ໃນລະຫວ່າງວັນທີ 29 ເມສາ ຫາ 1 ພຶດສະພາ 2023 ຂະບວນຄາລະວານລົດຈັກ ຂອງສະຫະພັນຊາວໜຸ່ມ ນະຄອນ ໂຮ່ຈີມິນ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ທັດສະນະສຶກສາ ຢູ່ແຂວງອັດອັດຕະປື ພາຍໃຕ້ຫົວຂໍ້ “ຮ່ວມມືສາມັກຄີ ເປັນວົງໃຫຍ່” ເຊິ່ງນໍາພາຂະບວນໂດຍສະຫາຍ ຫງຽນຮ່າຍເຢືອງ ປະທານສະໂມສອນຊາວໜຸ່ມ ນະຄອນໂຮ່ຈີມິນ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ,ໃຫ້ກຽດຕ້ອນຮັບໂດຍສະຫາຍ ພູວັນ ພົມມະຈັນ ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ພ້ອມດ້ວຍຄະນະ.
ໃນການມາເຄື່ອນໄຫວຂອງ ຄະບວນຄາລະວານໃນຄັ້ງນີ້ ໄດ້ນໍາໃຊ້ລົດຈັກຈໍານວນ 21 ຄັນ,ລົດໃຫ່ຍຈໍານວນ 1 ຄັນ, ມີສະມາຊິກສະຫະພັນຊາວໜຸ່ມເຂົ້າຮ່ວມຂະບວນທັງໝົດ 44 ສະຫາຍ, ຍິງ 28 ສະຫາຍ, ໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ທັດສະນະສຶກສາ ຢູ່ແຂວງອັດອັດຕະປື ຄັ້ງນີ້ ຂະບວນຄາລາວານດັ່ງກ່າວ ໄດ້ເຄື່ອນໄຫວທັດສະນະສຶກສາ ແລະທ່ຽວຊົມສະຖານທີ່ສໍາຄັນທາງປະຫວັດສາດຕ່າງໆ ຂອງແຂວງ,ໂດຍສະເພາະ ລູກສອນໄຟ ຢູ່ທີ່ເມືອງຊານໄຊ, ສວນເຈົ້າໄຊຍະເສດຖາທິລາດ,ແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫົວຄົນ ເມືອງສາມັກຄີໄຊ ແລະ ໄດ້ພົບປະຢ້ຽມຢາມຄະນະຊາວໜຸ່ມບ້ານ, ພໍ່ແມ່ປະຊາຊົນ ແລະ ເຍົາວະຊົນ ຢູ່ບ້ານໃຫຍ່ໝື່ນຫົວເມືອງ,ເມືອງສາມັກຄີໄຊ ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການຮຽນ ຈໍານວນໜຶ່ງ ໃຫ້ເຍົາວະຊົນ ທີ່ເຂົ້າຮ່ວມຕ້ອນຮັບຂະບວນດັ່ງກ່າວນໍາອີກ.
ສະຫາຍ ຫງຽນຮ່າຍເຢືອງ ປະທານສະໂມສອນຊາວໜຸ່ມ ນະຄອນໂຮ່ຈີມິນ ແຫ່ງ ສສ ຫວຽດນາມ ກ່າວວ່າ: ການມາເຄື່ອນໄຫວຢ້ຽມຢາທັດສະນະສຶກສາ ຂອງຂະບວນຄາລະວານລົດຈັກ ຂອງສະຫະພັນຊາວໜຸ່ມສາກົນ ນະຄອນ ໂຮ່ຈີມິນ ແຫ່ງ ສສ ຫວຽດນາມຢູ່ແຂວງອັດອັດຕະປື ຄັ້ງນີ້ ກໍ່ເພື່ອເປັນການພົບປະຢ້ຽມຢາມ ແລະ ແລກປ່ຽນວັດທະນໍາ,ຮັດແໜ້ນຄວາມສາມັກຄີຮ່ວມກັບຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງອັດຕະປື. ເປັນການສຶກສາໃຫ້ຄົນຮຸ່ນໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແບບພິເສດ ລະຫວ່າງ ລາວ-ຫວຽດນາມ ແລະ ເປັນການເປີດກວ້າງຄວາມສາມັກຄີ,ເຕົ້າໂຮມຊາວໜຸ່ມທີ່ຮັກມັກຈັດກິດຈະກໍາແບບປະຈົນໄພ,ທັດສະນະສຶກສາ ເພື່ອຍົກສູງຄວາມຮູ້,ທັກສະໃນການຢູ່ຮ່ວມກັບສັງຄົມ.
ຂ່າວ: ຊາວໜຸ່ມແຂວງ.

