ສະຖາບັນເລືອດແຫ່ງຊາດໄດ້ຈັດງານສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ຂຶ້ນໃນວັນທີ 14 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍ ໂດຍການເຂົ້າຮ່ວມຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທັງເປັນຮອງປະທານ ຄະນະກຳມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ, ໂດຍການເຂົ້າຮ່ວມຂອງຄະນະນຳກະຊວງຕ່າງໆ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນທົ່ວໄປໃນນະຄອນຫຼວງວຽງຈັນເຂົ້າຮ່ວມ ປະມານ 1.000 ຄົນ.
ຈຸດປະສົງ ເພື່ອສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ວັນທີ14 ມິຖຸນາ ຊຶ່ງຢູ່ປະເທດຕ່າງໆໃນທົ່ວໂລກກໍໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດ ທີ່ເຂົາເຈົ້າໄດ້ມອບຂອງຂວັນ ທີ່ມີຄ່າທີ່ສຸດຕໍ່ຊີວິດ ນັ້ນກໍຄືການບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສຳນຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ, ເລືອດ ແລະ ຜະລິດຕະພັນເລືອດ ທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານ, ຈຳນວນຄົນເຈັບທີ່ຕ້ອງການນໍາໃຊ້ເລືອດ ມາຈາກແມ່ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ຍຸງ (Malaria), ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ໄພທາງທໍາມະຊາດ ລວມເຖິງການຜ່າຕັດຊະນິດຕ່າງໆ. ເຖິງແນວໃດກໍຕາມ ແມ່ນວ່າຄວາມຕ້ອງການເລືອດຢູ່ທົ່ວໂລກເປັນສິ່ງສຳຄັນກໍຕາມ ແຕ່ການໄດ້ຮັບເລືອດ ແລະ ຜະລິດຕະພັນເລືອດ ຈາກເລືອດທີ່ມີຄຸນນະພາບ ແລະ ປອດໄພ ຍັງເຮັດໄດ້ພຽງໃນບາງປະເທດເທົ່ານັ້ນ ແຕ່ຍັງມີອີກຫຼາຍປະເທດ ຍັງຄົງປະສົບກັບບັນຫາ ແລະ ຍັງເປັນຄວາມທ້າທາຍໃນດ້ານການຈັດຫາເລືອດ ແລະ ຜະລິດຕະພັນເລືອດທີ່ມີຄຸນນະພາບປອດໄພ.
ສໍາລັບແນວຄວາມຄິດຂອງວັນຜູ້ບໍລິຈາກເລືອດໂລກໃນປີ 2023 ການປຸກລະດົມໃຫ້ມີການບໍລິຈາກເລືອດ, ການບໍລິການເລືອດ ແລະ ຜະລິດຕະພັນຂອງເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ພ້ອມທັງເປັນການປູກຈິດສຳນຶກໃຫ້ສັງຄົມປະກອບສ່ວນໃນການບໍລິຈາກເລືອດຫຼາຍຂຶ້ນ ເພື່ອຊ່ວຍຊີວິດໃຫ້ສັງຄົມມີຄວາມສະຫງົບ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເຜື່ອແຜ່ ມີຄວາມສາມັກຄີ ແລະ ມີສຸຂະພາບທີ່ດີ ແລະ ແນວຄວາມຄິດຂອງປີນີ້ໄດ້ແກ່: “ໃຫ້ເລືອດ, ໃຫ້ປະລັດສະມາ, ໃຫ້ຊີວິດ, ສືບຕໍ່ໃຫ້ເລື້ອຍໆ” (Give blood, give plasma, share life, share often)
ການຈັດງານໃນມື້ນີ້ຄາດວ່າ ຈະໄດ້ຮັບບໍລິຈາກເລືອດຫຼາຍກວ່າ 500 ຖົງ.


