ເນື່ອງໃນໂອກາດ ວັນກໍາມະກອນສາກົນ ຄົບຮອບ 137 ປີ (1 ພຶດສະພາ 1886-1 ພຶດສະພາ 2023) ທີ່ໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນຕອນເຊົ້າຂອງວັນທີ 27 ເມສາ 2023 ທີ່ສໍານັກງານປົກຄອງເມືອງທ່າແຂກສະຫະພັນກໍາມະບານແຂວງຄໍາມ່ວນຮ່ວມກັບສະຫະພັນກໍາມະບານເມືອງທ່າແຂກ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ແລະ ເຕັ້ນເອໂລບິກ ເພື່ອເປັນການສະເຫຼີມສະຫຼອງ ແລະ ຕ້ອນຮັບວັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ, ພາຍໃຕ້ຄໍາຂວັນ: ສ້າງສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະພາບແມ່ນສິດທິພື້ນຖານຂອງທຸກຄົນ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນກໍາມະບານລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
     ກ່ອນເຂົ້າສູ່ກິດຈະກຳການຍ່າງໃນພິທີແມ່ນໄດ້ຮັບຟັງການກ່າວບົດປາໄສ ກ່ຽວກັບວັນກຳມະກອນສາກົນສະເໜີໂດຍທ່ານ ວາດສະໜາ ເລືອງຈັນທະລາດ ຮອງປະທານສະຫະພັນກຳມະບານແຂວງຄຳມ່ວນ  ເຊິ່ງໃນໃນບົດດັ່ງກ່າວໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ, ສະພາບແວດລ້ອມພາໃຫ້ກຳເນີດຊົນຊັ້ນກຳມະກອນສາກົນ, ການປະກອບສ່ວນໃນພາລະກິດປະຕິວັດຂອງກຳມະກອນລາວຕະຫຼອດໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນພາລະກິດປະຕິວັດ ໃນແຕ່ລະໄລຍະ.   ໂດຍສະເພາະແມ່ນຂະບວນການລຸກຮື້ຂຶ້ນຍຶດອຳນາດການປົກຄອງໃນທົ່ວປະ ເທດ, ໄດ້ມີຂະບວນການກຳມະກອນໄຟຟ້າລາວ ໄດ້ເປີດສາກນຳໜ້າພາທາງໃຫ້ຂະບວນການກຳມະກອນຢູ່ແຫ່ງອື່ນໆ. ພ້ອມກັບການຕໍ່ສູ້ ຂອງປະຊາຊົນລາວໃນທົ່ວປະເທດ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນລາວ, ສາມາດໂຄ່ນລົ້ມລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໄດ້, ພ້ອມທັງສະຖາປະນາສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975  ຊຶ່ງເປັນບາດລ້ຽວປະຫວັດສາດອັນສຳຄັນຂອງຊາດລາວເຮົາ. ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວໃນປະຈຸບັນຊົນຊັ້ນກໍາມະກອນລາວ ກໍ່ໄດ້ປະກອບສ່ວນ ແລະ ສະໜັບສະໜູນໃນຂະບວນການຕໍ່ສູ້ຂອງກໍາມະກອນສາກົນເພື່ອທວງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາ ໃນການອອກແຮງງານຂອງກຳມະກອນ ຊຶ່ງສະແດງອອກຢູ່ບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ຫາກມີກໍາມະກອນ ແລະ ຊາວຜູ້ອອກແຮງງານຖຶກກົດຂີ່ຂູດຮີດຈາກນາຍທຶນ, ຊົນຊັ້ນກໍາມະກອນລາວກໍ່ໄດ້ຕໍ່ສູ້ຕ້ານກັບການກະທໍາທີ່ບໍ່ຍຸຕິທໍາຂອງພວກນາຍທຶນ. ປັດຈຸບັນນີ້ກໍາມະກອນລາວເຮົາກໍ່ໄດ້ມີຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນນັ້ນກໍຄືອົງການຈັດຕັ້ງກໍາມະບານ; ໄດ້ປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ ແລະ ທວງເອົາສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນໃນທົ່ວໂລກ ມາໃຫ້ຜູ້ອອກແຮງງານດ້ວຍຫຼາຍຮູບການ, ວິທີການ. ຈາກນັ້ນ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ແລະ ທ່ານເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານທີ່ເຂົ້າຮ່ວມໄດ້ພ້ອມກັນຍ່າງເພື່ອສຸຂະພາບ ຊຶ່ງກິດຈະກຳດັ່ງກ່າວແມ່ນໄດ້ເລີ່ມຈາກເດີ່ນສໍານັກງານປົກຄອງເມືອງທ່າແຂກ ລ້ຽວຂວາໄປທາງ 4 ແຍກທ່າດ່ານ, ລ້ຽວຂວາຍ່າງຊື່ຮອດໄຟແດງທ່າແຂກໃໝ່ ລ້ຽວຂວາໄປຮອດໄຟແດງສຶກສາ, ລ້ຽວຂວາຍ່າງຊື່ໄປຫາແຍກຫໍໄຫວ້ມູນເຊື້ອປະຫວັດສາດ 21 ມີນາ ແລະ ລ້ຽວຊ້າຍຫາສໍານັກງານປົກຄອງເມືອງທ່າແຂກ. ພ້ອມນີ້ ກໍ່ໄດ້ສືບຕໍ່ເຕັ້ນເອໂລບິກ ເປັນອັນຈົບກິດຈະກໍາ.

Loading...