ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 28 ກັນຍາ 2023 ທີ່ຜ່ານມາ, ສະ ຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຈັດພິທີປະດັບຫຼຽນກາທີ່ລະນຶກ “ ເພື່ອສັນຕິພາບ ແລະ ມິດຕະ ພາບລະຫວ່າງປະຊາຊົນ “ ໃຫ້ແກ່ ສະ ຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສປປ ລາວ ປະຈຳ ສສ ຫວຽດນາມ ເປັນກຽດປະດັບໂດຍ ສະຫາຍ ຟານ ແອງ ເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງ ມິດຕະພາບ ຫວຽດນາມ.
ໂອກາດນີ້, ສະຫາຍ ຟານ ແອງ ເຊີນ ກໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດ ມາໄດ້ ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຕະຫຼອດໄລຍະ 4 ປີຜ່ານມາ, ສະຫາຍເອກອັກຄະລັດ ຖະທູດໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນ, ຮ່ວມມື ລະ ຫວ່າງສອງ ປະເທດລາວ-ຫວຽດນາມ ວຽກງານການເມືອງ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະ ກິດ-ສັງຄົມ, ວັດທະນະທຳ ແລະ ການສຶກສາ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນກິດຈະກໍາ ການສະເຫຼີມ ສະຫຼອງ ປີສາມັກຄີ ມິດຕະພາບ ເພື່ອພ້ອມ ກັນລະນຶກ ຄືນສອງວັນປະຫວັດສາດ ທີ່ສຳ ຄັນຂອງສອງຊາດຄື: ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບລາວ- ຫວຽດນາມ ຄົບຮອບ 45 ປີ ໃນປີ 2022 ທີ່ຜ່ານມາ, ພິເສດແມ່ນສະຖານ ທູດໄດ້ປະສານສົມທົບກັບສະມະຄົມ ມິດ ຕະພາບຫວຽດນາມ-ລາວ-ຫວຽດນາມ ຮ່ວມກັນຈັດຕັ້ງປະຕິບັດຫຼາຍກິດຈະກຳ ການເຄື່ອນໄຫວການທູດ ປະຊາຊົນອັນເດັ່ນທີ່ສຸດ ແມ່ນງານມະໂຫລານມິດຕະພາບ ຫວຽດນາມ-ລາວ ຄັ້ງທີ 5, ການພິມຈຳໜ່າຍປື້ມ ຮ່ວມສາຍ ພູຫຼວງເປັນ ສອງພາສາ, ຮ່ວມ ກັນຈັດການ ຖາມຕອບໃນຫົວຂໍ້ “ຂອງທີ່ລະນຶກແຫ່ງຄວາມຊົງຈຳ” ຊຶ່ງສະຫາຍທູດ ໄດ້ປະກອບສ່ວນ ອັນສຳຄັນ ເຂົ້າໃນການ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດ ນາມ-ລາວ.
ສະຫາຍເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສຸດໃຈມາຍັງພັກ, ລັດ ຫວຽດນາມ ໂດຍສະເພາະສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ສະມາຄົມມິດຕະພາບ ຫວຽດ ນາມ-ລາວ ທີ່ໃຫ້ຄວາມສຳຄັນ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງຕົນ, ຊຶ່ງມັນສະແດງອອກດ້ວຍ ການປະດັບຫຼຽນໄຊ ທີ່ລະນຶກຄັ້ງນີ້. ນອກນີ້, ສະຫາຍຍັງໄດ້ໃຫ້ຮູ້ວ່າ: ໃນໄລຍະທີ່ມາດຳລົງຕຳແໜ່ງ ເປັນເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ມີລັກສະນະພິເສດ ເນື່ອງ ຈາກວ່າຖືກກັບໄລຍະ ເກີດມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທົ່ວໂລກ ກໍຄືສອງຊາດລາວ – ຫວຽດນາມ ເຊິ່ງໄດ້ສົ່ງຜົນກະທົບ ຢ່າງຮ້າຍແຮງຕໍ່ມວນມະນຸດ ໂດຍສະເພາະແມ່ນການໄປມາຫາສູ່ ແລະ ລວມທັງ ກະທົບຕໍ່ການ ເຄື່ອນໄຫວວຽກຕ່າງໆ, ແຕ່ເຖິງຢ່າງໃດກໍຕາມຕະຫຼອດໄລຍະປະຈໍາ ການຢູ່ຫວຽດນາມ ກໍໄດ້ຮັບ ການສະໜັບ ສະໜູນຊ່ວຍເຫຼືອຈາກພັກ,ລັດ ແລະ ປະຊາຊົນຫວຽດນາມແຕ່ສູນກາງຮອດທ້ອງຖິນ ໂດຍສະເພາະ ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງ ສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດ ຕະພາບຫວຽດນາມ-ລາວ ເປັນຕົ້ນແມ່ນ ການຂົນຂວາຍທຶນຮອນ, ຜ້າອັດປາກ ແລະ ຢາວັກຊິນເປັນ ຈຳນວນຫຼວງ ຫຼາຍເພື່ອໄປຊ່ວຍລາວ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ: ພາຍຫຼັງກັບຄືນປະເທດ ບໍ່ວ່າຕົນເອງຢູ່ໃນ ສະຖານະໃດກໍຕາມ ສະຫາຍຈະສືບຕໍ່ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນອັນພິເສດຂອງສອງປະເທດ ທີ່ມີໜຶ່ງບໍ່ມີສອງໃນໂລກໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນ.
ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ