ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະ ເທດ ສປປ ລາວ, ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມສັນຖະ ວະໄມຕີ ຢ່າງເປັນທາງການ ສປປ ລາວ ໃນວັນທີ 9-10 ສິງຫາ 2021 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.
ພາຍຫຼັງ ພິທີຕ້ອນຮັບຢ່າງເປັນທາງການ ທີ່ທຳນຽບປະທານປະເທດ ໃນຕອນເຊົ້າວັນທີ 9 ສິງຫາ 2021, ໃນຕອນບ່າຍ ຂອງວັນດຽວກັນ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ພ້ອມດ້ວຍຄະນະ ໄດ້ພົບປະກັບ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ສຳນັກງານນາຍົກລັດຖະມົນຕີ. ໃນໂອກາດນີ້ ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຂອບໃຈ ຕໍ່ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ, ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນຂອງ ພັກ, ລັັດ ແລະ ປະຊາຊົນຫວຽດນາມ ແລະ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດ ນາມ-ລາວ, ພ້ອມທັງ ໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ, ຄວາມສາມັກຄີອັນສະໜິດສະໜົມ ຂອງສອງພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ມາຍັງພັກ-ລັດ ປະຊາຊົນລາວ, ຊຶ່ງເປັນການໃຫ້ກຳລັງໃຈ ແລະ ຂວັນກຳລັງໃຈໃນການສືບຕໍ່ຮັບມືກັບສະພາບຫຍຸ້ງຍາກ ທີ່ ສປປ ລາວ ກໍາລັງປະເຊີນໃນປະຈຸບັນ ແລະ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດອ້າຍນ້ອງ ໃຫ້ນັບມື້ນັບໃກ້ຊິດ, ມີຄວາມແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ໄດ້ນຳສະເໜີຜົນການຕົກລົງ ຂອງສອງກົມການເມືອງສູນກາງພັກ, ຜົນການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງສະຫາຍ ທອງລຸນ ສີສຸລິດ ໃນທ້າຍເດືອນມິຖຸນາ ທີ່ຜ່ານມາ, ຜົນການພົບປະສອງຝ່າຍ ທີ່ທຳນຽບປະທານປະເທດ ຂອງສອງປະທານປະເທດ ຫວຽດນາມ ແລະ ລາວ; ພ້ອມກັນນີ້ ສອງຝ່າຍ ເຫັນດີເປັນເອກະພາບ ໃຫ້ລັດ ຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດ ນາມ ຕິດຕາມ ກວດກາ ຊຸກຍູ້ ການຈັດ ຕັ້ງປະຕິບັດ ບັນດາຂໍ້ຕົກລົງ ຂອງສອງກົມການ ເມືອງສູນກາງພັກ ກໍ່ຄືບັນດາໂຄງການ ທີ່ສອງລັດຖະບານ ໄດ້ຕົກລົງຮ່ວມກັນ ໂດຍສະເພາະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວຸງອ່າງ, ໂຄງ ການທາງດ່ວນວຽງຈັນ-ຮ່າໂນ້ຍ, ໂຄງ ການສະໜາມບິນໜອງຄ້າງ, ໂຄງການທ່າເຮືອຫວຸງອ່າງ, ໂຄງການຊື້-ຂາຍໄຟຟ້າ; ການພັດທະນາຊັບພະຍາກອນມະນຸດ ແລະ ໂຄງການອື່ນໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ເຫັນດີເສີມຂະຫຍາຍມູນເຊື້ອອັນດີງາມ ກົນໄກການຮ່ວມມື ລະຫວ່າງ ຫວຽດນາມ, ລາວ ແລະ ກຳ ປູເຈຍ ໃນໄລຍະຜ່ານມາ; ເຫັນດີ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ຂະແໜງການ ແລະ ລະຫວ່າງ ອົງການປົກຄອງທ້ອງຖິ່ນ ຂອງສອງປະເທດ. ພ້ອມກັນນີ້ ກໍ່ກະກຽມໃຫ້ແກ່ການສະ ເຫຼີມສະຫຼອງ ປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ.
ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈ ແລະ ສະໜັບສະໜູນ ຕໍ່ຄຳເຫັນ ຂອງສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ, ພ້ອມທັງ ຈະນຳເອົາຜົນການຕົກລົງ ຂອງສອງກົມການເມືອງສູນກາງພັກ ກໍ່ຄືຜົນສຳເລັດ ຂອງການຢ້ຽມຢາມສັນ ຖະວະໄມຕີ ຢ່າງເປັນທາງການ ຢູ່ ສປປ ລາວ ຂອງສະຫາຍ ຫງວຽນ ຊວັນ ຟຸກ ໃນຄັ້ງນີ້ ໄປຄົ້ນຄວ້າ ແລະ ລົງເລິກລາຍລະອຽດ ຮ່ວມກັບນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕື່ມອີກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນຈິດໃຈທີ່ໄດ້ຕົກ ລົງກັນ ມີປະສິດທິພາບ ແລະ ປະສິດທິຜົນ ຕາມຄາດໝາຍທີ່ສອງຝ່າຍວາງໄວ້. ພ້ອມກັນນັ້ນ ກໍ່ໄດ້ຕອບຮັບການເຊື້ອເຊີນ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງສະຫາຍນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ.
ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ໝາກຜົນ ໃນການພົວພັນຮ່ວມມື ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃນໄລຍະຜ່ານມາ; ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ໄລຍະທີ່ສອງປະເທດ ຖືກຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດ ໂຄວິດ-19.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ






