ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 24 ສິງຫາ 2021 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍສະມາຊິກພັກສົມບູນ 156 ສະຫາຍ, ຍິງ 76 ສະຫາຍ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຄົ້ນຄ້ວາປະກອບຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງຂອງຄະນະພັກ ຄະນະໂຄສະ ນາອົບຮົມສູນກາງພັກ ຊຶ່ງເປັນເອກະສານສໍາຄັນກ່ຽວ ກັບການສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ແລະ ທິດທາງໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມໃນໄລຍະ 5 ປີ (2021-2025) ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ພ້ອມກັນນັ້ນ ໄດ້ກໍານົດແຜນພັດທະນາວຽກງານໂຄສະນາອົບຮົມ ແຕ່ປີ 2021-2025 ແລະ ຍຸດທະ ສາດພັດທະນາວຽກງານໂຄສະນາອົບຮົມຮອດປີ 2030.
ກອງປະຊຸມ ໄດ້ຄົ້ນຄ້ວາປະກອບຄໍາເຫັນໃສ່ບົດສໍາຫລວດການນໍາພາຂອງຄະນະ ພັກ ຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກໃນຊຸມປີຕໍ່ໜ້າໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ພັກໄດ້ມອບໝາຍໃຫ້.

ກອງປະຊຸມ ໄດ້ດໍາເນີນການເລືອກຄັ້ງເອົາຄະນະພັກ ຄະນະໂຄສະນາອົບຮົມສູນ ກາງພັກ ສະໄໝທີ V ເຊີ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 11 ສະຫາຍ, ຍິງ 4 ສະຫາຍ ເລືອກເອົາ 9 ສະຫາຍ, ຍິງ 2 ສະຫາຍ ເຊີ່ງມີລາຍຊື່ ດັ່ງນີ້:
1. ສະຫາຍ ຄໍາພັນ ເຜີຍຍະວົງ
2. ສະຫາຍ ລາວປາວຊົ່ງ ນະວົງໄຊ
3. ສະຫາຍ ນ. ວິລະວອນ ພັນທະວົງ
4. ສະຫາຍ ນ. ສົມພອນ ພົມມະຈັກ
5. ສະຫາຍ ອານົງສັກ ອິນທະວົງ
6. ສະຫາຍ ວັນຕຸລາ ຣັກນຸດ
7. ສະຫາຍ ສາຄອນ ພົມມະລາດ
8. ສະຫາຍ ຄໍາກອງ ທໍາມະເທວາ
9. ສະຫາຍ ວັນລາຕີ ຄໍາວານວົງສາ
ກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ໄດ້ເປັນເອກະສັນກັນເລືອກເອົາກໍາມະການຄະນະປະຈໍາພັກ 3 ສະຫາຍ ຄື:
1. ສະຫາຍ ຄໍາພັນ ເຜີຍຍະວົງ
2. ສະຫາຍ ລາວປາວຊົ່ງ ນະວົງໄຊ
3. ສະຫາຍ ນ. ວິລະວອນ ພັນທະວົງ
ເລືອກເອົາເລຂາ ແລະ ຮອງເລກຂາ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ຄື:
– ສະຫາຍ ຄໍາພັນ ເຜີຍຍະວົງ, ເປັນເລຂາ
– ສະຫາຍ ລາວປາວຊົ່ງ ນະວົງໄຊ ເປັນຮອງເລຂາ.
ເລືອກເອົາຄະນະກວດກາຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ຈໍານວນ 3 ສະຫາຍ ຄື:
1. ສະຫາຍ ນ. ວິລະວອນ ພັນທະວົງ, ເປັນປະທານຄະນະກວດກາພັກ
2. ສະຫາຍ ອານົງສັກ ອິນທະວົງ, ເປັນຮອງປະທານກວດກາພັກ
3. ສະຫາຍ ສະຫວ່າງ ດາລາແສນ ເປັນຮອງປະທານກວດກາພັກ

ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ທອງລຸນ ສີສຸລິດ ເຊີ່ງສະຫາຍ ໄດ້ເນັ້ນຫນັກໃຫ້ຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການນໍາພາຂອງຄະນະພັກ ສະໄໝທີ V ສືບຕໍ່ປັບປຸງບາງວຽກງານທີ່ຍັງເຮັດບໍ່ທັນໄດ້ດີໃນໄຍະຜ່ານມາ ເປັນຕົ້ນ: ເນື້ອໃນສຶກສາອົບຮົມຕໍໍ່ເປົ້າໝາຍຕ່າງໆ ຍັງບໍໍ່ທັນເລິກເຊີ່ງ, ບໍໍ່ທັນຫຼາຍຮູບຫຼາຍສີ, ບໍໍ່ທ່ວງທັນກັບສະພາບການໃໝ່, ການຊີ້ແຈງ, ອະທິບາຍຕໍໍ່ບັນຫາຕ່າງໆ ທີີ່ເກີດຂຶ້ນຢ່າງສົດໆ ຮ້ອນ ເຊີ່ງສັງຄົມໃຫ້ຄວາມສົນໃຈ ຫຼື ພວມເປັນກະ ແສໃນສັງຄົມບໍໍ່ພຽງແຕ່ບໍໍ່ທ່ວງທັນເທົ່ານັ້ນ ກໍໍ່ຫາກຍັງຂາດລັກສະນະສຶກສາອົບຮົມ, ລັກສະນະນໍາພາ, ລັກສະນະຕົວຈິງ ແລະ ລັກສະນະຕໍໍ່ສູ້, ເນື້ອໃນ, ຮູບແບບການໂຄສະ ນາສຶກສາອົບຮົມ, ການໃຫ້ຄວາມຮູ້ຄວາມເຂົ້າໃຈແກ່ສັງຄົມ ຍັງບໍໍ່ທັນໄດ້ຮັບການພັດ ທະນາໃຫ້ອຸດົມຮັັ່ງມີເທົ່າທີ່ຄວນ, ຍັງຂາດການປະດິດສ້າງທີີ່ໃຫ້ມີລັກສະນະມີຊີວິດຊີວາ ແລະ ອື່ນໆ.

Cr: ບຸນຕຽງ ຈັນທະວົງ