ສະມາຊິກພັກ ພະນັກງານຫຼັກແຫຼ່ງຈຳນວນ 41 ຄົນ ຈາກ 4 ຂະແໜງການຄື ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງເສນາ ກະຊວງ ຖະຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ໄດ້ຮັບການຝຶກອົບຮົມທິດສະດີການເມືອງ ການປົກຄອງໄລຍະສັ້ນ 45 ວັນ, ຈັດຂຶ້ນໃນຕອນເຊົ້າ 19 ພະຈິກ 2021 ທີ່ສະຖາບັນສື່ມວນຊົນ ກະຊວງກະຊວງ ຖະຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ກຳມະການປະຈຳພັກກະຊວງ ຖວທ, ເລຂາຄະນະພັກຮາກຖານວິທະຍຸກະຈາຍສຽງແຫ່ງຊາດລາວ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຫົວໜ້າສະຖາບັນສື່ມວນຊົນ, ຜູ້ຕາງໜ້າຈາກໂຮງຮຽນການເມືອງ-ການປົກຄອງແຫ່ງຊາດ, ຮອງກົມ ແລະ ຄູອາຈານເຂົ້າຮ່ວມ.
ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອບຳລຸງສ້າງຄວາມເຂັ້ມແຂງທາງດ້ານທິດສະດີການເມືອງ-ການປົກຄອງໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ໄດ້ຮຽນຫຼັກມູນພື້ນຖານ, ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ຮຽນຮູ້ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດ ຕາມຫຼັກສູດຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ທັງເປັນການປະກອບສ່ວນບຳລຸງ, ຍົກລະດັບຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ທັດສະນຫຼັກໝັ້ນຂອງສະມາຊິກພັກ, ພະນັກງານຈາກກົມກອງອ້ອມຂ້າງກະຊວງ ຖວທ.
ໂອກາດນີ້ ທ່ານ ໂພສີ ແກ້ວມະນີວົງ ກຳມະການປະຈຳພັກກະຊວງ ຖວທ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ມີຄຳເຫັນວ່າ: ວຽກງານພັດທະນາຊັບພະຍາກອນມະນຸດແມ່ນວຽກງານສຳຄັນໜຶ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈຶ່ງຈຳເປັນທີ່ສຸດຕ້ອງມີພະນັກງານທີ່ມີຄວາມໜັກແໜ້ນດ້ານການເມືອງຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮູ້ດ້ານວິຊາສະເພາະໃນອັບດັບທີ່ແນ່ນອນ ເພື່ອນຳພາຊີ້ນຳວຽກງານໃນຂົງເຂດຕ່າງໆດຳເນີນໄປດ້ວຍຄຸນນະພາບສູງ.
ວຽກງານພັດທະນາຊັບພະຍາກອນມະນຸດແມ່ນວຽກງານອັນສຳຄັນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນພາກສ່ວນໜຶ່ງທີ່ເຮັດບົດບາດວຽກງານແນວຄິດຂອງພັກ. ໂດຍສະເພາະການຍົກລະດັບທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ຄວາມສາມາດນຳພາຄຸ້ມຄອງໃຫ້ກັບສະມາຊິກພັກ-ພະນັກງານຫຼັກແຫຼ່ງໃຫ້ສູງຂຶ້ນ ແລະ ໜັກແໜ້ນ ເພາະວ່າພະນັກງານນຳພາຄຸ້ມຄອງມີບົດບາດຕັດສິນການພັດທະນາຂອງອົງການ ຕະຫຼອດຮອດຜົນປະໂຫຍດອັນໃຫຍ່ຫຼວງຂອງປະເທດຊາດ, ເພາະສະນັ້ນ ໃນການຮຽນທິດສະດີການເມືອງ-ການປົກຄອງນີ້ຈະເຮັດໃຫ້ບັນດາສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງບັນດາກົມກອງອ້ອມຂ້າງກະຊວງພວກເຮົາ ທີ່ໄດ້ຝຶກອົບຮົມນີ້ມີໂລກະທັດໃໝ່ ແລະ ຮູ້ກົດເກນໃໝ່, ຮູ້ໄດ້ເຫດ ແລະ ຜົນເພື່ອແກ້ໄຂບັນຫາ ຈະເປັນຜູ້ທີ່ມີຄວາມຮູ້ຄວາມສາມາດໃນການນຳພາ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ ແລະ ກົດໝາຍ, ລະບຽບການຕ່າງໆຂອງລັດວາງອອກໃຫ້ປະກົດຜົນເປັນຈິງຢ່າງດີ.
ທ່ານ ໂພສີ ແກ້ວມະນີວົງ ຮຽກຮ້ອງໃຫ້ສຳມະນາກອນເອົາໃຈໃສ່ຮ່ຳຮຽນຄົ້ນຄວ້າ ເພື່ອນຳເອົາບົດຮຽນໃນຄັ້ງນີ້ໄປນຳໃຊ້ເຂົ້າໃນວຽກງານຕົວຈິງ ໃນຂະແໜງການຂອງຕົນໃຫ້ມີປະສິດທິຜົນ. ຜູ້ເຂົ້າຮ່ວມຄັ້ງນີ້ຈະໄດ້ດຳເນີນການຮຽນ-ການສອນທັງໝົດ 5 ພາກວິຊາກຮຽນຄື :ພາກວິຊາປັດຊະຍາ, ວິຊາເສດຖະສາດ-ການເມືອງ, ພາກວິຊາລັດທິສັງຄົມນິຍົມວິທະຍາສາດ, ວິຊາບໍລິຫານສາດ ແລະ ພາກວິຊາກໍ່ສ້າງພັກ.
ຊຸດອົບຮົມຄັ້ງນີ້ຈະດຳເນີນໄປຮອດວັນທີ 12 ມັງກອນ 2022 ຈຶ່ງຈະສຳເລັດ.
Loading...