ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 – 20 ກໍລະກົດ 2021) ແລະ ເພື່ອປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ່ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ທີ່ຈະມາເຖິງນີ້, ໃນວັນທີ 28 ກໍລະກົດ 2021 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງ, ພັນລະຍາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະໄປມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສູນກັກກັນ ຫຼັກ 27 ໂດຍຜ່ານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ແລະ ສະມາຄົມແມ່ຍິງພິການ ທີ່ ສູນພັດທະນາແມ່ຍິງພິການລາວ. ເຄື່ອງຊ່ວຍເຫລືອດັ່ງກ່າວລວມມີ ໜ້າກາກອະນາໄມ ແລະ ອາຫານແຫ້ງຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 32 ລ້ານກີບ.
ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສູນກັກກັນ ຫຼັກ 27 ທີ່ ສູນບັນຊາການ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ທ່ານ ນາງ ອາລຸນີ ກົມມະສິດ ຕາງໜ້າສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວມອບ ໂດຍໄດ້ສະແດງຄວາມຫ່ວງໄຍຕໍ່ປະຊາຊົນທີ່ມາຈາກພື້ນທີ່ສ່ຽງ ແລະ ກໍາລັງຈໍາກັດບໍລິເວນ ຢູ່ ສູນດັ່ງກ່າວ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ກໍາລັງໃຈພະນັກງານແພດ-ໝໍ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ ໃນການປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19; ຕາງໜ້າກ່າວຮັບໂດຍ ທ່ານ ພົວ ວັນທອງ ບຸດດາວົງ, ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ, ທັງເປັນຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ເຊິ່ງໄດ້ສະແດງຄວາມຂອບໃຈ ມາຍັງສະຫະພັນແມ່ຍິງກະຊວງການຕ່າງປະເທດ ທີ່ໄດ້ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ອັນສະແດງໃຫ້ເຫັນເຖິງຄວາມຫ່ວງໄຍ, ຄວາມເອົາໃຈໃສ່ ແລະ ເປັນການປະກອບສ່ວນອັນສຳຄັນໃນການຊ່ວຍເຫຼືອສັງຄົມ ໂດຍສະເພາະໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໄດ້ຝາກສະແດງຄວາມຊົມເຊີຍ ໄປຍັງຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ມານະໂອກາດນີ້ດ້ວຍ.
ໃນໂອກາດລົງໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສະມາຄົມແມ່ຍິງພິການ ທີ່ ສູນພັດທະນາແມ່ຍິງພິການລາວ, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ກ່າວຄໍາເຫັນ ໂດຍໄດ້ສະແດງຄວາມຫ່ວງໄຍ, ເຫັນອົກເຫັນໃຈ ແລະ ໃຫ້ກໍາລັງໃຈແກ່ພະນັກງານ-ແມ່ຍິງພິການ ຢູ່ ສູນດັ່ງກ່າວ, ຕາງຫນ້າຮັບໂດຍ ທ່ານ ນາງ ຈັນເພັງ ສີວິລາ, ຜູ້ອໍານວຍການສະມາຄົມແມ່ຍິງພິການ, ເຊິ່ງໄດ້ສະແດງຄວາມຂອບໃຈ ມາຍັງສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄື ຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ທີ່ໄດ້ມາຢ້ຽມຢາມຖາມຂ່າວເອື້ອຍນ້ອງແມ່ຍິງພິການ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ອັນໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມເປັນຫ່ວງເປັນໄຍແກ່ເອື້ອຍນ້ອງແມ່ຍິງພິການ ທີ່ ສູນດັ່ງກ່າວ.
ນອກຈາກກິດຈະກໍາຂ້າງເທິງ, ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ສະຫາຍ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ນຳພາຄະນະໄປຢ້ຽມຢາມພະນັກງານອາວຸໂສບໍານານເພດຍິງຂອງກະຊວງການຕ່າງປະເທດ ເພື່ອເປັນການສະແດງຄວາມຫວ່ງໄຍ, ຄິດຮອດຄິດເຖິງ ແລະ ຢື້ຢາມຖາມຂ່າວອັນອົບອຸ່ນ ທີ່ຍາມໃດຍັງຈົດຈໍາຄຸນງາມຄວາມດີ ແລະ ໝາກຜົນການປະຕິບັດວຽກງານຜ່ານມາຂອງພວກທ່ານ.
