກ ພວກເຮົາກໍໃຫ້ຄວາມຊ່ວຍເຫຼືອ.
ປະທານສະມາຄົມໃຫຍ່ຊາວຫວຽດນາມທົ່ວປະເທດລາວ ກ່າວຕື່ມວ່າ: ໃນແຕ່ລະປີ ພວກເຮົາໄດ້ເອົາໃຈໃສ່ໃນການປະກອບສ່ວນ ແລະ ປະຕິບັດໜ້າທີ່ຂອງຕົນ ເປັນຕົ້ນວັນສຳຄັນຂອງ ສປປ ລາວ ແລະ ຂອງ ສສ ຫວຽດນາມ ຊຶ່ງພວກເຮົາໄດ້ມີສ່ວນຮ່ວມໃນການປະກອບສ່ວນຈັດກິດຈະກຳຕ່າງໆ ໂດຍຈັດຮ່ວມກັບການຈັດ ຕັ້ງພັກ-ລັດ.
ສຳລັບປີນີ້ ສະມາຄົມໃຫຍ່ຊາວຫວຽດນາມທົ່ວປະເທດລາວ ໄດ້ປະຊຸມຮ່ວມກັບສູນກາງແນວລາວສ້າງຊາດ ເພື່ອປຶກສາຫາລືກ່ຽວກັບການວາງແຜນ ກະກຽມສະເຫຼີມສະຫຼອງປີສາມັກມິດຕະ ພາບລາວ-ຫວຽດນາມ, ຫວຽດ ນາມ-ລາວ 2022 ຊຶ່ງພວກເຮົາກໍໄດ້ມີການວາງແຜນ ລວມມີ 8 ກິດຈະກຳ ຊຶ່ງກິດຈະກຳຫຼັກໆ ໂດຍຈະມີການຈັດຕັ້ງຄະນະໜຶ່ງຮ່ວມກັນລະຫວ່າງຝ່າຍລາວ- ຫວຽດນາມ ລົງຢ້ຽມຢາມເຂດຫ່າງໄກສອກຫຼີກ (ເຂດເສັ້ນທາງໂຮ່ຈິມິນ) ເຂດຊາຍແດນ ຊຶ່ງຈະໄປຢ້ຽມຢາມ, ຊຸກຍູ້ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ປະຊາຊົນ ຄາດວ່າເດືອນກໍລະກົດຈະລົງຈັດ ຕັ້ງປະຕິບັດ ແລະ ສຳລັບໃນໄລ ຍະເດືອນເມສາ ກໍໄດ້ມີການວາງແຜນໃນຫຼາຍໆກິດຈະກຳ, ນອກ ຈາກນັ້ນກໍຈະເຂົ້າຮ່ວມກິດຈະກຳຕ່າງໆທີ່ການຈັດຕັ້ງພັກ-ລັດ ຈັດຂຶ້ນ, ໃນຂະນະດຽວກັນກໍຈະໄດ້ຮ່ວມກັບຄະນະ ລົງໄປຢ້ຽມຢາມອະນຸສອນສະຖານປະທານ ໂຮ່ຈິມິນ ຢູ່ແຂວງຄຳມ່ວນ ຄາດວ່າໃນເດືອນພຶດສະພາ ແລະ ເຂົ້າ ຮ່ວມການຈັດການແຂ່ງຂັນກິລາ ແລະ ສະແດງສິລະປະແລກປ່ຽນວັດທະນາທຳ ແລະ ອື່ນໆ.
ທ່ານກ່າວໃຫ້ຮູ້ຕື່ມວ່າ: ສະມາຄົາພວກເຮົາຈະສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດ ແລະ ໜ້າທີ່ໂດຍສຸມໃສ່ບັນດາວຽກງານທີ່ມີການວາງແຜນໄວ້ແລ້ວ ໂດຍສະເພາະແມ່ນການວາງແຜນໃນການເຂົ້າ ຮ່ວມການສະເຫຼີມສະຫຼອງປີສາ ມັກຄີມິດຕະພາບລາວ-ຫວຽດ ນາມ 2022 ແລະ ບັນດາກິດຈະ ກຳຂອງສະມາຄົມພວກເຮົາ ແລະ ວຽກງານການຊ່ວຍເຫຼືອສັງຄົມ ຊຶ່ງເປັນແຜນປົກກະຕິຂອງສະມາ ຄົມພວກເຮົາ ແລະ ວຽກງານອື່ນໆໃຫ້ປະສົບຜົນສຳເລັດຕາມແຜນ ທີ່ວາງໄວ້. ເອົາໃຈໃສ່ປຸກລະດົມຊຸກຍູ້ໃຫ້ບັນດາຄອບຄົວທີ່ຍັງພົບກັບຄວາມຫຍຸ້ງຍາກດ້ານເສດຖະ ກິດໃຫ້ພະຍາຍາມບຸກບືນຂຶ້ນຕື່ມ ເພື່ອສ້າງເສດຖະກິດຄອບຄົວຂອງ ຕົນນັບມື້ນັບດີຂຶ້ນ, ປຸກລະດົມຜູ້ປົກຄອງສຶກສາອົບຮົມ – ສັ່ງສອນ ໃຫ້ຄວາມຮູ້ແກ່ລູກຫຼານ ເພື່ອໃຫ້ຫຼີກລ່ຽງ ຫຼື ບໍ່ໃຫ້ໄປກ່ຽວ ພັນກັບສິ່ງທີ່ບໍ່ດີ ເປັນຕົ້ນແມ່ນບັນຫາຢາເສບຕິດ ແລະ ອື່ນໆ, ໃນຂະນະດຽວກັນກໍໄດ້ເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ-ລັດຖະບານໃຫ້ແກ່ ປະຊາ ຊົນຊາວຫວຽດນາມທີ່ດຳລົງຊີວິດຢູ່ ສປປ ລາວ ຮັບຮູ້ ແລະ ເຂົ້າໃຈ, ຊຸກຍູ້ໃຫ້ແຕ່ລະພາກສ່ວນມີໜ້າທີ່ຮັບຜິດຊອບປະຕິບັດພັນທະຂອງຕົນເອງເຂົ້າງົບປະມານຂອງລັດ ເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະ ເທດຊາດ, ປັດຈຸບັນມີຄົນຫວຽດ ນາມມາດຳລົງຊີວິດຢູ່ ສປປ ລາວ ປະມານ 1 ແສນກວ່າຄົນ ໃນຂອບເຂດທົ່ວປະເທດ ແຕ່ສ່ວນຫຼາຍແມ່ນຢູ່ທາງພາກກາງ 50%, ພາກໃຕ້ 30% ແລະ ພາກ ເໜືອ 20%.
ໂອກາດດັ່ງກ່າວ, ທ່ານປະທານສະມາຄົມໃຫຍ່ຊາວຫວຽດນາມທົ່ວປະເທດລາວ ຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ-ລັດ ຊຶ່ງຍາມໃດກໍມີຄວາມເປັນຫ່ວງເປັນໃຍ, ຊຸກຍູ້ ແລະ ອຳນວຍຄວາມສະດວກໃນການທຳມາຫາກິນ ແລະ ການໄປມາຫາສູ່ຢ່າງສະ ດວກສະບາຍ ແລະ ຂໍອອຍພອນໃຫ້ການນຳພັກ-ລັດ ທັງຢູ່ສູນກາງ ແລະ ທ້ອງຖິ່ນຈົ່ງມີສຸຂະພາບເຂັ້ມແຂງ ມີພະລານາໄມສົມບູນ ສືບຕໍ່ຊີ້ນຳ-ນຳພາປະເທດຊາດໃຫ້ນັບມື້ມີຄວາມສີວິໄລ ແລະ ຈະ ເລີນຮຸ່ງເຮືອງຂຶ້ນໄປຢ່າງບໍ່ຢຸດຢັ້ງ ແລະ ອວຍພອນໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ແລະ ປະຊາຊົນຊາວຫວຽດນາມທີ່ດຳ ລົງຊີວິດຢູ່ ສປປ ລາວ ຈົ່ງຮັກ ສາຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂຶ້ນເລື້ອຍໆ, ອວຍ ພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ແລະ ອວຍພອນໃຫ້ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂດຍ: ສຳນານ