ສະຫາຍ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ກອງພັນໃຫຍ່ 641


ວັນທີ 17 ມັງກອນ 2023 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມນາຍ ແລະ ພົນທະຫານ ກອງພັນໃຫຍ່ 641 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໂດຍມີ ສະຫາຍ ພັນເອກ ນວນຕາ ທັນມະຈັກ ຫົວໜ້າການ ທະຫານກອງພັນໃຫຍ່ 641, ມີຄະນະພັກ-ຄະນະບັນຊາ ຕະຫຼອດ ຮອດພະນັກງານຫຼັກແຫຼ່ງໃຫ້ ການຕ້ອນຮັບ. ສະຫາຍ ພັນເອກ ສອນແກ້ວ ຜາລີທອງ ຫົວໜ້າການເມືອງກອງພັນໃຫຍ່ 641, ໄດ້ລາຍງານໂດຍຫຍໍ້ສະພາບຈຸດພິເສດ ແລະ ໜ້າທີ່ການເມືອງຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ ແລະ ສ້າງໃຫ້ກົມກອງ ກາຍເປັນກົມກອງ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ໃຫ້ສົມກັບເປັນກົມກອງແບບຢ່າງທາງດ້ານລະບຽບວິໄນ, ເຂັ້ມແຂງທາງດ້ານວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ, ຈັດຕັ້ງເຝິກແອບຮ່ຳ ຮຽນວິຊາສະເພາະ, ສິລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຊຳນານຄ່ອງແຄ້ວ, ຍົກສູງດ້ານລະບຽບແບບແຜນ, ວຽກງານເຮັດໃຫ້ສະ ພາບມີຄວາມສະຫງົບ, ໄດ້ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານ ການເມືອງໃນຂອບເຂດກົມກອງຕັ້ງທັບ, ປະສານສົມທົບກັບອຳ ນາດການປົກຄອງບ້ານຊຸກຍູ້ຊ່ວຍເຫຼືອການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃນຂອບເຂດດັ່ງກ່າວໃນຍາມພົບຄວາມຫຍຸ້ງຫຍາກ.


ນອກຈາກນີ້, ກົມກອງຍັງໄດ້ເອົາໃຈໃສ່ວຽກງານຄຸ້ມຄອງລ້ຽງດູທັບ ເປັນວຽກງານໜຶ່ງທີ່ສຳຄັນ, ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ໂດຍພື້ນຖານ. ຈາກນັ້ນ, ສະຫາຍ ລັດຖະມົນ ຕີກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນໂອ້ລົມ ຮຽກຮ້ອງໃຫ້ ບັນດາສະຫາຍໃນຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ, ຕະຫຼອດຮອດພະນັກງານ-ນັກຮົບທົ່ວ ກອງພັນໃຫຍ່ 641 ສືບຕໍ່ຮັບປະ ກັນສະຖຽນລະພາບທາງດ້ານການເມືອງ, ເປັນຫຼັກແຫຼ່ງໃນການ ຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເດັດດ່ຽວສະກັດກັ້ນທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບເພື່ອເຮັດໃຫ້ສະພາບພາຍໃນຂອບເຂດທົ່ວປະເທດມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດໃຫ້ເຂັ້ມງວດ, ສ້າງ ແລະ ປັບປຸງກົມກອງໄປຕາມທິດສ້າງກອງທັບມີແບບແຜນທັນສະໄໝເທື່ອລະກ້າວ, ເຊີດຊູສະ ຕິລະວັງຕົວ ແລະ ມີສະຕິໃນການ ປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກ ສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະ ຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງ, ຕັ້ງໜ້າປັບປຸງກຳ ລັງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງໃນທຸກດ້ານ, ປະຕິບັດລະບອບການອົບຮົມ-ຫັດແອບ ເພື່ອຍົກລະດັບຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະໃຫ້ສູງຂຶ້ນ, ທັງຍົກສູງສະຕິໃນການຈັດຕັ້ງປະຕິບັດລະບຽບວິໄນໃຫ້ເຂັ້ມງວດ. ໃນໂອກາດດັ່ງກ່າວ ສະຫາຍຍັງໄດ້ ມອບວັດຖຸປັດໄຈຈຳນວນໜຶ່ງ ໃຫ້ກອງພັນໃຫຍ່ 641 ເພື່ອປະກອບສ່ວນເຂົ້າໃນການປັບ ປຸງພັດທະນາກົມກອງໃຫ້ມີໂສມ ໜ້າອັນໃໝ່, ພ້ອມທັງໄດ້ລົງຢ້ຽມ ຢາມພະນັກງານ-ນັກຮົບ ກົມກອງຮາກຖານທີ່ຂຶ້ນກັບກອງພັນໃຫຍ່ອີກດ້ວຍ.

