ສະຫະພັນກິລາອີສະປອດ ແຫ່ງຊາດລາວ ຈະສົ່ງຄະນະນໍາ, ກໍາມະການ, ຄູຝຶກ ແລະ ນັກກິລາ 68 ຄົນ, ໃນນີ້ ສະເພາະນັກກິລາ 50 ຄົນ ເຂົ້າຮ່ວມງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນລະ ຫວ່າງວັນທີ 12-23 ພຶດສະພາ 2022 ເຊີ່ງຖືເປັນຄັ້ງປະຫວັດສາດທີ່ສະຫະພັນດັ່ງກ່າວສົ່ງເຂົ້າຮ່ວມຫຼາຍທີ່ສຸດຕັ້ງແຕ່ເຄີຍສົ່ງນັກກິລາເຂົ້າຮ່ວມແຂ່ງຂັນລະດັບສາກົນໃນໄລຍະຜ່ານມາ.
ພິທີຖະແຫລງຂ່າວກ່ຽວກັບນັກກິລາອີສະປອດທີມຊາດລາວເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 5 ພຶດສະພາ 2022 ທີ່ຫ້ອງປະຊຸມຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ນະຄອນ ຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ, ຮອງຫົວໜ້າກົມກິລາລະດັບສູງ, ກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ໂຈນາທານ ສິຣິສັກສາ, ປະທານສະຫະພັນກິລາ ອີສະປອດແຫ່ງຊາດລາວ.
ໃນຊີເກມຄັ້ງນີ້, ນັກກິລາອີສະປອດ ທີມຊາດລາວ ຈະແຂ່ງຂັນ 9 ລາຍການ ໂດຍສົ່ງເຂົ້າຮ່ວມ 10 ທີມ ຄື:
– ປະເພດ Arena of Valor ຫຼື AOV ປະເພດ MOBA ເທິງ ມືຖືຕໍ່ສູ້ທີມຍຸດທະສາດ 5 ຄົນ.
– ປະເພດ Mobile Legend Bang Bang ຫຼື MLBB ປະເພດ MOBA ເທິງມືຖືຕໍ່ສູ້ທິມຍຸດທະສາດ5 ຄົນ
– ປະເພດ League of Legends ຫຼື LOL ປະເພດ MOBA ຜ່ານອຸປະກອນຄອມພິວເຕີ້ຕໍ່ສູ້ທີມຍຸດທະສາດ 5 ຄົນ.
– ປະເພດ Mobile Legend Bang Bang ຫຼື MLBB ປະເພດ MOBA ເທິງມືຖືຕໍ່ສູ້ທີມຍຸດທະສາດ 5 ຄົນ.
– League of Legends WILD RIFT ປະເພດ MOBA ເທິງມືຖືຕໍ່ສູ້ທີມຍິງລ້ວນຍຸດທະສາດ 5 ຄົນ.
– League of Legends WILD RIFT ປະເພດ MOBA ເທິງມືຖືຕໍ່ສູ້ທີມຊາຍລ້ວນຍຸດທະສາດ 5 ຄົນ.
– CROSSFIRE ປະເພດ Shooting ທີມ ຜ່ານອຸປະກອນຄອມພິວເຕີ້ ທີມ 5 ຄົນ
– PUBG Mobile ປະເພດ Shooting ທີມເທິງມືຖື ທິມ 4 ຄົນ ( ສົ່ງ 2 ທີມ)
– FREEFIRE ປະເພດ Shooting ທີມເທິງມືຖື ທີມ 4 ຄົນ ( ສົ່ງ 2 ທີມ).
ທ່ານ ໂຈນາທານ ສິຣິສັກສາ, ປະທານສະຫະພັນກິລາ ອີສະປອດ ແຫ່ງຊາດລາວ ໃຫ້ຮູ້ວ່າ: ເປົ້າໝາຍໃນການເຂົ້າ ຮ່ວມແຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 31 ເພື່ອເປັນການເປີດໂອກາດໃຫ້ນັກກິລາອີສະປອດໃນຫຼາຍປະ ເພດ ໄດ້ພັດທະນາ ແລະ ມີທ່າກ້າວໃນເວທີສາກົນ ເພື່ອນໍາມາຜັນຂະຫຍາຍຢູ່ລາວໃນອະນາຄົດ, ທັງເປັນການສ້າງຄວາມສາມາດໃຫ້ຄູຝຶກ ແລະ ຄະນະນຳ ແຕ່ລະສະໂມ ສອນໃຫ້ມີປະສິດທິ ພາບກວ່າເກົ່າ ເຊີ່ງນັກກິລາອີສະປອດທີມຊາດລາວທຸກຄົນ ພ້ອມແລ້ວທີ່ຈະເຂົ້າ ຮ່ວມການແຂ່ງຂັນຊີເກມຄັ້ງນີ້ ແລະ ຈະສູ້ຊົນຢ່າງສຸດຄວາມສາມາດເພື່ອໃຫ້ໄດ້ຫລຽນລາງວັນປະເພດຕ່າງໆ ເພື່ອສ້າງປະ ຫວັດສາດໜ້າໃໝ່ໃຫ້ກິລາອີສະປອດຂອງລາວ.
ໃນພິທີຖະແຫລງຂ່າວຄັ້ງນີ້ ຍັງໄດ້ມີພິທີມອບ-ຮັບການສະໜັບສະໜູນຈາກບໍລິສັດຈໍານວນໜຶ່ງ ໃຫ້ແກ່ສະຫະພັນກິລາ ອີສະປອດແຫ່ງຊາດລາວ ຕື່ມອີກ.
ສໍາລັບກິລາອີສະປອດ ໃນການເຂົ້າຮ່ວມແຂ່ງຂັນຊີເກມຄັ້ງນີ້ ແມ່ນໜຶ່ງໃນຈໍານວນ 11 ປະເພດກິລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ເຊີ່ງທັງຄະນະນໍາ, ຄູເຝິກ ແລະ ນັກກິລາມີແຜນຈະອອກເດີນທາງໄປ ສສ ຫວຽດນາມ ເປັນ 4 ຂະບວນ ຄື: ວັນທີ 10, 13,15 ແລະ 18 ພຶດສະພາ 2022.


