ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 12 ກໍລະກົດ 2023 ດໍາເນີນພາຍໃຕ້ການເປັນປະທານ ຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ຜູ້ແທນກອງປະຊຸມ ໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ ເຊິ່ງເປັນຮ່າງກົດໝາຍສະບັບປັບປຸງ
ໂອກາດນີ້ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຂື້ນຜ່ານຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ, ຊື່ງເປັນກົດໝາຍໜຶ່ງທີ່ມີຄວາມສໍາຄັນຫຼາຍໃນວຽກງານຄຸ້ມຄອງ, ແລະ ຕິດຕາມກວດກາ ການເຄື່ອນໄຫວຂອງທະນາຄານທຸລະກິດ ທັງເປັນບ່ອນອີງພື້ນຖານໃຫ້ແກ່ ທະນາຄານແຫ່ງ ສປປ ລາວ ໃນການກຳນົດ ລະບຽບການສະເພາະ ເພື່ອຄຸ້ມຄອງກວດກາທະນາຄານທຸລະກິດ ລວມໄປເຖິງ ການຄົ້ນຄວ້າອະນຸຍາດດໍາເນີນທຸລະກິດ ທະນາຄານ ເຮັດໃຫ້ລະບົບທະນາຄານທຸລະກິດ ມີຄວາມເຂັ້ມແຂງ ແລະ ໝັ້ນຄົງໂດຍພື້ນຖານ.
ຮ່າງກົດໝາຍສະບັບນີ້ ປະກອບມີທັງໝົດ 12 ພາກ, 14 ໝວດ ແລະ 114 ມາດຕາ; ໃນນັ້ນ, ໄດ້ເພີ່ມເຂົ້າ ໃໝ່ 1 ພາກ ແລະ 8 ມາດຕາ, ໄດ້ປັບປຸງຮຽບຮຽງເນື້ອໃນເກົ່າຄືນໃໝ່ ຈຳນວນ 51 ມາດຕາ ແລະ ຮັກສາເນື້ອໃນເກົ່າ ໄວ້ ຈໍານວນ 55 ມາດຕາ (ທຽບກັບກົດໝາຍສະບັບເກົ່າ ມີ 11 ພາກ, 14 ໝວດ ແລະ 106 ມາດຕາ)
ບາງຕອນທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ : ທະນາຄານທຸລະກິດ ໃນ ສປປ ລາວ ມີທັງໝົດ ຈໍານວນ 42 ແຫ່ງ; ໃນນັ້ນ, ປະກອບມີ ທະນາຄານທຸລະກິດລັດ 01 ແຫ່ງ, ທະນາຄານ ສະເພາະກິດ 01 ແຫ່ງ, ທະນາຄານລັດຮ່ວມທຶນ 05 ແຫ່ງ, ທະນາຄານເອກະຊົນ 08 ແຫ່ງ, ທະນາຄານທຸລະກິດທີ່ ເປັນບໍລິສັດລູກຂອງທະນາຄານທຸລະກິດຕ່າງປະເທດ 08 ແຫ່ງ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ 19 ແຫ່ງ.
ພ້ອມນັ້ນ, ຍັງມີສາຂາທະນາຄານທຸລະກິດ ຈຳນວນ 114 ສາຂາ, 538 ໜ່ວຍບໍລິການ ແລະ ຕູ້ ATM ຈຳນວນ 1.496 ຕູ້. ທະນາຄານທຸລະກິດທົ່ວລະບົບມີການເຕີບໂຕຢ່າງຕໍ່ເນື່ອງ ໄລຍະ 5 ເດືອນຕົ້ນປີ 2023, ມີຊັບສິນທັງໝົດ ເພີ່ມຂຶ້ນ 33,25% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ 11,93% ທຽບໃສ່ທ້າຍປີ 2022, ສາມາດ ລະດົມເງິນຝາກໄດ້ເພີ່ມຂຶ້ນ 28,78% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ 9,22% ທຽບໃສ່ທ້າຍປີ 2022 ແລະ ສິນເຊື່ອ ເພີ່ມຂຶ້ນ 32,77% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ 7,39% ທຽບໃສ່ທ້າຍປີ 2022.
May be an image of 9 people and text