ກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 23 ທັນວາ 2022 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດໄດ້ສືບຕໍ່ປະກອບຄໍາເຫັນໃສ່ບົດລາຍງານຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ ຊື່ງເຫັນວ່າບັນຍາກາດການປະກອບຄໍາເຫັນລ້ວນແຕ່ດຳເນີນໄປດ້ວຍຄວາມຮັບຜິດຊອບສູງ ແລະຍົກໃຫ້ເຫັນເຖິງບັນຫາຄົງຄ້າງທີ່ 2 ອົງການຕ້ອງສືບຕໍ່ປັບ ປຸງແກ້ໄຂໃຫ້ດີຂື້ນ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານກວດສອບ ແລະ ກວດກາມີປະສິດພາບກວ່າເກົ່າ ໃນນີ້ບັນຫາທີ່ສະມາຊິກສະພາແຫ່ງຊາດເນັ້ນໜັກຫລາຍແມ່ນການປັບປຸງດ້ານບຸກຄະລາກອນ, ກົນໄກການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງນັບແຕ່ສູນກາງລົງຮອດທ້ອງຖີ່ນ, ການປັບປຸງນິຕິກຳໃຫ້ສອດຄ່ອງ ແລະແທດເໝາະເພື່ອອັດຊ່ອງຫວ່າງຕ່າງໆທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ ລວມເຖິງການດຳເນີນມາດຕະການຂັ້ນເດັດຂາດຕໍ່ເປົ້າໝາຍທີ່ລະເມີດ ແລະການແກ້ໄຂຜົນການກວດສອບ, ກວດກາຕ້ອງໄດ້ຮັບຈັດຕັ້ງປະຕິບັດຢ່າງເດັດຂາດແລະວ່ອງໄວເມື່ອກວດພົບ.
ທ່ານ ກົງໃຈ ສີດາວົງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ປະກອບ ຄໍາເຫັນ ແລະ ແລກປ່ຽນຫລາຍບັນຫາກ່ຽວກັບບົດລາຍງານຂອງອົງການກວດສອບ ໂດຍສະເພາະການເຄື່ອນໄຫວວຽກງານກວດສອບປະຈໍາປີ 2022 ຫລາຍເປົ້າໝາຍຍັງບໍ່ໄດ້ຮັບການແກ້ໄຂ ຍີ່ງໄປກວ່ານັ້ນເປົ້າໝາຍທີ່ຖືກກວດກາຍັງມີລັກສະນະລະເມີດວິໄນແຜນການ ແລະການເງິນ ສະນັ້ນບັນຫາເຫລົ່ານີ້ຄວນໄດ້ຮັບການປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະເປັນລະບົບກວ່າເກົ່າ.
ທ່ານ ຄໍາສິງ ໄຊສົມແພງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ປະ ກອບຄໍາເຫັນຕໍ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນທີ່ສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງປະຊາຊົນຫລາຍກວ່າ 6.800 ກວ່າຄອບຄົວ ມູນຄ່າຫລາຍກວ່າ 1.900 ຕື້ ໃນນີ້ໄດ້ທົດແທນໃຫ້ປະຊາຊົນແລ້ວ 5.837 ຄອບຄົວ ຍັງເຫລືອ 1.000 ກວ່າຄອບຄົວ ໂດຍສະເໜີໃຫ້ພາກສ່ວນກ່ຽວຂ້ອງຕິດຕາມ ແລະການປະເມີນຍັງບໍ່ຈະແຈ້ງເທົ່າທີ່ຄວນ, ລວມເຖິງບັນຫາການຕີລາຄາການປະເມີນຂອງຄະນະກຳມະ ການຍັງບໍ່ເໝາະສົມເທົ່າທີ່ຄວນ.
ພາຍຫລັງສະມາຊິກສະພາແຫ່ງຊາດສໍາເລັດການປະກອບຄໍາເຫັນຕໍ່ບົດລາຍງານຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດແລ້ວ ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ແລະທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດໄດ້ຊີ້ແຈງຫລາຍບັນຫາຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ນອກຈາກນີ້ສະມາຊິກສະພາແຫ່ງຊາດຍັງຈະໄດ້ຮັບຟັງການຊີ້ແຈງຈາກບັນດາລັດຖະມົນຕີກ່ຽວຂ້ອງຕໍ່ບົດລາຍງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ເປັນຕົ້ນກະຊວງແຜນການ ແລະການລົງທືນ, ກະຊວງການເງິນ ແລະກະຊວງໂຍທາທິການ ແລະຂົນສົ່ງ ແລະທະນາຄານແຫ່ງສປປລາວ.


