ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 20 ພະຈິກ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ສະມາຊິກສະ ພາແຫ່ງຊາດໄດ້ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຜູ້ພິພາກສາສະ ບັບປັບປຸງ ທີ່ສະເໜີໂດຍທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຊື່ງທ່ານໄດ້ ຍົກໃຫ້ເຫັນວ່າ: ກົດໝາຍວ່າດ້ວຍຜູ້ພິພາກສາທີ່ນຳໃຊ້ໃນປັດຈຸບັນ ຖືກຮັບຮອງ ແລະປະກາດໃຊ້ໃນປີ 2017, ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ຜູ້ພິພາກສາໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ກຳນົດໄວ້ໃນກົດໝາຍ ພ້ອມກັນນັ້ນກົດໝາຍວ່າດ້ວຍຜູ້ພິພາກສາ ຍັງເປັນເຄື່ອງມືອັນສໍາ ຄັນໃຫ້ແກ່ການຄຸ້ມຄອງ ແລະ ການຕິດຕາມ ກວດກາ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງ ຜູ້ພິພາກສາ ເປັນຕົ້ນການພິຈາລະນາຕັດສີນ ແລະ ພິພາກສາຄະດີໃຫ້ມີຄວາມວ່ອງໄວ, ໂປງໃສ, ຖືກ ຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມດີຂຶ້ນຕາມລໍາດັບ, ແຕ່ເຫັນວ່າຍັງມີຄວາມຫຍຸ້ງຍາກຍ້ອນ ມີບາງເນື້ອ ໃນບໍ່ຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ບໍ່ທັນສອດຄ່ອງກັບກົດໝາຍ ແລະສະພາບຄວາມ ເປັນຈິງ ເປັນຕົ້ນມາດຕະຖານ ແລະ ເງື່ອນໄຂໃນການແຕ່ງຕັ້ງເປັນຜູ້ພິພາກສາສູງເກີນໄປ, ແຕ່ສະພາບ ຄວາມເປັນຈິງ ຂອງຜູ້ພິພາກສາເຮົາ ສ່ວນຫຼາຍຍັງບໍ່ໄດ້ຕາມມາດຕະຖານ ແລະເງື່ອນໄຂທີ່ກໍານົດໄວ້ ຈຶ່ງເຮັດໃຫ້ການ ສ້າງຜູ້ພິພາກສາມີຄວາມຊັກຊ້າ, ແກ່ຍາວ ແລະ ບໍ່ທ່ວງທັນຕາມຄວາມຮຽກຮ້ອງຕ້ອງ ການຂອງວຽກງານສ້າງຜູ້ພິພາກສາໃນໄລຍະໃໝ່ ແລະບັນຫາອື່ນໆ.

ທ່ານ ສຸກສະຫວັນ ຈັນທິສຸກ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 14 ແຂວງສາລະວັນ ປະ ກອບຄໍາເຫັນໃສ່ມາດຕາ 56 ການປະເມີນຜູ້ພິພາກສາ ທີ່ເວົ້າເຖິງການປະພຶດ, ການຍ້ອງຍໍ ແລະການ ລົງວິໄນຕໍ່ຜູ້ພິພາກສາ ຄວນກຳນົດມາດຕະການລະອຽດຕື່ມຕໍ່ຜູ້ພິພາກສາທີ່ບໍ່ມີຄວາມຮັບຜິດຊອບຕໍ່ ການຄົ້ນຄວ້າ ແລະພິຈາລະນາຄະດີ.
ທ່ານ ນາງ ສວຍເພັດ ທອງສົມບັດ ສະມາຊິກສະພາແຫ່ງຊາດເຂດເລືອກທີ 8 ແຂວງຫົວພັນ ປະກອບຄໍາເຫັນໃສ່ມາດຕາ 13 ມາດຕະຖານລວມຂອງຜູ້ພິພາກສາ ຄວນກຳນົດລະອຽດຕື່ມກ່ຽວກັບ ລະ ດັບທິດສະດີການເມືອງການປົກຄອງຂອງຜູ້ພິພາກສາ ຄວນໃຫ້ສອດຄ່ອງກັບຕໍາແໜ່ງບໍລິຫານ.
ກົດໝາຍວ່າດ້ວຍຜູ້ພິພາກສາສະບັບປີ 2017 ປະກອບດ້ວຍ XII ພາກ, 10 ໝວດ, 56 ມາດຕາ. ສ່ວນຮ່າງກົດໝາຍວ່າດ້ວຍຜູ້ພິພາກສາສະບັບປັບປຸງໃໝ່ ປະກອບດ້ວຍ XII ພາກ, 12 ໝວດ ເພີ່ມ 2 ໝວດ, 68 ມາດຕາ, ເພີ່ມເຂົ້າໃໝ່ 12 ມາດຕາ, ປັບປຸງ 36 ມາດຕາ ແລະ ຍັງຮັກເກົ່າ 20 ມາດຕາ.
ພາຍຫຼັງກົດໝາຍວ່າດ້ວຍຜູ້ພິພາກສາ ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນ ເຄື່ອງມືດ້ານນິຕິກໍາສໍາຄັນໃນການຄຸ້ມຄອງ, ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ໄດ້ຢ່າງມີປະສິດທິພາບ, ຮັບປະກັນໃຫ້ການຕັດສີນ, ພິພາກສາຄະດີ ມີຄວາມວ່ອງໄວ, ໂປ່ງໃສ, ຖືກ ຕ້ອງ ແລະ ເປັນທໍາຍິ່ງຂຶ້ນ; ເຮັດໃຫ້ເນື້ອໃນ, ຄວາມໝາຍຂອງມາດຕາ ທີ່ໄດ້ເພີ່ມເຂົ້າໃໝ່ ແລະ ປັບປຸງ ມີເນື້ອໃນຄົບຖ້ວນ, ມີຄວາມຈະແຈ້ງ, ຮັດກຸມ, ສົມບູນຂື້ນກວ່າເກົ່າ ແລະ ສາມາດຈັດຕັ້ງປະຕິບັດໄດ້ ງ່າຍ; ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຜູ້ພິພາກສາໂດຍສະເພາະໃນການທຽບຊັ້ນ, ການ ເລື່ອນຊັ້ນ, ການສອບເສັງ, ການຍົກຍ້າຍ ຫຼືສັບປ່ຽນບ່ອນປະຈຳການຂອງຜູ້ພິພາກສາໃຫ້ແທດເໝາະ, ທ່ວງທັນກັບສະພາບຄວາມເປັນຈິງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.


