ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນວັນທີ 7 ກໍລະກົດ 2022 ສະມາຊິກສະພາແຫ່ງຊາດໄດ້ພິຈາລະນາຮັບຮອງເອົາຮ່າງກົດຫມາຍຈໍານວນ 9 ສະບັບ. ໃນນີ້ມີກົດໝາຍສ້າງໃໝ່ 3 ສະບັບຄື: ກົດຫມາຍວ່າດ້ວຍການຄຸ້ມຄອງອາວຸດ ເເລະ ວັດຖຸລະເບີດ, ກົດຫມາຍວ່າດ້ວຍວິຈີດສີນ ແລະ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ພ້ອມທັງກົດໝາຍປັບປຸງ 6 ສະບັບຄື: ກົດຫມາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ເເລະ ກາງ, ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດຫມາຍວ່າດ້ວຍການເເກ້ໄຂຄໍາຮ້ອງທຸກ, ກົດຫມາຍວ່າດ້ວຍຊັບສີນຂອງລັດ, ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ແລະ ກົດໝາຍວ່າດ້ວຍສານປະຊາຊົນສູງສຸດ. ໂດຍອະນຸກໍາມະການຮັບຜິດຊອບສ້າງ ແລະ ປັບປຸງຮ່າງກົດໝາຍໄດ້ຂືື້ນຊີ້ແຈງອະທິບາຍຕື່ມຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ເລີ່ມຈາກ ພົນຕີ ທອງເຫລັກ ມັງຫນໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ອະທິບາຍເພີ່ມຕື່ມຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດຕໍ່ຮ່າງກົດຫມາຍ ວ່າດ້ວຍການຄຸ້ມຄອງອາວຸດ ເເລະ ວັດຖຸລະເບີດສະບັບສ້າງຂື້ນໃຫມ່ ໂດຍສະເພາະພາກທີ 7 ມາດຕາ 61, ມາດຕາ 62 ເເລະ ມາດຕາທີ 65 ທີ່ຕິດພັນກັນການນໍາໃຊ້ງົບປະມານຄຸ້ມຄອງປົກປັກຮັກສາອາວຸດຕ່າງໆ ລວມເຖິງບັນຫາສໍາຄັນຈໍານວນຫນື່ງ.
ຈາກນັ້ນ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສະຫະກໍາ ເເລະ ການຄ້າໄດ້ຕາງຫນ້າອະນຸກຳມະການຄະນະຮັບຜິດຊອບຮ່າງກົດຫມາຍ ວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ,ວິສາຫະກິດຂະຫນາດນ້ອຍ ເເລະ ກາງສະບັບປັບປຸງ ໂດຍທ່ານໄດ້ອະທີບາຍຄືນກ່ຽວກັບການຄົ້ນຄວ້າປັບປຸງ ເເລະ ລົງເລິກບາງມາດຕາທີ່ເຫັນວ່າຄວນຈະໄດ້ປັບປຸງເພີ່ມຕື່ມ ເເລະ ເຫດຜົນທີ່ຈະຕ້ອງຮັກສາໄວ້ຄືເກົ່າ ໂດຍສະເພາະການເພີ່ມບາງຄໍາສັບເຂົ້າໃສ່ຕື່ມໃນມາດຕາ 1 ເເລະມາດຕາ ອື່ນໆ.
ຫລັງຈາກນັ້ນສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ຮັບຟັງການຊີ້ເເຈງອະທິບາຍເພີ່ມຕື່ມ ຕໍ່ຮ່າງກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດສະບັບປັບປຸງ, ກົດໝາຍວ່າດ້ວຍການເເກ້ໄຂຄໍາຮ້ອງທຸກ ແລະ ກົດຫມາຍວ່າດ້ວຍຊັບສີນຂອງລັດ, ກົດໝາຍວ່າດ້ວຍນໍ້າ ເເລະຊັບພະຍາກອນນໍ້າ ເເລະ ກົດຫມາຍວ່າດ້ວຍການປັບປຸງບາງມາດຕາຂອງກົດຫມາຍວ່າດ້ວຍສານປະຊາຊົນສະບັບປັບປຸງຕາມລໍາດັບ. ຈາກນັ້ນທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄໍາເຫັນສະຫລຸບສັງລວມການປະກອບຄໍາເຫັນ ພ້ອມທັງສະເຫນີໃຫ້ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງລົງຄະເເນນສຽງຮັບຮອງເອົາ 9 ກົດຫມາຍດ້ວຍຄະເເນນສຽງເຫັນດີເປັນສ່ວນຫລາຍ.