ໃນວັນທີ 9 ເມສາ 2021 ນີ້ ທີ່ມະຫາວິທະຍາໄລແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະ ເທດແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ ຄັ້ງທີ 2 ສະໄໜທີ VIII ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ (14 ເມສາ 1955 ຫາ 14 ເມສາ 2021) ຄົບຮອບ 66 ປີ. ຊຶ່ງມີ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລ ຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມ ດ້ວຍຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ຄະນະອະທິການບໍດີມະຫາວິທະ ຍາໄລແຫ່ງຊາດ ແລະ ຄະນະນໍາແຕ່ລະຂັ້ນຂອງສະມາຊິກຊາວໜຸ່ມ-ເຍົາວະຊົນດີເດັ່ນ ແລະ ແຂກ ຖືກເຊີນເຂົ້າຮ່ວມ.
ທ່ານ ອາລຸນໄຊ ສູນນະລາດ ໄດ້ຂຶ້ນຜ່ານລາຍງານການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວ ວຽກງານຊາວໜຸ່ມໂດຍຫຍໍ້ວ່າ: ວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະໄຕມາດ 1 ປີ 2021, ໄດ້ຮີບ ຮ້ອນຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນ ການຈັດຕັ້ງເຜີຍແຜ່ ເຊື່ອມຊຶມຍຸດທະຍາດພັດທະນາຊາວໜຸ່ມ-ເຍົາວະຊົນລາວ 2021-2030, ໄດ້ສຳເລັດການເຂົ້າຮ່ວມ ຂະບວນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກ, ເຂົ້າຮ່ວມໂຄສະນາປຸກລະດົມ ແລະ ໃຊ້ສິດໃນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຮຽບຮຽງກົດໝາຍວ່າດ້ວຍຊາວໜຸ່ມລາວ ພາຍຫຼັງທີ່ໄດ້ຮັບການຮັບຮອງຈາກກອງປະຊຸມສາມັນເທື່ອທີ 9 ຂອງສະພາແຫ່ງຊາດ, ໄດ້ຈັດຕັ້ງຂະບວນການຮ່ຳຮຽນມູນເຊື້ອຂອງພັກ, ມູນເຊື້ອຂອງກອງທັບ, ມູນເຊື້ອຂອງກຳລັງ ປກສ ແລະ ມູນເຊື້ອຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງເປັນຂະ ບວນການກວ້າງຂວາງໃນຂອບເຂດທົ່ວປະເທດ ແລະ ວຽກງານອື່ນໆ.
ໃນໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງຄະນະນຳຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທຸກຂັ້ນ ທີ່ໄດ້ພ້ອມກັນເຮັດລ້ອນໜ້າທີ່ຂອງຕົນ ຜ່ານມາຄືດັ່ງຮູ້ນຳກັນແລ້ວວ່າ ຊາວໜຸ່ມລາວແມ່ນເປັນກໍາລັງແຮງທີ່ສໍາຄັນທັງເປັນເສົາຄໍ້າເປັນກໍາລັງ ປະຈັນບານເປັນແຂນຂວາຂອງພັກ ໃນໄລຍະຕໍ່ສູ້ກູ້ຊາດຖັນແຖວຊາວໜຸ່ມໄດ້ສ້າງວິລະກໍາອັນລໍ້າເລີດ ໃຫ້ແກ່ຊາດ, ຖັນແຖວຊາວໜຸ່ມເຮົາໄດ້ຮັບການຝຶກຝົນຫຼໍ່ຫຼອມໃຫ້ກ້າແກ່ນເຂັ້ມແຂງໃນທຸກດ້ານ ຊາວ ໜຸ່ມຈຶ່ງມີການເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບຕະຫຼອດມາ, ເຖິງຢ່າງໃດ ກໍຕາມຢືນຢູ່ຕໍ່ໜ້າສະພາບປັດຈຸບັນຂອງປະເທດພວກເຮົາ ແລະ ການຜັນແປຂອງສະຖານະການໂລກ ພາກພື້ນທີ່ມີຄວາມສະຫຼັບສັບຊ້ອນ ຊັບສົນ ຄາດຄະເນຍາກ. ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ຄະນະຊາວໜຸ່ມ ທຸກຂັ້ນຕ້ອງເອົາໃຈໃສ່ສືບຕໍ່ສຶກສາອົບຮົມແນວຄິດການເມືອງ, ອົບຮົມມູນເຊື້ອປະຫວັດສາດ, ວັດທະ ນະທໍາຮີດຄອງປະເພນີອັນດີງາມ, ສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍລະບຽບຂອງ ລັດ, ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ໄດ້ຮັບໝາກຜົນດີ; ສືບຕໍ່ປັບປຸງກໍ່ສ້າງການຈັດຕັ້ງ ຂອງຕົນໃຫ້ເຂັ້ມແຂງໜັກແໜ້ນ, ມີຄວາມສາມາດພຽງພໍໃນການຈັດຕັ້ງ, ນໍາພາ, ຊີ້ນໍາການເຄື່ອນ ໄຫວຂອງຊາວໜຸ່ມ ປັບປຸງພາລະບົດບາດຂອງຄະນະຊາວໜຸ່ມແຕ່ລະຂັ້ນ ແລະ ປັບປຸງເນື້ອໃນ ແບບແຜນການເຄື່ອນໄຫວ ແລະ ວິທີເຮັດວຽກໃຫ້ສອດຄ່ອງກັບຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ສືບຕໍ່ບໍາລຸງກໍ່ສ້າງຖັນແຖວພະນັກງານເຮັດວຽກຊາວໜຸ່ມ-ເຍົາວະຊົນ ໃຫ້ເຂັ້ມແຂງໃນ ສະພາບການໃໝ່ ຄຸນນະພາບຂອງພະນັກງານມີຄວາມຈໍາເປັນພາວະວິໄສ; ສືບຕໍ່ປຸກລະດົມກໍາ ລັງແຮງຂອງຊາວໜຸ່ມບັນດາເຜົ່າເຂົ້າສູ່ລະບົບຂະບວນການພັດທະນາເສດຖະກິດ – ສັງຄົມຂອງຊາດ ເນັ້ນໜັກຈັດຕັ້ງປະຕິບັດຂະບວນແຂ່ງຂັນ ເຮັດວຽກວິຊາສະເພາະຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນຢ່າງແຂງແຮງ ພ້ອມດຽວກັນນັ້ນກໍໃຫ້ຍົກລະດັບຄຸນນະພາບຂອງການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກຂອງຊາວໜຸ່ມ ເພາະຂະບວນການນີ້ຈະກາຍເປັນກໍາລັງແຮງຂັບເຂື່ອນວຽກງານພັດທະນາ ຊາວໜຸ່ມທີ່ມີໝາກຜົນຕົວຈິງ, ຈັດຕັ້ງຄຸ້ມຄອງ ແລະ ພັດທະນາເຍົາວະຊົນ-ອະນຸຊົນ ຜູ້ສືບທອດ ໃຫ້ມີຄວາມເຂັ້ມແຂງ, ປຸກຈິດສໍານຶກທີ່ດີແຕ່ໄວເຍົາ ເມື່ອພາຍໜ້າພວກເຮົາຈຶ່ງໄດ້ຊາວໜຸ່ມທີ່ໜັກແໜ້ນ ເຂົ້າໃນພາລະກິດຕ່າງໆຂອງຊາດ, ຄະນະຊາວໜຸ່ມແຕ່ລະຂັ້ນຕ້ອງເປັນເຈົ້າການປຸກລະດົມການຈັດ ຕັ້ງໂຮງຮຽນ, ຄອບຄົວຜູ້ປົກຄອງ ແລະ ສັງຄົມໃຫ້ມີສ່ວນຮ່ວມຫຼາຍຂຶ້ນກວ່າເກົ່າ ເພື່ຶອພັດທະນາອະນຸ ຊົນ-ເຍົາວະຊົນ ໃຫ້ເຂົາເຈົ້າເປັນຄົນດີ, ຮຽນເກັ່ງ ແລະ ມີຄຸນສົມບັດ.
Loading...