ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1ພະຈິກ 2023, ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝຮອດປີ 2025 ແລະ ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຢ່າງເປັນຂະບວນຟົດຟື້ນ ກົງໄປກົງມາ ແລະ ມີລັກສະນະສ້າງສັນ ເຊິ່ງການປະກອບຄຳເຫັນເປັນໄປຕາມການເຈາະຈີ້ມຂອງກອງປະຊຸມ.
ໂອກາດນີ້ ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໂດຍສະເພາະການແກ້ໄຂເງິນຕາ ແລະ ການຊຸກຍູ້ການຜະລິດພາຍໃນເປັນສິນຄ້າ, ການສ້າງແຫ່ງອາຫານພາຍໃນ, ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
ເຊິ່ງທ່ານ ແກ້ວລັດຕະນະ ສີຫາວົງ ສະມາຊິກສະພາແຫ່ງຊາດ ປະຈຳ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄຳເຫັນ ແລກປ່ຽນຕໍ່ແຜນພັດທະນາຂອງລັດຖະບານ ບາງຕອນທ່ານກ່າວວ່າ : ສຸມໃສ່ການຊຸກຍູ້ຂະບວນການຜະລິດເປັນສິນຄ້າໃນທ້ອງຖີ່ນຢ່າງເຄັ່ງຄັດ, ໂອກາດປີທ່ອງທ່ຽວລາວ 2024 ນີ້ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນເຊັ່ນ : ການແກ້ໄຂບັນຫາຂ່າວລວງຂ່າວປອມ, ການປຸ້ນຈີ້ຊິງຊັບ, ການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາອື່ນໆ ທີ່ຈະສ້າງພາບລັກອັນບໍ່ດີຕໍ່ກັບປະເທດເຮົາໃຫ້ກັບນັກທ່ອງທ່ຽວ,
ນອກຈາກນີ້ການຜັນຂະຫຍາຍການຈັດຕັ້ງປະຕິບັດການແກ້ໄຂບັນຫາເງິນຕາ ໂດຍສະເພາະການເກັບຊື້ຜົນຜະລິດກະສິກຳຂັ້ນທ້ອງຖີ່ນໃຫ້ເຂົ້າສູ່ລະບົບ ແລະ ຂອດການບໍລິການດ້ານເງິນຕາຢູ່ດ່ານທີ່ອຳນວຍຄວາມສະດວກແກ່ນັກທ່ອງທ່ຽວ.


