ພິທີມອບ-ຮັບ ວັກຊີນກັນພະຍາດໂຄວິດ-19 Johnson & Johnson ຈຳນວນ 1.008.000 ໂດສ ຈາກລັດຖະບານ ແລະປະຊາຊົນສະຫະລັດອາເມຣິກາ ມອບໃຫ້ລັດຖະບານ ແລະປະຊາຊົນລາວ ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 19 ກໍລະກົດ 2021 ທີ່ສະໜາມບິນສາກົນວັດໄຕ, ຕາງໜ້າກ່າວມອບໂດຍ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະ ຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຂະ ແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ວັກຊີນຈໍານວນນີ້, ແມ່ນເປັນສ່ວນໜຶ່ງໃນການປະກອບສ່ວນ ຂອງສະຫະລັດອາເມລິກາ ຕໍ່ຄວາມພະຍາຍາມຂອງທົ່ວໂລກ ທີ່ພວມດຳເນີນການຢ່າງຕໍ່ເນື່ອງ ເພື່ອຢຸດຕິການລະບາດຂອງພະຍາດໂຄວິດ-19 ແລະ ເປັນການສະໜັບສະໜູນເປົ້າໝາຍຂອງສປປ ລາວ ໃນການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້.
ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການສືບຕໍ່ຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ສະຫະລັດອາເມລິກາ ແກ່ລັດຖະບານ ແລະ ປະຊາຊົນລາວ, ເຊິ່ງໃນຄັ້ງນີ້ແມ່ນການຊ່ວຍເຫລືອວັກຊີນປ້ອງກັນພະຍາດໂຄວິດ-19 ອັນໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ດີ ລະຫວ່າງສອງປະເທດຂອງພວກເຮົາ ພາຍໃຕ້ຄູ່ຮ່ວມມືແບບກວມລວມລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ. ພ້ອມນັ້ນ, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ການໄດ້ຮັບວັກຊີນຈອນຊັນ ແອນ ຈອນຊັນຂອງ ສປປ ລາວ ໃນຄັ້ງນີ້ ຈະຊ່ວຍເລັ່ງລັດການບັນລຸເປົ້າໝາຍການສັກວັກຊີນ ໃຫ້ໄດ້ຢ່າງນ້ອຍ 50% ຂອງປະຊາຊົນລາວພາຍໃນທ້າຍປີ 2021 ນີ້.
ວັກຊີນຈຳນວນນີ້, ເຊິ່ງເປັນການບໍລິຈາກໂດຍກົງຈາກປະຊາຊົນອາເມລິກາ ໃຫ້ແກ່ ສປປ ລາວ ຈະເຮັດໃຫ້ລັດຖະບານລາວ ສາມາດຕອບສະໜອງການປ້ອງກັນການຕິດເຊື້ອໄວຣັດ ໃຫ້ແກ່ປະຊາຊົນ 1 ລ້ານກວ່າຄົນໃນຈຳນວນປະຊາກອນທັງໝົດປະມານ 7 ລ້ານຄົນ. ວັກຊີນກັນພະຍາດໂຄວິດ-19 ຈອນຊັນ ແອນຈອນຊັນ ແມ່ນແຕກຕ່າງຈາກວັກຊີນກັນພະຍາດໂຄວິດ-19 ຊະນິດອື່ນໆ ທີ່ມີຢູ່ໃນ ສປປ ລາວ ໃນປັດຈຸບັນ, ຍ້ອນວ່າຕ້ອງສັກພຽງຄັ້ງດຽວເທົ່ານັ້ນ. ນອກນັ້ນ, ວັກຊີນຊະນິດນີ້ຍັງສາມາດ ເກັບຮັກສາໄວ້ໃນອຸນຫະພູມຕູ້ເຢັນປົກກະຕິ, ເຊິ່ງເປັນທີ່ເໝາະສົມທີ່ສຸດ ຕໍ່ການສັກວັກຊີນກັນພະຍາດໃຫ້ແກ່ປະຊາກອນໃນເຂດຊົນນະບົດ ຫລື ເຂດຫ່າງໄກສອກຫລີກທີ່ເຂົ້າເຖິງຍາກ.
ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະ ຫະລັດອາເມລິກາ ປະຈຳ ສປປ ລາວ ກ່າວສະແດງຄວາມພູມໃຈ ທີ່ໄດ້ຕາງໜ້າໃຫ້ລັດຖະບານສະຫະລັດອາເມລິກາ ໃນການສະໜອງວັກຊີນເຫລົ່ານີ້ ໃຫ້ແກ່ປະຊາຊົນລາວ. ການບໍລິຈາກໃນມື້ນີ້, ຈະຮັບປະກັນວ່າປະຊາຊົນລາວຫລາຍກວ່າ 1 ລ້ານຄົນຕື່ມອີກ ຫລື ປະມານ 14% ຂອງປະຊາກອນຂອງລາວ ຈະໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 ຢ່າງຄົບຖ້ວນ.
ທ່ານ ດຣ. ກາວຈູນ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ກ່າວວ່າ: ການຮັບປະກັນການເຂົ້າເຖິງວັກຊີນ ແລະ ການສັກວັກຊີນແບບເທົ່າທຽມກັນ ໃຫ້ແກ່ຜູ້ທີ່ມີຄວາມສ່ຽງທີ່ສຸດໃນທົ່ວໂລກ ແມ່ນບູລິມະສິດຕົ້ນຕໍຂອງອົງການອະນາໄມໂລກ. ການສະໜັບສະໜູນຂອງສະຫະລັດອາເມລິ າໃນຄັ້ງນີ້, ແມ່ນທັນຕາມເວລາທີ່ຕ້ອງການທີ່ສຸດ ເພາະວ່າເປັນການມາເຖິງໃນເວລາທີ່ປະເທດກໍາລັງຕ້ອງການຫລາຍທີ່ສຸດ ແລະ ຈະຊ່ວຍໃຫ້ການສັກວັກຊີນໃຫ້ຜູ້ທີ່ມີຄວາມຕ້ອງການທີ່ສຸດ ໃນເຂດທີ່ເຂົ້າເຖິງໄດ້ຍາກ.

ທ່ານ ນາງ ບີອາເຕ ດາສເຕລ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ກ່າວວ່າ: ອີງຕາມການຈັດຕັ້ງວຽກງານສັກຢາກັນພະຍາດໃຫ້ກັບເດັກໃນສິບປີທີ່ຜ່ານມາ ສາມາດເຫັນໄດ້ຢ່າງຊັດເຈນວ່າ ຢາວັກຊີນນັ້ນສາມາດຊ່ວຍຊີວິດໄດ້. ການເຂົ້າເຖິງຢ່າງເທົ່າທຽມກັນໃນການສັກວັກຊີນກັນພະຍາດໂຄວິດ-19 ແມ່ນເສັ້ນທາງທີ່ຈະແຈ້ງທີ່ສຸດ ເພື່ອຫລຸດພົ້ນອອກຈາກການລະບາດຂອງພະຍາດນີ້ ສຳລັບພວກເຮົາໝົດທຸກຄົນ.
ນອກຈາກການຈັດສົ່ງວັກຊີນຈອນຊັນ ແອນ ຈອນຊັນ ຄັ້ງນີ້ແລ້ວ, ກ່ອນໜ້ານີ້ ສປປ ລາວ ກໍໄດ້ຮັບວັກຊີນກັນພະຍາດໂຄວິດ-19 AstraZeneca/Oxford ຈຳນວນ 132.000 ໂດສ ໃນຕົ້ນເດືອນມິນາ ປີ 2021 ແລະ ວັກຊີນ Pfizer BioNTech ຈໍານວນ 100.620 ໂດສ ໃນຕົ້ນເດືອນມິຖຸນາ ປີ 2021, ເຊິ່ງວັກຊີນທັງສອງຊະນິດນີ້ ໄດ້ຮັບການຈັດຊື້ຜ່ານ COVAX Facility.
ໂດຍ: ເຂີຍຫລ້າ