ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນຄ່ຳວັນທີ 30 ກັນຍານີ້ ລັດຖະບານຈີນໄດ້ຈັດງານລ້ຽງຮັບຮອງເພື່ອສະຫຼອງວັນຊາດ ສປ ຈີນຄົບຮອບ 72 ປີຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ. ການນຳພັກລັດ ສປ ຈີນ ແລະແຂກຜູ້ມີກຽດລວມທັງໝົດ 500 ກວ່າທ່ານໄດັເຂົ້າຮ່ວມງານດັ່ງກ່າວ.
ໃນງານດັ່ງກ່າວ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວວ່າ, ປີນີ້ ແມ່ນປີຄົບຮອບ 100 ປີ ຂອງ ພັກກອມມູນິດຈີນ. ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຈີນ, ປະຊາຊົນບັນດາເຜົ່າຂອງທົ່ວ ປະເທດຈີນໄດ້ສາມັກຄີກັນບາກບັ່ນສູ້ຊົນ, ເຮັດໃຫ້ ສປ ຈີນ ປະສົບຜົນສຳເລັດຢ່າງໂດດເດັ່ນໃນຂະບວນ ການພັດທະນາຕິຫລອດ 72 ປີມານີ້ ໂດຍສະເພາະແມ່ນໄດ້ບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີໜຶ່ງ ໃຫ້ສຳເລັດຄື ສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ ແລະໄດ້ເປີດຂະບວນການໃໝ່ແຫ່ງການສ້າງ ສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.
ທ່ານຫຼີເຄີ້ສຽງຊີ້ອອກວ່າ, ຢູ່ບົນເສັ້ນທາງເດີນໄປສູ່ຕໍ່ໜ້ານີ້ ຈີນຍັງຈະພົບກັບຄວາມຫຍຸ້ງຍາກ ແລະສິ່ງ ທ້າທາຍຕ່າງໆນາໆໃນການບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີສອງ, ເຊິ່ງໃນນັ້ນ ການພັດທະນາ ແມ່ນພື້ນຖານແລະຂໍກະແຈໃນການແກ້ໄຂບັນຫາທຸກຢ່າງຂອງຈີນ. ການປະຕິຮູບ ແລະໄຂປະຕູສູ່ພາຍ ນອກແມ່ນນະໂຍບາຍແຫ່ງຊາດຂອງຈີນ ແລະກໍ່ແມ່ນກຳລັງຊຸກຍູ້ການພັດທະນາຂອງຈີນ ໃນຕໍ່ໜ້ານີ້. ຈີນຍັງຕ້ອງສືບຕໍ່ດຳເນີນການປະຕິຮູບໃຫ້ລົງສູ່ລວງເລິກຮອບດ້ານ, ຍຶດໝັ້ນທິດທາງການປະຕິຮູບ ເສດຖະກິດຕະຫຼາດສັງຄົມນິຍົມ, ວາງນະໂຍບາຍທີ່ແທດເໝາະກັບຄວາມຕ້ອງການຂອງປະຊາຊົນ ໃຫ້ຫຼາຍ, ໃຊ້ມາດຕະການທຸກຢ່າງເພື່ອເພີ່ມການປະກອບອາຊີບ, ແລະປັບປຸງໝາກຜົນທີ່ໄດ້ຮັບໃນວຽກ ງານຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ດີຂຶ້ນເລື້ອຍໆ.
ທ່ານຫຼີເຄີ້ສຽງກ່າວວ່າ, ຈີນໃນຖານະເປັນປະເທດທີ່ພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ ຈະສຸມໃສ່ເຮັດ ວຽກຂອງຕົນເອງໃຫ້ດີ, ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຊຸກຍູ້ການສ້າງການ ພົວພັນສາກົນແບບໃໝ່, ຊຸກຍູ້ການປັບປຸງການບໍລິຫານໂລກ ໃຫ້ສົມບຸນຂຶ້ນ, ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຂອງທົ່ວມວນມະນຸດ. ຈີນຈະເພີ່ມທະວີການຮ່ວມມືກັບປະເທດຕ່າງໆໃນໂລກ ເພື່ອ ຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ພ້ອມກັນຊຸກຍູ້ການຟື້ນຕົວຄືນແລະການເຕີບໂຕຂອງເສດຖະ ກິດໂລກ.