ຕອນບ່າຍວັນທີ 9 ມີນາ 2022, ທີ່ສຳນັກງານ ສຳນັກພິມການເມືອງແຫ່ງຊາດ ຊື້ເທິດ ນະຄອນ ຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມທາງໄກ: “ຕີລາຄາ, ສະຫລຸບວຽກງານການພິມຈຳໜ່າຍປື້ມ ມອບ ໃຫ້ແກ່ ສປປ ລາວ ໄລຍະແຕ່ປີ 2018 ຫາ ປີ 2021”, ຝ່າຍຫວຽດນາມນຳໂດຍ ສະຫາຍ ຟ້າມ ມິງ ຕ້ວນ, ຜູ້ອຳນວຍການ – ບັນນາທິການໃຫຍ່, ເລຂາຄະ ນະພັກ ສຳນັກພິມການເມືອງແຫ່ງ ຊາດ ຊຶ້ເທິດ, ພ້ອມດ້ວຍ ສະຫາຍ ນາງ ຟ້າມ ທິ ທິ້ງ ແລະ ສະຫາຍ ນາງ ຫງວຽນ ຮວ່າຍ ແອັງ, ຮອງຜູ້ອຳນວຍການ – ຮອງບັນນາທິການໃຫຍ່ ສຳນັກພິມການເມືອງແຫ່ງ ຊາດ ຊື້ເທິດ, ຝ່າຍລາວນຳໂດຍ ສະຫາຍ ໄຊຍະພອນ ອານຸລາດ, ຫົວໜ້າສຳນັກພິມຈຳໜ່າຍແຫ່ງ ຊາດລາວພ້ອມຄະນະ ແລະ ບັນ ດາສະຫາຍຜູ້ຕາງໜ້າຄະນະພົວ ພັນຕ່າງປະເທດສູນກາງພັກຂອງສອງພັກ, ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ, ຄະນະໂຄສະນາສຶກສາສູນກາງພັກກອມ ມູນິດຫວຽດນາມ, ຫ້ອງວ່າການສູນກາງພັກກອມມູນິດຫວຽດ ນາມ, ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງຖະແຫລ່ງຂ່າວ ແລະ ການສື່ສານຫວຽດນາມ, ພ້ອມດ້ວຍພະ ນັກງານວິຊາການຂອງສອງຝ່າຍຢ່າງພ້ອມພຽງ, ສ່ວນສະຖານທູດລາວທີ່ຫວຽດນາມ ໂດຍໄດ້ຮັບການມອບໝາຍຈາກ ສະຫາຍ ແສງເພັດຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ມອບໃຫ້ ສະຫາຍ ຈັນທະພອນ ຄຳມະນີຈັນ, ຮອງຫົວໜ້າສຳນັກງານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມ.
ໃນກອງປະຊູມສອງຝ່າຍໄດ້ຜ່ານບົດສະຫຼຸບ ຕີລາຄາ ຜົນງານການໃນການຮ່ວມມືລະຫວ່າງ ສຳນັກພິມການເມືອງແຫ່ງຊາດ ຊື້ເທິດ ແລະ ສຳນັກພິມແຫ່ງຊາດລາວ ໄລຍະແຕ່ປີ 2018-2021 ໂດຍຜ່ານການການລາຍງານຂອງ ສະ ຫາຍ ນາງ ຫງວຽນ ຮວ່າຍ ແອັງ, ຮອງອຳນວຍການ – ຫົວ ໜ້າບັນນາທິການ ສຳນັກພິມການເມືອງແຫ່ງຊາດ ຊື້ເທິດ ແລະ ຜ່ານການປະກອບຄຳເຫັນຂອງບັນດາຜຸ້ແທນເຂົ້າຮ່ວມກອງປະຊຸມທາງໄກຈາກທັງສອງຝ່າຍ.
ສອງຝ່າຍໄດ້ ແລກປ່ຽນຕີລາຄາວຽກງານພິມຈຳໜ່າຍປື້ມທີ່ມອບ ໃຫ້ ສປປ ລາວ ແຕ່ປີ 2018- 2021 ຢ່າງພາວະວິໄສ ໂດຍໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຈຳກັດ ແລະ ບັນດາເນື້ອໃນ ເພື່ອສືບຕໍ່ເສີມຂະຫຍາຍໃຫ້ມີປະສີດທິຜົນໃນວຽກງານພິມຈຳໜ່າຍປື້ມມອບໃຫ້ລາວໃນປີ 2022 ແລະ ຊູມປີຕໍ່ໜ້າ, ສອງຝ່າຍເຫັນດີ ຮ່ວມມື ແລະ ປັບປຸງທິດທາງແຜນການໃນຕໍ່ໜ້າ ເພື່ອສະເໜີຕໍ່ຂັ້ນເທີງ ໂດຍສະເພາະແມ່ນການຄັດເອົາຫົວຂໍ້, ຫົວເລື່ອງ ການແປ ແລະ ພິມຈຳໜ່າຍປື້ມກວມເອົາທຸກຂົງເຂດວຽກງານທີ່ມີຄຸນຄ່າຂອງຫວຽດນາມເພື່ອມອບໃຫ້ລາວ.
ໃນໂອກາດດັ່ງກ່າວ ສະຫາຍ ຈັນ ທະພອນ ຄຳມະນີຈັນ, ຮອງຫົວໜ້າສຳນັກງານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ປະກອບຄຳເຫັນ ແລະ ຕີລາຄາສູງ ຜົນງານການໃນການຮ່ວມມືລະ ຫວ່າງ ສຳນັກພິມການເມືອງແຫ່ງຊາດ ຊື້ເທິດ ແລະ ສຳນັກພິມແຫ່ງຊາດລາວ ໄລຍະແຕ່ປີ 2018-2021ຕະຫລອດໄລຍະເວລາຜ່ານມາ, ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວ ສານ, ບົດຮຽນອັນລໍ້າຄ່າຂອງຫວຽດນາມ, ລວມທັງການເລືອກເຝັ້ນ, ຈັດແປ, ຮຽບຮຽງ ແລະ ພິມປຶ້ມທີ່ມີເນື້ອໃນສຳຄັນຕ່າງໆຈາກ ພາສາຫວຽດ ເປັນພາສາລາວ ເພື່ອໃຫ້ຜູ້ອ່ານ, ນັກຄົ້ນຄວ້າ, ນັກທິດສະດີ ແລະ ຜູ້ທີ່ມີຄວາມສົນໃຈຂອງ ສປປ ລາວ ໄດ້ຮັບຂໍ້ມູນຂ່າວສານອັນຖືກຕ້ອງ, ທັນການ ແລະ ເປັນປະໂຫຍດໃຫ້ແກ່ການພັດທະນາປະເທດຊາດຂອງລາວ ທັງເປັນການປະກອບເຂົ້າໃນຄັງສາງຄວາມຮູ້ ຢູ່ ສປປ ລາວ.
ສະຫາຍ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ, ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງມາຕໍ່ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງໝົດຈິດໝົດໃຈແກ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃນປັດຈຸບັນ; ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະນຳ, ຄະນະບັນນາ ທິການສຳນັກພິມການເມືອງແຫ່ງຊາດ ຊື້ເທິດ ທີ່ໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ແລະ ທຶນຮອນ ຂອງຕົນ ເຂົ້າໃນວຽກງານການຮ່ວມມືລະຫວ່າງສອງສຳນັກພິມຕະຫລອດໄລຍະທ່ີຜ່ານມາ ແລະ ຫວັງຢ່າງຍິ່ງວ່າ: ສອງສຳນັກພິມຈຳໜ່າຍ ຈະສືບຕໍ່ຮ່ວມມືນຳກັນຢ່າງແໜ້ນແຟ້ນ ແລະ ຮ່ວມກັນເລືອກເຝັ້ນ, ແປ, ຮຽບຮຽງ ແລະ ພິມຈຳໜ່າຍປຶ້ມຕ່າງໆທີ່ມີເນື້ອໃນສຳຄັນ ແລະ ມີຄຸນຄ່າ ຊຶ່ງຈະເປັນຂໍ້ມູນທີ່ດີ ແລະ ເປັນປະໂຫຍດໃຫ້ແກ່ຜູ້ອ່ານ ແລະ ນັກຄົ້ນຄວ້າຂອງລາວ ໄດ້ຄົ້ນຄວ້າ ແລະ ຮໍ່າຮຽນເອົາບົດຮຽນທີ່ດີໃນຂົງເຂດຕ່າງໆຈາກສິ່ງພິມເຫລົ່ານັ້ນ ເພື່ອໄປໝູນໃຊ້ເຂົ້າໃນການພັດທະນາ ສປປ ລາວ.
ຕອນທ້າຍ ສອງຝ່າຍໄດ້ລົງນາມໃສ່ບົດບັນທຶກການຮ່ວມມືໃນຊຸມປີຕໍ່ໜ້າ ຊຶ່ງສອງຝ່າຍຈະມີການແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນໃນວຽກງານພິມຈຳໜ່າຍ, ການຄຸ້ມຄອງບໍລິຫານພິມຈຳ ໜ່າຍນຳກັນໃຫ້ສອດຄ່ອງກັບເງື່ອນໄຂເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ບຳລູງສ້າງຍົກສູງຄວາມຮູ້ວິຊາສະເພາະໃຫ້ແກ່ຖັນແຖວພະນັກງານນັກບັນນາທິການ ພ້ອມກັນນັ້ນສອງຝ່າຍຈະເພີ່ມການໂຄສະນາເຜີຍແຜ່ປື້ມທີ່ໄດ້ຜະລິດຈຳໜ່າຍມາເປັນພາສາລາວ ແລະ ພາສາຫວຽດ ໃຫ້ຜູ້ອ່ານຂອງສອງປະເທດຮັບຮູ້ເຂົ້າໃຈກ່ຽວກັບປະເທດ, ຄົນ, ກ່ຽວກັບແນວທາງປ່ຽນແປງໃໝ່ຂອງລາວ ແລະ ຫວຽດນາມກໍຄືສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ໂດຍສະເພາະ ແມ່ນ ສຳນັກພິມການເມືອງແຫ່ງຊາດ ຊື້ເທິດ ແລະ ສຳນັກພິມແຫ່ງຊາດລາວ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດໄປ.
ຂ່າວ,ພາບ: ໂອລຳ ຈັນທະວິໄລ
Loading...