ຕອນແລງ ວັນທີ 24 ມັງກອນ 2022 ທີ່ສະໜາມບິນສາກົນວັດໄຕ ສປປລາວ ໄດ້ຮັບວັກຊີນPfizer BioNTech COVID-19 ຊຸດໃໝ່ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານໂຄງການCOVAX Facility, ໂຄງການCOVAX ແມ່ນການຮ່ວມມືກັນລະຫວ່າງ ອົງການທີ່ເປັນພັນທະມິດດ້ານວັກຊີນ ກໍຄື ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ(CEPI), ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.
ວັກຊີນPfizer BioNTechຈຳນວນ 899,730 ໂດສ ຊຶ່ງເປັນຄັ້ງທີ2 ໃນຈຳນວນການຊ່ວຍເຫຼືອທັງໝົດສອງຄັ້ງຈາກລັດຖະບານສະຫະລັດອາເມລິກາໃຫ້ແກ່ ສປປ ລາວ ໃນເດືອນນີ້. ເຊິ່ງຄັ້ງທຳອິດມີຈຳນວນ 799,110 ໂດສ ໄດ້ມາຮອດ ສປປລາວ ໃນວັນທີ 2 ມັງກອນ 2022.
ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີວ່າການກະຊວງສາທາລະນະສຸກໄດ້ໃຫ້ກຽດຕ້ອນຮັບວັກຊິນດັ່ງກ່າວທີ່ສະໜາມບິນສາກົນວັດໄຕ ຮ່ວມກັບທ່ານ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານໄມໂຄ ຮອນນີ້ງ (Mr. Michael Ronning), ຜູ້ຕາງໜ້າອົງການUSAID ທ່ານນາງບີອາເຕ້ ດັສເທວ (Ms. Beate Dastel), ຮັກສາການຜູ້ຕາງໜ້າອົງການຢູນິເຊັບ, ແລະທ່ານດຣ.ຢູລີ ປາກ (Dr. Yu Lee Park), ຮັກສາການຫ້ອງການ ອົງການອະນາໄມໂລກປະຈຳສປປລາວ.
ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສືບເນື່ອງມາຈາກການຊ່ວຍເຫຼືອວັກຊີນJohnson & Johnson ຈໍານວນ 1.000.000ໂດສ ທີ່ ລັດຖະບານສະຫະລັດອາເມລິກາໄດ້ມອບໃຫ້ແກ່ ສປປ ລາວ ໃນເດືອນກໍລະກົດ 2021 ຜ່ານມາຊຶ່ງຈະຊ່ວຍປົກປ້ອງຊີວິດຂອງປະຊາຊົນທີ່ອາໃສຢູ່ໃນລາວ . ວັກຊີນPfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມລິກາ ແມ່ນຈະສຸມໃສ່ສະໜອງໃຫ້ແກ່ກຸ່ມທີ່ເປັນບູລິມະສິດອີງຕາມແຜນແຫ່ງຊາດສໍາລັບການສັກວັກຊີນກັນພະຍາດໂຄວິດ-19. ລວມມີໄວໜຸ່ມອາຍຸແຕ່ 12 ຫາ 17 ປີ, ແລະ ກຸ່ມບູລິມະສິດອື່ນໆ ຄື ຜູ້ທີ່ມີ ອາຍຸ60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈໍາຕົວ, ແລະແມ່ຍິງຖືພາ. ວັກຊີນPfizer BioNTechໄດ້ຖືກທົບທວນດ້ານຄວາມປອດໄພ ແລະປະສິດທິພາບໂດຍອົງການອະນາໄມໂລກ ແລະ ຖືເປັນວັກຊີນCOVID-19 ຊະນິດທໍາອິດທີ່ ອົງການອະນາໄມໂລກແນະນໍາສໍາລັບການນໍາໃຊ້ໃນບຸກຄົນທີ່ມີອາຍຸ 12 ປີຂຶ້ນໄປ.
ການປະກອບສ່ວນຂອງລັດຖະບານສະຫະລັດອາເມລິກາໃນຄັ້ງນີ້ຈະຊ່ວຍສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໄປສູ່ເປົ້າໝາຍການສັກວັກຊີນໃຫ້ໄດ້80% ຂອງປະຊາກອນພາຍໃນທ້າຍປີ2022, ແລະຈະປະກອບສ່ວນເຂົ້າໃນພາລະກິດຂອງໂຄງການCOVAXFacilityໃນການຮັບປະກັນການເຂົ້າເຖິງວັກຊີນCOVID-19 ໃນທົ່ວໂລກຢ່າງເທົ່າທຽມກັນລະຫວ່າງທີ່ມີການລະບາດຂອງພະຍາດ. ນອກຈາກນັ້ນ, ລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ (USAID), ອົງການຢູນິເຊັບ, ແລະອົງການອະນາໄມໂລກຍັງໄດ້ຮ່ວມກັນໃຫ້ການສະໜັບສະໜູນ ສປປ ລາວ ສ້າງຂີດຄວາມສາມາດໃນການສະໜອງວັກຊີນເຫຼົ່ານີ້ຢ່າງປອດໄພ ແລະມີປະສິດທິຜົນ. ຈົນເຖິງປະຈຸບັນ, ລັດຖະບານສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ ລວມເປັນມູນຄ່າກວ່າ $13 ລ້ານໂດລາສະຫະລັດ ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດ ໃນການຂະຫຍາຍການກວດຊອກຫາເຊື້ອພະຍາດໂຄວິດ-19, ເບິ່ງແຍງຄວາມປອດໄພໃຫ້ແກ່ບຸກຄະລາກອນທາງການແພດໃຫ້ນໍາໃຊ້ອຸປະ
ກອນປ້ອງກັນໂຕເອງ ແລະເພີ່ມທະວີການເຝົ້າລະວັງພະຍາດ.
