ເນື່ອງໃນໂອກາດຄະນະຜູ້ແທນ ສະຫະ ພັນສະມາຄົມມິດຕະພາບ ຫວຽດ ນາມ- ລາວ ແຂວງບັ໋໋ກຢ່າງ ສສ ຫວຽດນາມ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ນຳໂດຍ ທ່ານ ຫງວຽນ ດຶກ ຈ້ອງ ຮອງປະທານຜູ້ປະຈຳການ-ເລຂາທິການໃຫຍ່ ສະມາຄົມ-ອົງການຈັດຕັ້ງມິດຕະພາບ ແຂວງບັ໋ກຢ່າງ ພ້ອມດ້ວຍຄະນະ ໄດ້ເດີນທາງມາຮອດແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 10 ກໍລະກົດ ຜ່ານມານີ້ ໂດຍການຕ້ອນຮັບຂອງທ່ານ ເລັ່ງຊົ່ງ ຕົ່ງສີ ຄະນະປະຈຳພັກແຂວງ, ປະ ທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຢູ່ທີ່ໂຮງແຮມສະມາຍ.
ຫຼັງຈາກນັ້ນກໍໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ ພາຍໃນເທດສະບານແຂວງໄຊສົມບູນ ເປັນຕົ້ນ: ສວນສາທາລະນະຖໍ້າເຈົ້າອະນຸວົງ ຊຶ່ງໄດ້ເຂົ້າກາບໄຫວ້ຮູບປັ້ນຫຼໍ່ເຈົ້າອະນຸວົງ ເພື່ອສັກກະລະບູຊາ ແລະ ຈາລຶກເຖິງຄຸນງາມຄວາມດີ, ແລະ ຜົນງານງານອັນໃຫຍ່ຫຼວງຂອງເຈົ້າອະນຸວົງ ພ້ອມດ້ວຍທະຫານເຫຼົ່າລົບ ເສນາອາມາດທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ໃນໄລຍະຜ່ານມາ ຈາກນັ້ນ ກໍໄດ້ໄປທ່ຽວຊົມ ແລະ ກາບໄຫ້ວຫໍຫຼັກເມືອງ ຊຶ່ງເປັນສະຖານທີ່ທ່ອງ ທ່ຽວມໍລະດົກທາງດ້ານວັດທະນະທໍາ ລວມເຖິງການອະນຸລັກຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ແລະ ຍັງເປັນສູນລວມທາງ ຈິດໃຈ, ເປັນສະ ຖານທີ່ສັກສິດ, ສັກກະລະບູຊາ ( ກາບໄຫ້ວ ) ໃຫ້ແກ່ນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມ ແຂວງໄຊສົມບູນ ນອກນີ້ ຍັງໄດ້ໄປທ່ຽວຊົມຈຸດຊົມວິວສະຖານີວິທະ ຍຸ-ໂທລະພາບ ແຂວງຕື່ມອີກ.
ຫຼັງຈາກນັ້ນ ອົງຄະນະພັກ, ອົງການປົກຄອງ ແຂວງໄຊສົມບູນ ກໍໄດ້ຈັດພິທີບາສີສູ່ຂັວນຕາມຮີດຄອງປະເພນີ ໃຫ້ແກ່ຜູ້ແທນສະມາຄົມມິດຕະພາບຫວຽດ ນາມ-ລາວ ແຂວງບັ໋ກຢ່າງ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນຄັ້ງນີ້ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳແຂວງ, ມີຕາງໜ້າບໍລິສັດແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ ແລະ ຕາງໜ້າຊາວຄ້າຂາຍຫວຽດ ນາມ ຢູ່ແຂວງໄຊສົມບູນ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ພົຕ ວົງສອນ ອິນປານພີມ ຮອງເລຂາພັກແຂວງ, ປະທານສະມາ ຄົມມິດຕະພາບລາວ-ຫວຽດນາມ ແຂວງໄຊສົມບູນ ໄດ້ກ່າວຕ້ອນຮັບຄະນະຜູ້ ແທນສະມາຄົມມິດຕະພາບຫວຽດ ນາມ-ລາວ ແຂວງບັ໋ກຢ່າງ ສສ ຫວຽດ ນາມ ທ່ານໄດ້ສະແດງຄວາມຂໍ່ານັບຊົມເຊີຍ ແລະ ຕ້ອນຮັບຢ່າງອົບອຸ່ນ ຊຶ່ງແຂວງໄຊສົມບູນ ແລະ ແຂວງແຂວງບັ໋ກຢ່າງ ໄດ້ມີການພົວພັນຮ່ວມມືແຮກສ່ຽວນຳກັນມາແຕ່ປີ 2021 ທັງສອງແຂວງ ແມ່ນໄດ້ເປັນເຈົ້າການຜັນຂະຫຍາຍບັນດາເນື້ອໃນບົດບັນ ທຶກການຮ່ວມມືມາແຕ່ຫົວທີ ໄດ້ມີການເຄື່ອນໄຫວຫຼາຍກິດຈະກຳ ແລະ ການຊ່ວຍເຫຼືອຫຼາຍດ້ານ ແນໃສ່ຮັດແໜ້ນຄວາມສາມັກຄີ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືລະຫວ່າງສອງແຂວງ ໃຫ້ເຂົ້າສູ່່ລວງເລິກ ແລະ ມີປະສິດທິພາບ ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດ ນາມ-ລາວ ເວົ້າລວມ ເວົ້າສະເພາະ ລະຫວ່າງແຂວງໄຊສົມບູນ ແລະ ແຂວງບັ໋ກຢ່າງ ກໍຄືສອງອົງການຈັດຕັ້ງສະມາ ຄົມມິດຕະພາບສອງແຂວງ ໃຫ້ໝັ້ນຄົງຍືນຍົງຕະຫຼອດໄປ ດັ່ງບົດກາວີຂອງປະທານໂຮຈີ່ມິນ ໄດ້ກ່າວໄວ້ວ່າ:
ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ, ຫຼາຍຫ້ວຍໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນກໍດຸ່ງໄປ, ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົງຮາທັງແມ່ຂອງ ບໍ່ເລິກປູນປານໄດ້ ແລະ ປະທານໄກສອນ ພົມວິຫານ ໄດ້ຢັ້ງຢືນອີກວ່າ: ເຖິງພູຈະເຊາະເຈື່ອນ, ແມ່ນຳ້ຈະເຫືອດແຫ້ງ ແຕ່ສາຍສຳພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໃນໂອກາດດຽວກັນຍັງໄດ້ຮັບຊົມການສະແດງສິນລະປະວັນນະຄະດີ ຈາກສິນລະປະສູນວັດທະນະທຳເດັກ ດ້ວຍຄວາມເບີກບານມ່ວນຊື່ນ ພ້ອມດຽວກັນນີ້ ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງບັ໋ກຢ່າງ ຍັງໄດ້ນຳເອົາກະຕ່າຂອງຂວັນອວຍພອນໃຫ້ແກ່ ທ່ານ ວົງສອນ ອິນປານພິມ ຕື່ມອີກ.
ພາບ-ຂ່າວ: ພຸດທະສອນ ເວດສະວົງ





