ກອງປະຊຸມວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ໄດ້ໄຂຂຶ້ນ ໃນວັນທີ 10 ກຸມພາ 2022 ຢູ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ແຂວງ ໃນຂອບເຂດທົ່ວປະ ເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໃນຮູບແບບເຊິ່ງໜ້າ ແລະ ແບບທາງໄກ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວໃນໂອກາດໄຂກອງປະຊຸມຄັ້ງນີ້, ມີບາງເນື້ອໃນສໍາຄັນບາງຕອນວ່າ: “ໄປຄຽງຄູ່ກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ໃນນັ້ນ ທົ່ວຂະແໜງການ ຖວທ ກໍ່ໄດ້ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ຖວທ ຄັ້ງທີ V ແລະ ແຜນພັດທະນາວຽກງານ ຖວທ ປີ 2021-2025 ສອດຫ້ອຍເຂົ້າສູ່ວຽກງານຕົວຈິງຂອງຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນຮູບປະທໍາ. ກອງປະຊຸມຄັ້ງນີ້, ແມ່ນໃຫ້ບັນດາຜູ້ເຂົ້າຮ່ວມ ພ້ອມກັນສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານວຽກງານ ຖວທ ໃນໄລຍະ 1 ປີຜ່ານມາ ຢ່າງຖືກຕ້ອງສອດຄ່ອງ ກັບການພັດທະນາວຽກງານ ຖວທ ຕົວຈິງ ເພື່ອຈະໄດ້ສັງລວມເອົາບັນດາຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ຈິງໃຈ ຈາກບັນດາຜູ້ແທນກອງປະຊຸມ ປະກອບເຂົ້າໃນບົດສະຫລຸບຕີລາ ຄາການຈັດຕັ້ງປະຕິບັດວຽກງານ ຖວທ ປະຈຳປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ໃຫ້ມີເນື້ອໃນຄົບຖ້ວນ ແລະ ອຸດົມສົມບູນຂຶ້ນກວ່າເກົ່າ”.
ທ່ານລັດຖະມົນຕີ ຖວທ ຍັງໄດ້ເນັ້ນອີກວ່າ: “ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດ ທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານອະລິຍະທຳທາງດ້ານຈິດໃຈຂອງສັງຄົມ, ເຊິ່ງເປັນປັດໄຈປະກອບສ່ວນເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາ ໃຫ້ທຽບທັນກັບບັນ ດາອະລິຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າ ຂອງຂະບວນວິວັດແຫ່ງການພັດທະນາໃນໂລກໄດ້; ຄະນະພັກ, ຄະນະນຳແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມຮັບຜິດ ຊອບສູງ ປະກອບສ່ວນເຂົ້າໃນການຊີ້ນຳ-ນໍາພາວຽກງານ ຖວທ ຢ່າງໃກ້ຊິດຕິດແທດ, ເຊິ່ງສະແດງອອກໃນການເອົາໃຈໃສ່ກໍານົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະກອນ ທົ່ວຂະແໜງການ ຖວທ ພວກເຮົາກໍໄດ້ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ຂອງຕົນ, ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫລວງ ກໍໄດ້ເປັນເຈົ້າການປະຕິ ບັດໜ້າທີ່ການເມືອງດ້ວຍຄວາມຮັບ ຜິດຊອບສູງ, ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນ ອັນໄດ້ເຮັດໃຫ້ວຽກງານຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວສືບຕໍ່ຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ທັງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ຊາດເຮົາມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງທີ່ໜັກແໜ້ນ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງ ດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸ ກໍຄືຈິດໃຈນັບມື້ນັບດີຂຶ້ນ”.
ຕະຫລອດ 1 ປີຜ່ານມາ, ໃນທ່າມກາງສະພາບຄວາມຫຍຸ້ງທາງດ້ານເສດຖະກິດ-ການເງິນ, ການລະບາດຂອງພະຍາດໂຄວິດ-19 ແຕ່ຂົງເຂດວຽກງານສື່ມວນຊົນ ກໍ່ໄດ້ສືບຕໍ່ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ; ຂົງເຂດວຽກງານເສນາ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ບືນຕົວສູງ ພ້ອມກັນຜ່ານຜ່າບັນດາດ້ານທີ່ຫຍຸ້ງຍາກທ້າທາຍ, ສາມາດຍາດໄດ້ຜົນສໍາເລັດອັນທີ່ເປັນພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ພັດທະນາໃນອະນາຄົດ.
ກອງປະຊຸມ ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຈະດໍາເນີນ 2 ວັນ, ນອກຈາກສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານວຽກງານ ຖວທ ໃນໄລຍະ 1 ປີຜ່ານມາ ແລະ ການປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມແລ້ວ, ໃນຕອນທ້າຍ ຈະໄດ້ຮັບຟັງການໂອ້ລົມຈາກການນໍາຂັ້ນສູງ ເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານ ຖວທ ໃຫ້ມີຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ.
ຂ່າວ: ມະນີທອນ ແກ້ວລັງສີ
ພາບ: ອ່າຍຄຳ

