ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9.
ໃນຕອນເຊົ້າ 13 ທັນວາ 2022, ທີ່ຫໍສະພາແຫ່ງຊາດນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ
ສະມາຊິກສະພາແຫ່ງຊາດໄດ້ຄົ້ນຄ້ວາ, ພິຈາລະນາ ແລະປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການກວດກາລັດ ທີ່ສະເໜີໂດຍທ່ານ ຄໍາພັນ ພົມມະທັດ, ປະທານອົງ
ການກວດກາແຫ່ງລັດໂດຍທ່ານໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍການກວດກາລັດໃນໄລຍະຜ່ານມາພາຍຫລັງໄດ້ຮັບຮອງແລະປະກາດໃຊ້ໃນປີ2007
ເປັນຕົ້ນມາ ຊື່ງຜ່ານການປັບປຸງຄັ້ງທີ 1 ໃນປີ 2017 ແລະຄັ້ງນີ້ເປັນຄັ້ງທີ 2 ເນື່ອງຈາກການຈັດຕັ້ງປະຕິບັດຕົວຈິງເຫັນວ່າຍັງມີຂໍ້ຈໍາກັດ ແລະ ຊ່ອງຫວ່າງຕໍ່ວຽກງານ
ກວດກາຫລາຍດ້ານ ທັງຖືເບົາຕໍ່ການປະຕິບັດເນື້ອໃນທີ່ກຳນົດກໍ່ຄືການແກ້ໄຂເມື່ອມີການລະເມີດກົດໝາຍ, ສະນັ້ນຈີ່ງມີຄວາມຈໍາເປັນໃນການປັບປຸງລະບົບການຈັດ
ຕັ້ງ, ລະບຽບກົນໄກຕ່າງໆໃນການເຄື່ອນໄຫວກວດກາລັດ ເພື່ອຍົກສູງບົດບາດວຽກງານກວດກາໃຫ້ສູງຂື້ນ ແລະມີຄວາມເຂັ້ມແຂງ, ເປັນລະບົບ ແລະເປັນເອກະພາບ
ຮັບປະກັນໃຫ້ວຽກງານກວດກາມີຄວາມສັກສິດ ແລະມີປະສິດທິຜົນ. ສໍາລັບຮ່າງກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງໃໝ່ນີ້ປະກອບມີ 9 ພາກ, 9 ໝວດ
ແລະ 81 ມາດຕາ.

ທ່ານ ສີຄໍາ ບຸນມີໄຊ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ປະກອບ ໃສ່ມາດຕາ 29 ກ່ຽວກັບການແກ້ໄຂຜົນການກວດກາ ໂດຍຊີ້ໃຫ້
ເຫັນການຈັດຕັ້ງປະຕິບັດວຽກງານກວດກາໄລຍະຜ່ານຈັດຕັ້ງປະຕິບັດໄດ້ດີແລ້ວ,ມີການຕິດຕາມກວດກາໃນແຕ່ໄລຍະ ແຕ່ການແກ້ໄຂຜົນຂອງການກວດກາແມ່ນຍັງ
ໄດ້ໜ້ອຍ ສະນັ້ນຄວນລະບຸເນື້ອໃນຂອງມາດຕານີ້ໃຫ້ລະອຽດຕື່ມ ໂດຍສະເພາະນອກຈາກລົງວິໄນດ້ານບໍລິຫານແລ້ວ ຄວນກຳນົດຕື່ມວ່າຕາມລະບຽບກົດໝາຍ.

ທ່ານ ອຳໄພ ຈິດມານົນ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງ ຈໍາປາສັກ ປະ ກອບຄໍາເຫັນຕໍ່ມາດຕາ 35 ເປັນມາດຕາທີ່ເພີ່ມເຂົ້າໃໝ່ເວົ້າເຖິງ
ທີ່ຕັ້ງຂອງອົງການກວດກາລັດແຕ່ລະຂັ້ນ ຊື່ງກຳນົດຂັ້ນຂອງການກວດກາ 5 ຂັ້ນໃນນັ້ນວັກສຸດທ້າຍເຫັນວ່າບໍ່ຈໍາເປັນກໍານົດໃສ່, ສ່ວນມາດຕາ 31 ການແຈ້ງຜົນການ
ກວດກາຄວນລະບຸໃຫ້ລະອຽດຈະແຈ້ງກວ່າເກົ່າ ເພື່ອສະດວກໃນການຈັດຕັ້ງປະຕິບັດຕົວຈິງ.

ພາຍຫລັງສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆສໍາເລັດການປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງແລ້ວຕາງໜ້າຄະນະ
ຮັບຜິດຊອບປັບປຸງຮ່າງກົດໝາຍໄດ້ຊີ້ແຈງອະທິບາຍບາງບັນຫາທີ່ສະມາຊິກສະພາແຫ່ງຊາດມີຄວາມສົນໃຈ ແລະປະກອບຄໍາເຫັນເຂົ້າໃສ່ຫລາຍ ຈາກນັ້ນປະທານກອງ
ປະຊຸມໄດ້ສະຫລຸບສັງລວມພ້ອມທັງສະເໜີໃຫ້ຄະນະຮັບຜິດຊອບນໍາໄປປັບປຸງຄືນເພື່ອໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນຄົບຖ້ວນ,ຮັດກຸມທັງສາມາດນໍາໄປຈັດຕັ້ງປະຕິ
ບັດຢ່າງມີປະສິດທິຜົນ, ສ່ວນຕອນບ່າຍມື້ນີ້ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ຕາມວາລະແລ້ວ ສະມາຊິກສະພາແຫ່ງຊາດຈະໄດ້ຄົ້ນຄ້ວາ,
ພິຈາລະນາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍວິທະຍາສາດ ແລະເຕັກໂນໂລຊີ ສະບັບປັບປຸງ.