ລະຫວ່າງ ວັນທີ 24-26/08/2022 ໃນບັນຍາກາດທີ່ສອງປະເທດ ລາວ ແລະ ຫຽດນາມ ກຳລັງຈັດຕັ້ງບັນດາການເຄື່ອນໄຫວຕ່າງໆຢ່າງຟົດຟື້ນໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ປີ 2022 ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ”. ປະຕິບັດຕາມສັນຍາຮ່ວມມື ປີ 2021-2025 ແລະ ປີ 2022 ລະຫວ່າງ ແຂວງຫົວພັນ ສປປ ລາວ ແລະ ແຂວງແທງຫົ່ວ ສສ ຫວຽດນາມ ແລະ ສະເຫຼີມສະຫຼອງ ວັນເຊັນສັນຍາຮ່ວມມືລະຫວ່າງແຂວງຫົວພັນ ແລະ ແຂວງແທງຫົ່ວ ຄົບຮອບ 55 ປີ (02/05/1967-02/05/2022).
ໃນລະຫວ່າງ ວັນທີ 24-26/08/2022. ທີ່ແຂວງແທງຮວາໄດ້ຈັດງານ “ ສັບປະດາວັດທະນະທຳມິດ ຕະ ພາບ ແຂວງແທງຮວາ-ຫົວພັນ ປີ 2022 ” ເຂົ້າຮ່ວມດັ່ງກ່າວຝ່າຍລາວນຳໂດຍ ສະຫາຍວັນໄຊ ແພງຊຸມມາ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນພ້ອມຄະນະ, ຝ່າຍຫວຽດນາມນຳໂດຍສະຫາຍ ໂດ໋ ຈ້ອງ ຮຶງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງແທງຮວາ ພ້ອມຄະນະນຳຂອງແຂວງ, ຄະນະຜູ້ແທນສະຖານທູດນຳໂດຍສະຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ.
ໂອກາດດັ່ງກ່າວຄະນະໄດ້ເຂົ້າຮ່ວມພິທີ່ເປີດງານວາງສະແດງຮູບພາບ ແລະ ພະລິດຕະພັນວັດທະນະທຳກ່ຽວກັບການຮ່ວມມືຂອງສອງປະເທດ ລາວ – ຫວຽດນາມ, ກໍຄືສອງແຂວງຫົວພັນ ແລະ ແຂວງແທງຮວາ, ຮ່ວມງານພົບປະລະຫວ່າງທະຫານອາສາສະໝັກຊ່ຽວຊານຫວຽດນາມ ແລະ ຊາວໜຸ່ມສອງແຂວງ, ຮ່ວມພິທີວາງພວງມະລາໄຕ້ທູບທຽນທີ່ອານຸສອນສະຖານ ໂຮ່ ຈິ ມີນ, ຫໍບູຊາແມ່ວິລະຊົນ ຫວຽດນາມ ແລະ ບັນດານັກຮົບນິລະນາມ, ທີ່ສຸສານ ຮາມຊົງ.
ໃນງານໂຮມຊຸມນຸມໃຫຍ່ ການນຳສອງແຂວງຫົວພັນ ແລະ ແຂວງແທງຮວາໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ໂດຍສະເພາະແມ່ນແຂວງແທງຮວາ ແລະ ແຂວງຫົວພັນ ແມ່ນເຕັມໄປດ້ວຍບັນຍາກາດມ່ວນຊື່ນ ແລະ ມີຄວາມໝາຍອັນເລີກເຊີ່ງທັງໄມຕີຈິດມິດຕະພາບເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນສອງຊາດເວົ້າລວມ, ເວົ້າສະເພາະແມ່ນ ແຂວງຫົວພັນ ແລະ ແຂວງແທງຮວາ ໂດຍສະເພາະຄົນຮຸ້ນໜຸ່ມໄດ້ຮັບຮູ້ເລິກເຊິ່ງຕື່ມກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ.
ນອກຈາກນັ້ນ ການນຳສອງແຂວງພ້ອມດ້ວຍສະຫາຍເອກອັກຄະລັດຖະທູດ ຍັງໄດ້ຮ່ວມພິທີມອບຮັບໂຄງການກໍ່ສ້າງຫໍພັກນັກສຶກສາລາວທີ່ມະຫາວິທະຍາໄລຫົງດຶກ, ຮ່ວມກິດຈະກຳກິລາມິດຕະພາບລະຫວ່າງແຂວງຫົວພັນ ແລະ ແຂວງແທງຮວາ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ


