ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 4 ກໍລະກົດ 2022, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ສະມາຊິກສະພາແຫ່ງຊາດໄດ້ຄົ້ນຄວ້າ ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍວິຈິດສິນ ຊື່ງເປັນກົດໝາຍສ້າງຂື້ນໃໝ່ທີ່ສະເໜີໂດຍ ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ໂດຍທ່ານຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍສະບັບນີ້ ພາຍຫລັງຈັດຕັ້ງປະຕິບັດດຳລັດວ່າດ້ວຍວິຈິດສິນໃນໄລຍະ 6 ປີຜ່ານມາ ຊື່ງເປັນບ່ອນອີງດ້ານນິຕິກຳໃນການເຄື່ອນໄຫວຄຸ້ມຄອງ, ກວດ ກາ ແລະສົ່ງເສີມວຽກງານວິຈິດສິນ ແຕ່ຜ່ານການຈັດຕັ້ງປະຕິບັດເຫັນວ່າດຳລັດດັ່ງກ່າວຍັງມີຂອບເຂດການນໍາໃຊ້ທີ່ຈໍາກັດ, ເນື້ອໃນບໍ່ທັນລະອຽດຈະແຈ້ງເທົ່າທີ່ຄວນ, ການຄຸ້ມຄອງ, ພັດທະນາ, ປະດິດສ້າງວຍກງານວິຈິດສິນບໍ່ທັນໂດດເດັ່ນ ແລະບັນຫາອື່ນໆ ພ້ອມດຽວກັນນີ້ໃນທ້າຍປີ 2015 ລັດຖະບານລາວໄດ້ເປັນພາຄີ 2 ສົນທິສັນຍາຄື: ສົນທິສັນຍາວ່າດ້ວຍການເກືອດຫ້າມ, ສະກັດກັ້ນ, ການນໍາເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງວັດທະນາທຳທີ່ຜິດກົດໝາຍ ແລະ ສົນທິ ສັນຍາວ່າດ້ວຍຊັບສິນທາງວັດທະນາທໍາທີ່ຖືກລັກລອບ ຫລືສົ່ງອອກຜິດກົດໝາຍ ຊື່ງໄດ້ກຳນົດກ່ຽວກັບນິຍາມ, ມາດຕະການ ແລະລະບຽບການຂອງສົນທິສັນຍາ, ສະນັ້ນການປັບປຸງດຳລັດວິຈິດສິນໃຫ້ເປັນກົດໝາຍວ່າດ້ວຍວິຈິດສິນ ແນໃສ່ເພື່ອສ້າງຄວາມເຊື່ອໃຫ້ແກ່ສາກົນ ແລະເຮັດໃຫ້ການຈັດຕັ້ງປະ ຕິບັດກົດໝາຍດັ່ງກ່າວມີປະສິດທິພາບ ແລະປະສິດທິຜົນ ທັງແທດເໝາະກັບສະພາບຄວາມເປັນຈິງຂອງລາວ ໂດຍສະເພາະການໂຮມບັນດາກົມ, ກອງໃຫ້ກະທັດຮັດ ແລະ ໜັກແໜ້ນເຂັ້ມແຂງ. ພ້ອມດຽວກັນນັ້ນກໍ່ໄດ້ເພີ່ມພາກສະມາຄົມຊື່ງເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າໃຫ້ມີບົດບາດ ແລະ ມີສ່ວນຮ່ວມຢ່າງຈິງຈັງໃນການອະນຸຸລັກ, ປົກປັກຮັກສາສີລະປະວັດທະນາທຳ, ປະຫວັດສາດ ແລະ ທຳມະຊາດ.
ທ່ານ ນາງ ວັນນາ ພົມມີສອນ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ປະກອບຄໍາເຫັນໃນຫລາຍມາດຕາ ເປັນຕົ້ນມາດຕາ 3 ການອະທິບາຍຄໍາສັບມີຫລາຍສັບຄໍາເວົ້າທີ່ຍັງບໍ່ໄດ້ແປລະອຽດເຊັ່ນ: ພຸດທະປະຫວັດ, ພະທາຍເພັດ ແລະ ອື່ນໆ ດັ່ງນັ້ນສະເໜີໃຫ້ອະນຸກຳມະການປັບປຸງຄືນເພື່ອໃຫ້ເຂົ້າໃຈງ່າຍ ແລະ ເປັນເຄື່ອງມືຮັບໃຊ້ໃນຂົງເຂດວິຈິດສິນຢ່າງແທ້ຈິງ.
ທ່ານ ແດງ ປະທຸມທອງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ປະກອບຄໍາເຫັນກ່ຽວກັບຈຸດປະສົງຂອງການສ້າງຮ່າງກົດໝາຍວ່າດ້ວຍວິຈິດສິນ ໂດຍສະເໜີໃຫ້ກຳນົດແຈ້ງຕື່ມ ແລະ ສ່ອງແສງໃຫ້ເຫັນທາດແທ້ຂອງກົດໝາຍຢ່າງຈະແຈ້ງ ເປັນຕົ້ນການຄຸ້ມຄອງ, ການອະນຸລັກ ແລະ ການສົ່ງເສີມ ພ້ອມທັງຮຽບຮຽງຄືນແຕ່ລະຂັ້ນຕອນ ເພື່ອໃຫ້ມີຄວາມສອດຄ່ອງກວ່າເກົ່າ.
ຮ່າງກົດໝາຍວ່າດ້ວຍວິຈິດສິນປະກອບມີ 11 ພາກ, 9 ໝວດ ແລະ 87 ມາດຕາ ຄາດວ່າເມື່ອຮ່າງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍບາຍອັນຈະແຈ້ງຂອງພັກ ແລະ ລັດຖະບານໃນການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ອະນຸລັກ, ບູລະນະປະຕິສັງຂອນ ລວມທັງມາດຕະການຕ່າງໆຕໍ່ວິຈິດສິນ ເພື່ອຮັກສາໄວ້ຄຸນຄ່າທາງດ້ານສິລະປະວັດທະນາທຳ, ປະຫວັດສາດ ແລະ ທຳມະຊາດ, ຕ້ານ ແລະ ສະກັດກັ້ນການບຸກລຸກ, ທໍາລາຍມໍລະດົກທາງດ້ານວິຈິດສິນທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃຫ້ຍືນຍົງຄຽງຄູ່ຊາດລາວຕະຫລອດໄປ.

