ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ແຜ່ລະບາດໃນ ສປປ ລາວ ໄລຍະງານບຸນ ສະ ເຫລີມສະຫລອງປີໃໝ່ລາວ ທີ່ຈະມາເຖິງນີ້, ລັດຖະບານ ກໍຄື ຄະນະສະເພາະກິດ ຮຽກຮ້ອງໃຫ້ພໍ່ແມ່, ປະຊາຊົນ, ໃຫ້ເອົາໃຈໃສ່ດູແລຮັກສາສຸຂະພາບຂອງຕົນ, ຫລຸດຜ່ອນງານສ້າງສັນ, ຖ້າຈຳເປັນກໍຂໍໃຫ້ຈັດງານພາຍໃນຄອບຄົວ ແລະ ບົນພື້ນຖານປະຢັດມັດທະຍັດ ຕາມຮີດຄອງປະເພນີອັນດີງາມ ຂອງລາວເຮົາ. ພ້ອມທັງເນັ້ນ, ໃຫ້ມີສະຕິໃນການປະຕິບັດຕາມແຈ້ງການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ແລະ ເຂັ້ມງວດ ເປັນຕົ້ນ ມາດຕະການປ້ອງກັນການຕິດເຊື້ອໃນສັງຄົມ ເຊັ່ນ: ການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ, ລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມື ຫລື ເຫລົ້າ 70, ຮັກສາໄລຍະຫ່າງໃນສັງຄົມຢ່າງໜ້ອຍ ໄລຍະ 1 ແມັດຂຶ້ນໄປ.
ທ່ານ ນາງ ລັດສະໝີ ວົງຄຳຊາວ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 5 ເມສາ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 980 ຄົນ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 138.020 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ.
ທ່ານ ນາງ ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ມາຮອດໃນວັນທີ 5 ເມສາ 2021 ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.769 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທ 1.384 ຄົນ, ດ່ານລາວ-ຈີນ 35 ຄົນ, ດ່ານລາວ-ຫວຽດນາມ 1.050 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 300 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ມາກວດຫາເຊື້ອພະຍາດໂຄວິດ-19. ຈາກນັ້ນ, ນຳໄປສະຖານທີ່ຈຳກັດບໍລິເວນ 14 ວັນ. ມາຮອດປັດຈຸບັນ, ທົ່ວປະເທດມີສະຖານທີ່ ຈຳກັດບໍລິເວນທັງໝົດ 34 ສູນ, ມີຜູ້ຖືກກຳຈັດບໍລິເວນ 4.569 ຄົນ.
ຂ່າວ: ກິດຕາ