ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອປະກອບສ່ວນເຂົ້າໃນວຽກ ງານ ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທັງເພື່ອຊ່ວຍ ເຫຼືອ ແມ່ຍິງ ແລະ ເດັກນ້ອຍ ທີ່ມີຄວາມຫຍຸ້ງຍາກຂາດເຂີນ, ສະ ຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ເຄື່ອນໄຫວມອບການຊ່ວຍເຫຼືອໃຫ້ແກ່ພາກສ່ວນຕ່າງໆທັງພາຍໃນນະຄອນຫລວງວຽງ ຈັນ ແລະ ຕ່າງແຂວງ ທັງເປັນວັດຖຸ ແລະ ປັດໃຈ ທີ່ໄດ້ມາຈາກການຂົນຂວາຍຂອງເອື້ອຍນ້ອງແມ່ຍິງທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງມີລາຍລະອຽດດັ່ງນີ້:
ໃນວັນທີ 14 ມັງກອນ 2022, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ມອບເງິນຊ່ວຍເຫຼືອມູນຄ່າ 10 ລ້ານກີບ ໃຫ້ແກ່ສະຫະພັນກຳມະບານແຂວງ ອຸດົມໄຊ ເພື່ອນຳໄປຊື້ອຸປະກອນຕ່າງໆ ເປັນຕົ້ນ: ຜ້າຫົ່ມ, ມຸ້ງ, ໝອນ, ຜ້າເສື່ອ, ສາດ ແລະ ອຸປະກອນການຮຽນ ໃຫ້ແກ່ນັກຮຽນຫໍພັກ ຂອງໂຮງຮຽນ ມສ ນາຊານ, ເມືອງ ງາ, ແຂວງອຸດົມໄຊ ທີ່ມີຄວາມຂາດແຄນ. ພ້ອມດຽວກັນນັ້ນ, ໃນວັນທີ 28 ມັງກອນ 2022, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ນຳໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ (ເຄື່ອງບໍລິໂພກ) ແລະ ອຸປະກອນປ້ອງກັນພະຍາດໂຄວິດ-19 (ຜ້າອັດປາກ-ດັງ ແລະ ນໍ້າຢາລ້າງມື) ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການຈິດອາສາຮັກສາໂຄວິດ, ປະເທດໄທ ໂດຍສົມທົບກັບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງທີ່ກະຊວງໄດ້ຮັບ ນຳໄປມອບໃຫ້ 2 ເມືອງ ຄື: ເມືອງ ສີສັດຕະນາກ ແລະ ເມືອງ ໄຊເສດຖາ, ເຊິ່ງໃຫ້ກຽດຮັບໂດຍ ທ່ານ ເດດສົງຄາມ ທຳມະວົງ, ເຈົ້າເມືອງ ສີສັດຕະນາກ, ທ່ານ ຄຳສະຫວັນ ໂຄດໄຊ, ຮອງເຈົ້າເມືອງໄຊເສດຖາ ໂດຍມີຄະນະປົກຄອງເມືອງຂອງທັງສອງເມືອງ ເຂົ້າຮ່ວມໃນພິທີ. ເຄື່ອງຊ່ວຍເຫລືອຄັ້ງນີ້ ແມ່ນຈະໄດ້ນຳໄປຊ່ວຍເຫຼືອ ຄອບຄົວທີ່ທຸກຍາກ ແລະ ຂາດເຂີນ ຢູ່ໃນສອງເມືອງດັ່ງກ່າວ.