ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 19 ມັງກອນ 2023, ທີ່ ກະ ຊວງປ້ອງກັນປະເທດ, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023) ໂດຍການຕ້ອນຮັບ ຂອງທ່ານ ພັນເອກ ນາງ ໄພວອນ ອິນທະບຸດ, ຄະ ນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ. ໃນໂອກາດນີ້, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ມອບປັດໃຈ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລວມ ເປັນມູນຄ່າທັງໝົດ 10 ລ້ານກວ່າກີບ ເພື່ອປະກອບສ່ວນຊຸກຍູ້ ແລະ ເປັນກຳລັງໃຈ ໃຫ້ແກ່ອ້າຍເອື້ອຍນ້ອງ, ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ແນວໜ້າ ເຂດຊົນນະບົດ, ທຸລະກັນດານ ແລະ ຫ່າງໄກສອກຫລີກ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ໄກມະນີ ອໍລະບູນ ໄດ້ຕາງໜ້າສະຫະພັນແມ່ຍິງກະ ຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ ຜົນງານອັນໃຫຍ່ຫຼວງ ຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ທີ່ຍາດມາໄດ້ ຕະຫຼອດໄລຍະ 74 ປີຜ່ານມາ, ລວມທັງ ໄດ້ຍົກໃຫ້ເຫັນມູນເຊື້ອຄວາມສາມັກຄີຮັກແພງ ແລະ ການພົວພັນຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ສະຫະພັນແມ່ຍິງຂອງສອງກະຊວງ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ກໍຄື ສອງໜ້າທີ່ຍຸດທະ ສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ໂດຍຜ່ານສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ສົ່ງກໍາລັງໃຈ ແລະ ຄວາມຫ່ວງໃຍເຖິງອ້າຍນ້ອງທະຫານບັນດາເລົ່າລົບ ຢູ່ ເຂດທຸລະກັນດານ, ຫ່າງໄກສອກຫຼີກ ແລະ ທະຫານຊາຍແດນ, ພ້ອມທັງໄດ້ອວຍພອນ ສະຫະພັນແມ່ຍິງກະຊວງປ້ອງປະເທດ ແລະ ຜ່ານສະຫະພັນແມ່ຍິງ ໄປຍັງ ຄະນະພັກ-ຄະນະນໍາກະຊວງປ້ອງ ກັນປະເທດ ແລະ ກອງທັບປະຊາຊົນລາວ ຈົ່ງມີພະລານາໄມສົມບູນ, ສືບຕໍ່ປະຕິບັດໜ້າທີ່ອັນມີກຽດສະຫງ່າ ແລະ ປ້ອງກັນຊາດໄດ້ຢ່າງມີໄຊຕະຫຼອດໄປ.
ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ກໍໄດ້ຕາງໜ້າສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈ ຕໍ່ ການຊົມເຊີຍ ແລະ ມອບເຄື່ອງຊ່ວຍ ເຫຼືອໃນຄັ້ງນີ້, ເຄື່ອງຊ່ວຍເຫຼືອດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ກອງທັບປະຊາຊົນລາວ ໂດຍສະເພາະຜູ້ທີ່ຢູ່ແນວໜ້າ ແລະ ໄດ້ສະແດງຄວາມໝາຍໜັ້ນວ່າ ຈະນຳເອົາການຊ່ວຍເຫລືອດັ່ງກ່າວໄປແຈກຢາຍໃຫ້ທົ່ວເຖິງ. ພ້ອມນີ້, ໄດ້ສະແດງຄວາມຊົມເຊີຍ ແລະ ຢື້ຢາມຖາມຂ່າວ ເຖິງ ຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ໂດຍຜ່ານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ