ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 8 ຕຸລາ 2021 ນີ້ ທ່ານນາງ ເຕດາ ວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ຈຳປາສັກ ໄດ້ນຳເອົານ້ຳດື່ມ, ຄຸຢາງ, ຜ້າອັດປາກ, ສະບູ, ແປງສີແຂ້ວ, ຢາຖູແຂ້ວ, ສະເປກັນຍຸງ, ໝາກຫວີດ ແລະ ເຄື່ອງໃຊ້ທີ່ຈຳເປັນສຳລັບແມ່ຍິງ ຈຳນວນ 90 ກວ່າຊຸດມອບໃຫ້ກັບເມືອງໂຂງ ເພື່ອນຳໄປແຈກຢາຍໃຫ້ແມ່ຍິງ ແລະ ເດັກ ນ້ອຍຢູ່ສູນກັກໂຕພາຍໃນເມືອງ.
ກ່າວຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ໂດຍທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ຊ້ອງໜ້າທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ປະທານສະຫະພັນແມ່ຍິງແຂວງ ໄດ້ໃຫ້ຮູ້ກ່ຽວກັບການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ໂດຍສັງ ເຂບວ່າ: ຈຳນວນເຄື່ອງຊ່ວຍເຫຼືອທີ່ເປັນວັດຖຸອຸປະກອນຈຳເປັນໃຊ້ໃນຊີວິດປະ ຈຳວັນຂອງເອື້ອຍນ້ອງແມ່ຍິງ ແມ່ນໄດ້ມາຈາກການລະດົມການປະກອບສ່ວນຢູ່ຂັ້ນສູນກາງ ແລະ ແຂວງ ຈາກນັ້ນຈຶ່ງໄດ້ຈັດແບ່ງປັນໃຫ້ແຕ່ລະເມືອງ ກໍຄືສູນກັກໂຕພາຍໃນແຂວງຈຳປາສັກ ທີ່ເຫັນວ່າເອື້ອຍນ້ອງແມ່ຍິງຂອງພວກເຮົາພົບຄວາມຫຍຸ້ງຍາກລຳບາກ; ທັງນີ້ ກໍເພື່ອເປັນການແບ່ງເບົາຄວາມລຳບາກຂອງເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍທີ່ຖືກກັກໂຕຢູ່ພາຍໃນສູນໄດ້ບໍ່ຫຼາຍກໍໜ້ອຍ ແລະ ອີກອັນໜຶ່ງໝາກຫວີດທີ່ນຳມາມອບຄັ້ງນີ້ ກໍເພື່ອໃຫ້ເອື້ອຍນ້ອງແມ່ຍິງນຳໃຊ້ເປົ່າໃນເວລາສຸກເສີນ ຫລື ເຫດ ການທີ່ບໍ່ຄາດຄິດເກີດຂຶ້ນ ເພື່ອໃຫ້ເຈົ້າໜ້າຮັກສາຄວາມປອດໄພຮັບຮູ້ ແລ້ວເຂົ້າໃຫ້ຊ່ວຍເຫຼືອໄດ້ທັນເຫດການ.
ຈາກນັ້ນ; ເຈົ້າເມືອງໆໂຂງ ກໍໄດ້ສະແດງຄວາມຂອບໃຈມາຍັງສະຫະພັນແມ່ຍິງແຂວງ ກໍຄືຂັ້ນສູນກາງ ເຊຶ່ງຍາມໃດກໍເປັນຫ່ວງເປັນໄຍຕໍ່ກັບການດຳລົງຊີວິດຂອງເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍທີ່ຢູ່ພາຍໃນສູນກັກໂຕ, ປຸກລະດົມປວງຊົນປະກອບສ່ວນຊ່ວຍເຫຼືອໃນຍາມປະ ເທດຊາດຫຍຸ້ງຍາກ, ເປັນການສະແດງໃຫ້ເຫັນໄດ້ວ່າຄົນລາວທຸກຊັ້ນມີຄວາມສາ ມັກຄີ ແລະ ບໍ່ຖິ້ມກັນໃນຍາມຂັດສົນ.
ຂ່າວ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ