ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາແຫ່ງຊາດ ຊຸດທີ IX ນັບແຕ່ຕອນບ່າຍວັນທີ 9 ຫາວັນທີ 16 ພະຈິກ 2021 (ລວມທັງວັນເສົາ) ໄດ້ສຸມໃສ່ພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈຳນວນ 11 ສະບັບ ດ້ວຍສຽງສ່ວນຫຼາຍ ແລະ ມີຄວາມຮັບຜິດຊອບສູງ, ໃນນີ້ ມີກົດໝາຍສ້າງໃໝ່ 4 ສະບັບ ຄື: ກົດໝາຍ ວ່າດ້ວຍຍານພາຫະນະທາງບົກ; ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ; ກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່ ແລະ ກົດໝາຍ ວ່າດ້ວຍເຕັກໂນໂລຊີລະດັບສູງ ແລະ ກົດໝາຍປັບປຸງ 7 ສະບັບ ຄື: ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ; ກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ; ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ; ກົດໝາຍ ວ່າດ້ວຍລັດຖະບານ; ກົດໝາຍ ວ່າດ້ວຍການປະຕິບັດຄຳຕັດສິນຂອສານ;ກົດໝາຍ ວ່າດ້ວຍການສ້າງນິຕິກຳ ແລະ ກົດໝາຍ ວ່າດ້ວຍມໍຣະດົກແຫ່ງຊາດ.
ທ່ານ ຈະເລີນ ເຍຍປາວເຮີ, ຮອງປະທານສະພາແຫ່ງ ຊາດ, ປະທານກຳມາທິ ການກົດໝາຍ, ສະພາແຫ່ງຊາດ ຖະແຫລງໃຫ້ຮູ້ວ່າ: ດ້ວຍຄວາມຮັບຜິດຊອບສູງຂອງບັນ ດາສະມາຊິກສະພາແຫ່ງຊາດແລະ ດ້ວຍຄວາມເປັນເຈົ້າ ການຂອງຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ກໍ່ຄືພະນັກງານວິຊາການທີ່ກ່ຽວຂ້ອງທຸກທ່ານຈຶ່ງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາທັງ 11 ຮ່າງກົດໝາຍດັ່ງກ່າວສຳເລັດຜົນຢ່າງຈົບງາມຕາມແຜນການທີ່ໄດ້ກຳນົດໄວ້, ທັງຮັບປະກັນປະສິດ ທິພາບ ແລະ ປະສິດທິຜົນເປັນຢ່າງດີ. ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ 11 ສະບັບດັ່ງກ່າວ ແມ່ນຜົນສຳເລັດທີ່ສຳຄັນໃນການ ຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຕໍ່ໜ້າຂອງລັດເຮົາ ທີ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາໃນທ້າຍເດືອນ ມີນາ 2021 ທີ່ຜ່ານມາ.
ຜົນສຳເລັດດັ່ງກ່າວນີ້, ເປັນການປະກອບສ່ວນສຳ ຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະ, ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ເປັນລະບົບຄົບຊຸດ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນ ດາປະກົດການຂອງແນວຄິດອິດສະລະເສລີຕາມໃຈຊອບທີ່ຢູ່ເໜືອກົດໝາຍ, ພ້ອມນີ້, ເປັນປັດໄຈຮັບປະກັນໃຫ້ແກ່ການສ້າງລັດ ປະຊາທິປະໄຕປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາ ຊົນ ແລະ ເພື່ອປະຊາ ຊົນເທື່ອລະກ້າວ, ທັງຮັບປະກັນໃຫ້ແກ່ການເຊື່ອມຈອດ, ເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນຂອງປະເທດເຮົາ. ບັນດາກົດໝາຍເຫຼົ່ານັ້ນ ຍັງຈະໄດ້ສືບຕໍ່ປັບ ປຸງຮຽບ ຮຽງໃຫ້ສຳເລັດ ແລະ ສະເໜີຫາທ່ານປະທານປະເທດ ແຫ່ງ ສປປ ລາວ ພິຈາລະນາອອກລັດ ຖະດຳລັດ ປະກາດໃຊ້ຢ່າງເປັນທາງການ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ທ່ານ ຈະເລີນ ເຍຍປາວເຮີ ໃຫ້ຮູ້ຕື່ມວ່າ: ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ 11 ສະບັບມານັ້ນ ເປັນພຽງແຕ່ຜົນສຳເລັດໃນເບື້ອງຕົ້ນໃນການປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຕໍ່ໜ້າເທົ່ານັ້ນ, ສິ່ງສຳຄັນແມ່ນການນຳເອົາກົດໝາຍເຫຼົ່ານັ້ນ ເຂົ້າສູ່ຊີວິດຕົວຈິງຂອງສັງຄົມ ແລະ ເຮັດໃຫ້ກາຍເປັນສະຕິຕື່ນຕົວເຄົາລົບ ແລະ ປະຕິບັດຂອງພະນັກງານ, ສະມາຊິກພັກ, ລັດຖະກອນ, ທະ ຫານ, ຕຳຫຼວດ, ກຳມະກອນ, ກະສິກອນ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ ແລະ ພົນລະເມືອງລາວທຸກຄົນ ລວມທັງຜູ້ບໍ່ມີສັນຊາດ ແລະ ຊາວຕ່າງດ້າວ ທີ່ດຳລົງຊີວິດຢູ່ ສປປ ລາວ.
ດັ່ງນັ້ນ, ຈຶ່ງສະເໜີໄປຍັງບັນດາກະຊວງ, ອົງການທີ່ເປັນເຈົ້າຂອງກົດໝາຍ ຈົ່ງເອົາໃຈໃສ່ໂຄສະນາ, ເຜີຍແຜ່ກົດໝາຍເຫຼົ່ານັ້ນ ໃຫ້ພົນລະເມືອງທຸກຄົນ, ທຸກຊັ້ນຄົນ, ຊົນເຜົ່າ ແລະ ສາສະໜາ ແລະ ທຸກການຈັດຕັ້ງ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ເພື່ອພ້ອມກັນເປັນເຈົ້າໃນການເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ. ພ້ອມກັນນີ້, ສະເໜີໃຫ້ທຸກກະຊວງ, ອົງການ ໃຫ້ຮີບຮ້ອນສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2022 ເພື່ອນຳສະເໜີຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ຮັບປະກັນຄຸນນະພາບ ແລະ ທັນຕາມກຳນົດເວລາ.
ຂ່າວ: ມົດແດງນ້ອຍ
ພາບ: ສໍານານ