ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ໄດ້ຢ້ຽມຢາມ ສປ ຈີນ ຕາມການເຊື້ອເຊີນຂອງ ສູນກາງພັກ, ລັດຖະບານ ສປ ຈີນ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ເລິກເຊິ່ງຕື່ມອີກກ້າວໜຶ່ງ.
ຄະນະຜູ້ແທນ ໄດ້ເດີນທາງເຖິງນະຄອນຄຸນໝິງ, ແຂວງຢຸນນານ, ສປ ຈີນ ໃນວັນ ທີ 15 ມິຖຸນາ 2023 ຢູ່ທີ່ສະໜາມບິນ ຄະນະຜູ້ແທນໄດ້ຖືກຕ້ອນຮັບໂດຍ ສະ ຫາຍ ຫລິວ ຈ້ຽນຊາວ ກໍາມະການສູນ ກາງພັກ, ຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກກອມມູນິດຈີນ, ສະຫາຍ ຫວາງ ຢູໂປ່ ກຳມະການສູນກາງພັກ, ເຈົ້າແຂວງຢຸນນານ ແລະ ບັນດາການນຳຈາກສູນກາງ ແລະ ແຂວງຢຸນນານ ຂອງ ສປ ຈີນ.
ໃນໄລຍະການເຄື່ອນໄຫວ ຢ້ຽມຢາມ ຢູ່ແຂວງຢຸນນານ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະກັບສະຫາຍ ຫລີ ຊີ ກໍາມະການປະຈໍາກົມການເມືອງສູນກາງພັກ, ປະ ທານຄະນະກໍາມະການກວດກາລະບຽບວິໄນ ສູນກາງພັກກອມມູນິດຈີນ ທີ່ໄດ້ຕາງໜ້າໃຫ້ສູນກາງພັກກອມມູນິດຈີນ ໂດຍສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນພາຍໃນພັກ-ພາຍໃນປະເທດ ແລະ ການເຄື່ອນ ໄຫວຕ່າງປະເທດ ໂດຍສະເພາະແມ່ນໝາກຜົນ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະ ຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ, ທີ່ທັງສອງຝ່າຍ ຍາດມາໄດ້ໃນໄລຍະຜ່ານມາ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ໄປເຖິງ ສະ ຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດວັນເກີດ ຄົບ ຮອບ 70 ປີ, ໄດ້ຕີລາຄາສູງ ຕໍ່ຜົນສຳເລັດອັນຍິ່ງໃຫຍ່ ໃນການສ້າງສາພັດທະນາປະເທດຊາດ ທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ຕະຫລອດໄລຍະຜ່ານມາ. ພ້ອມກັນນັ້ນ, ກໍໄດ້ສະ ແດງຄວາມເຊື່ອໝັ້ນຢ່າງຫນັກແໜ້ນວ່າ ພາຍໃຕ້ການນໍາພາອັນເຂັ້ມແຂງ ແລະ ສະຫລາດສ່ອງໃສຂອງສູນກາງພັກກອມມູນິດຈີນ ທີ່ມີສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ, ປະຊາຊົນຈີນອ້າຍນ້ອງຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດຢ່າງຮອບດ້ານ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກ, ບັນລຸເປົ້າໝາຍໃນການຫັນເປັນທັນສະໄໝແບບຈີນ ເພື່ອຄໍ້າປະກັນຍຸດທະສາດການພັດທະນາດ້ວຍຄຸນ ນະພາບສູງຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການບັນລຸເປົ້າໝາຍ ສ້າງປະເທດຈີນໃຫ້ກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝ ເຂັ້ມແຂງ, ຈະ ເລີນຮຸ່ງເຮືອງ, ປະຊາ ທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມ.
ໂອກາດນີ້, ສະຫາຍ ຫລີ ຊີ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ຂອງ ສະຫາຍ ເລຂາ ທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຖິງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ; ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 6 ສະໄໝ XI ຂອງສູນກາງພັກ ປປ ລາວ ທີ່ຫາກໍ່ສໍາເລັດເມື່ອບໍ່ດົນມານີ້ ແລະ ຕີລາຄາສູງ ຕໍ່ຜົນ ສຳເລັດໃນການສ້າງສາພັດທະນາປະ ເທດຊາດ ທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະຜ່ານມາ; ໄດ້ສະແດງຄວາມເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນ ພາລະກິດສ້າງສາພັດທະ ນາຂອງ ສປປ ລາວ ໃນໄລຍະໃໝ່.
ໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ມີຜົນສຳເລັດຕົວຈິງ ກໍຄື ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ທີ່ທັງສອງຝ່າຍພ້ອມກັນຍາດມາໄດ້ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ທີ່ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ; ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຂອງສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໃນທ້າຍປີ 2022 ທີ່ຜ່ານມາ ກໍຄື ຜົນ ສຳເລັດຂອງການຈັດຕັ້ງປະຕິບັດ ຖະ ແຫລງການຮ່ວມ ທີ່ທັງສອງຝ່າຍ ໄດ້ຕົກລົງນຳກັນ; ໄດ້ພ້ອມກັນປຶກສາຫາລື ແລະ ເຫັນດີເປັນເອກະພາບນຳກັນ ກ່ຽວກັບທິດທາງແຜນ ການຕໍ່ໜ້າ ໃນການສືບຕໍ່ຊຸກຍູ້ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ພ້ອມນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ຕໍ່ກັບບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ, ພ້ອມທັງຢືນຢັນທີ່ຈະສືບຕໍ່ການປະສານສົບທົບ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງສະນິດແໜ້ນ ໃນເວທີຫລາຍຝ່າຍ. ຝ່າຍຈີນ ສະແດງຄວາມຂອບໃຈທີ່ຝ່າຍລາວ ໄດ້ໃຫ້ການສະໜັບສະໜູນ ແລະ ສົ່ງຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມບັນດາກອງປະຊຸມສາ ກົນ ທີ່ ສປ ຈີນ ເປັນເຈົ້າພາບ; ຝ່າຍລາວ ຕີລາຄາສູງ ຕໍ່ບົດບາດທີ່ຕັ້ງໜ້າຂອງ ສປ ຈີນ ໃນພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອພັດທະນາໃນພາກພື້ນ ແລະ ສາກົນ ແລະ ພ້ອມທີ່ຈະສືບຕໍ່ໃຫ້ການສະໜັບ ສະໜູນ ແລະ ປະກອບສ່ວນເຂົ້າໃນການຮ່ວມມືໃນຂອບບັນດາຂໍ້ລິເລີ່ມຕ່າງໆ ທີ່ສະເໜີອອກໂດຍຝ່າຍຈີນ.
ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນຂັ້ນສູງຂອງລາວ ຍັງໄດ້ໄປຢ້ຽມຢາມສູນຄົ້ນຄວ້າພຶກສາສາດ ນະຄອນຄຸນໝິງ ເຊິ່ງໄດ້ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານກະ ສິກຳທີ່ທັນສະໄໝ ຂອງແຂວງຢຸນນານ ແລະ ໃນຕອນຄໍ່າ ສະຫາຍ ຫລີ ຊີ ຍັງໄດ້ຈັດງານລ້ຽງເປັນກຽດ ໃຫ້ແກ່ ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ.
ຂ່າວ-ພາບ: ທີມຂ່າວໂທລະພາບແຫ່ງຊາດ