ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະ ນະພັກກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຜົນສໍາເລັດ ໃນວັນທີ 12 ພະຈິກ 2021, ທີ່ຫໍປະຊຸມແຫ່ງຊາດ, ພາຍຫຼັງດຳເນີນມາເປັນເວລາ 2 ວັນ ໂດຍການເປັນປະ ທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາສະຫາຍເລຂາ, ຮອງເລຂາ, ແຂກຖືກເຊີນ, ບັນດາສະຫາຍຜູ້ແທນສົມບູນ ຈໍານວນ 226 ສະ​ຫາຍ ຍິງ 47 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຈໍານວນ 1.036 ສະຫາຍ.
ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ແມ່ນໝາກຜົນລວມຍອດແຫ່ງສະຕິປັນ ຍາ ແລະ ຄວາມສາມັກຄີເປັນເອກະພາບບົນພື້ນຖານການເສີມຂະຫຍາຍປະຊາ ທິປະໄຕອັນເລິກເຊິ່ງ ແລະ ກວ້າງຂວາງ ສະແດງໃຫ້ເຫັນຄວາມຮັບຜິດຊອບທາງດ້ານການເມືອງຕໍ່ພັກ, ຕໍ່ພາລະກິດປະ ຕິວັດ ກໍຄື ອະນາຄົດຂອງປະເທດຊາດ.
ກອງປະຊຸມໄດ້ເປັນເອກະພາບຕໍ່ການຕີລາຄາ ດ້ານດີ, ດ້ານອ່ອນ, ຜົນສໍາເລັດທີ່ຍາດມາໄດ້ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພະລັງງານ-ບໍ່ແຮ່, ການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ-ບໍ່ແຮ່ 5 ປີຜ່ານມາ ແລະ ບົດສໍາຫຼວດຂອງອົງຄະນະພັກກະຊວງພະລັງງານ-ບໍ່ແຮ່ ຄັ້ງທີ II ໄດ້ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ, ເດັດດ່ຽວ ມີຄວາມຕັດສິນໃຈສູງ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເພື່ອນໍາພາອົງຄະນະພັກເດີນຕາມແນວທາງຂອງພັກ ເພື່ອພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່ຈໍານວນ 19 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກເລືອກເອົາຄະນະປະຈໍາ ຈຳນວນ 5 ສະຫາຍ, ໃນນັ້ນ ສະຫາຍ ດາວວົງ ພອນແກ້ວ ໄດ້ຖືກຄັດເລືອກເປັນເລຂາຄະນະພັກກະຊວງ, ສະຫາຍ ທອງພັດ ອິນທະວົງ ເປັນຮອງເລຂາຄະນະພັກກະຊວງ, ສະຫາຍນາງ ຈັນສະຫວາດ ບຸບຜາ ເປັນປະທານຄະນະກວດກາພັກ.
ໃນໂອກາດດັ່ງກ່າວ ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕໍ່ຜົນງານກໍຄືຜົນສໍາເລັດທີ່ຄະນະພັກກະຊວງພະລັງງານ-ບໍ່ແຮ່ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາພ້ອມທັງໄດ້ເນັ້ນໃຫ້ຄະນະພັກສືບຕໍ່ເອົາໃຈໃສ່ເຮັດວຽກສຶກສາອົບຮົມການເມືອງ – ແນວຄິດໃຫ້ດີກວ່າເກົ່າ ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງຍົກສູງທັດສະນະຫຼັກໝັ້ນຊົນຊັ້ນ, ທັດສະນະຫຼັກໝັ້ນຈໍາແນກມິດ-ສັດຕູຢ່າງຈະແຈ້ງ ໂດຍສະເພາະໃນເງື່ອນໄຂເສດຖະກິດຕະຫຼາດທີ່ມີທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ ຍິ່ງຮຽກຮ້ອງໃຫ້ສະມາຊິກພັກມີສະຕິລະວັງຕົວສູງ, ມີຄວາມຊື່ສັດບໍລິສຸດ, ຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ມີຄວາມອົດທົນໝັ້ນໜຽວ ແລະ ຄວາມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມໃຫ້ເປັນຮູບປະທໍາຢ່າງແຂງແຮງ; ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກທຸກຂັ້ນໃຫ້ຮັບປະກັນຄວາມສາມັກຄີ ແລະ ຄວາມໂປ່ງໃສ, ຄະນະພັກທຸກຂັ້ນຕ້ອງແບ່ງເວລາລົງເຄື່ອນໄຫວຢູ່ຮາກຖານໃຫ້ຫຼາຍຂຶ້ນ ຖ້າເຮັດໄດ້ມັນບໍ່ພຽງແຕ່ຈະກໍາສະພາບການຕ່າງໆໄດ້ເທົ່ານັ້ນ ແຕ່ມັນຍັງເປັນວິທີການ,ມາດຕະການ ເພື່ອຊີ້ນໍາ, ປຸກລະດົມຂະບວນການຢູ່ຮາກຖານ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຕົນອີກດ້ວຍ; ຄະນະພັກກະຊວງຕ້ອງເອົາໃຈໃສ່ຊີ້ນໍາ-ນໍາພາຂະແໜງການຂອງຕົນ ໂດຍສະເພາະ ຫ້ອງການ, ບັນດາກົມ, ນັບທັງຢູ່ທ້ອງຖິ່ນຮາກຖານ ແລະ ບັນດາຫົວໜ່ວຍທຸລະກິດ, ວິສາຫະກິດຮຸ້ນສ່ວນໃນທົ່ວກະຊວງຕ້ອງໄດ້ຈັດຕັ້ງຜັນຂະຫຍາຍຫັນເປັນແຜນການ, ໂຄງການລະອຽດ, ວາງຄາດໝາຍສູ້ຊົນແລະ ວາງມາດຕະການອັນເໝາະສົມ ເພື່ອປະຕິບັດໜ້າທີ່ວຽກງານ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ກອງປະຊຸມຄັ້ງນີ້ວາງອອກຢ່າງຮອບດ້ານ ໃຫ້ປະກົດຜົນເປັນຈິງ.
(ຂ່າວ-ພາບ: ແສງຈັນ)
Loading...