ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 9 ທັນວາ 2022, ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ລະຫວ່າງ ຄະ ນະບໍລິຫານງານສະຫະພັນແມ່ຍິງ ກະ ຊວງການຕ່າງປະເທດ ແລະ ຫ້ອງວ່າການປົກຄອງແຂວງວຽງຈັນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ປະທານຄະນະບໍລິຫານງານສະ ຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ປອ. ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກ ຄອງແຂວງວຽງຈັນ, ໂດຍມີຮອງປະທານສະຫະພັນແມ່ຍິງແຂວງວຽງຈັນ, ຫົວໜ້າພະແນກການຕ່າງປະເທດ ແລະ ປະທານສະຫະພັນແມ່ຍິງຫ້ອງວ່າການປົກຄອງແຂວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງຫ້ອງວ່າການປົກຄອງແຂວງວຽງຈັນ ແລະ ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້້າຮ່ວມຢ່າງພ້ອມພຽງ.
ໃນໂອກາດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ທ່ານຫົວໜ້າຫ້ອງວ່າການແຂວງວຽງຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ຄະນະສະຫະພັນແມ່ຍິງກະຊວງການຕ່າງປະ ເທດ ແລະ ໄດ້ແຈ້ງສະພາບຈຸດພິເສດຂອງແຂວງວຽງຈັນໃຫ້ຊາບ ໂດຍຫຍໍ້ ລວມທັງການພັດທະນາທາງດ້ານເສດ ຖະກິດ-ສັງຄົມ ຂອງແຂວງ ເຊິ່ງ ໃນຕົ້ນປີ 2022 ແຂວງສາມາດປະກາດລົບລ້າງຄວາມທຸກຍາກໄດ້ 690 ບ້ານ, ແຕ່ກໍຍັງມີ 7.000 ປາຍກວ່າຄອບຄົວ ທີ່ຍັງທຸກຍາກຢູ່. ໃນໄລຍະ 2 ປີຜ່ານມາແຂວງວຽງຈັນ ແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເປັນແຂວງ ທີ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍອັນດັບ 2 ຮອງຈາກນະ ຄອນຫລວງວຽງຈັນ. ທ່ານຫົວໜ້າຫ້ອງວ່າການແຂວງວຽງຈັນ ຍັງໄດ້ສະແດງຄວາມຂອບໃຈ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ທີ່ໄດ້ນຳເອົາເຄື່ອງຊ່ວຍ ເຫລືອມາມອບໃຫ້ໃນຄັ້ງນີ້ ແລະ ຢືນຢັນວ່າຈະຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃນການນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປ ຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍ ຢູ່ພາຍໃນແຂວງ.
ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນປະຕິບັດຕາມແຜນການເຄື່ອນໄຫວ ຂອງສະຫະພັນແມ່ຍິງກະ ຊວງການຕ່າງປະ ເທດ ທັງເປັນກິດຈະກຳເພື່ອປະກອບສ່ວນໃຫ້ແກ່ ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ທີ່ຫາກໍ່ຜ່ານພົ້ນໄປ. ພ້ອມດຽວກັນນັ້ນ, ຍັງເປັນການປະກອບສ່ວນ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ ລັັດຖະບານວາງອອກ. ເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: 1). ສະບູຂ້າເຊື້ອ ຈໍານວນ 25 ແກັດ; 2). ເຄື່ອງແທກລວງສູງ ຈໍານວນ 25 ອັນ; 3) ເຄື່ອງແທກອຸນະພູມ ຈໍານວນ 02 ແກັດ; 4) ເຄື່ອງຫຼີິິ້ນເດັກນ້ອຍ ຈໍານວນ 05 ແກັດ; 5) ເຄື່ອງກວດພະຍາດໂຄວິດ-19 (ATK) ຈໍານວນ 05 ແກັດ; 6) ຜ້າອັດປາກ-ດັງ ຈໍານວນ 10 ແກັດ ແລະ 7) ຖົງມືການແພດ ຈໍານວນ 05 ແກັດ.
ພາຍຫຼັງພິທີມອບ-ຮັບເຄື່ອງຊ່ວຍເຫຼືອ, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ໄປຢ້ຽມ ຢາມ ພື້ນຖານການຜະລິດກະສິກຳ ແລະ ຫັດຖະກຳ ຂອງແຂວງວຽງຈັນ ຈຳນວນໜຶ່ງອີກດ້ວຍ.