ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນຄໍ່າຂອງວັນທີ 19 ກັນຍາ 2023 ຢູ່ທີ່ໂຮງແຮມເຈັນຈ່ວງ, ນະຄອນຄຸນໝິງ, ແຂວງຢຸນນານ, ສປ ຈີນ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ກັບສະຫາຍ ຫວັງ ໜິງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາຜູ້ແທນປະຊາຊົນແຂວງ ຢຸນນານ, ສປ ຈີນ ພ້ອມດ້ວຍຄະນະ.
ກ່ອນອື່ນ ສະຫາຍ ຫວັງ ໜິງ ໄດ້ກ່າວສະແດງຄວາມຍິນດີ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດຕ້ອນຮັບ ສະຫາຍ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຢຸນນານ ໃນຄັ້ງນີ້ ຖືວ່າເປັນຄັ້ງທໍາອິດພາຍຫຼັງທີ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງ ຕີລາຄາສູງຕໍ່ການເດີນທາງ ມາເຂົ້າຮ່ວມງານວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ທີ່ໄດ້ຈັດຂຶ້ນຢູ່ໃນເມືອງ ໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເຊິ່ງເປັນການປະກອບສ່ວນເຂົ້າໃນການຍົກລະດັບ ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ. ໃນໂອກາດພົບປະຄັ້ງນີ້ ສະຫາຍ ຫວັງ ໜິງ ກໍ່ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບພົ້ນເດັ່ນ ການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ ເຊິ່ງເຫັນວ່າໄດ້ ໃນປີ 2022 ການພັດທະນາເສດຖະກິດ-ສັງຄົມ ໄດ້ສືບຕໍ່ຂະຫຍາຍຕົົວຢ່າງຕໍ່ເນື່ອງ ເຊິ່ງ GDP ຂະຫຍາຍຕົວໃນລະດັບ 8,7% ຄິດເປັນມູນຄ່າເທົ່າກັບ 420 ຕື້ໂດລາສະຫະ ລັດ; ສໍາລັບທ່າແຮງອັນທີ່ພົ້ນເດັ່ນ ແມ່ນຂະແໜງການທ່ອງທ່ຽວ ເຫັນໄດ້ວ່າໃນໄລຍະ 8 ເດືອນຕົ້ນປີ 2023 ມີນັກທ່ອງ ທ່ຽວເຂົ້າມາທ່ອງທ່ຽວພາຍໃນແຂວງ ຈໍານວນ 700 ລ້ານເທື່ອຄົນ ເຊິ່ງສາມາດສ້າງວຽກເຮັດງານທໍາ ແລະ ລາຍຮັບ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ; ບັນດາຂະແໜງກະສິກໍາ, ອຸດສາຫະກໍາ, ສຶກສາທິການ, ສາທາ ລະນະສຸກ ແລະ ຂະແໜງອື່ນໆ ກໍ່ໄດ້ຮັບການຂະ ຫຍາຍຕົວ ແລະ ພັດທະນາດີຂຶ້ນຢ່າງຕໍ່ເນື່ອງ. ສໍາລັບການພົວພັນຮ່ວມມື ກັບ ສປປ ລາວ ເຫັນໄດ້ວ່າ ນັບມື້ນັບ
ແໜ້ນແຟ້ນ, ເລິກເຊິ່ງ, ມີຄວາມສະ ໜິດສະໜົມ ແລະ ມີປະສິດທິຜົນຕົວຈິງຫຼາຍຂຶ້ນ ເຊິ່ງສະແດງອອກນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນແຂວງຢຸນນານ ໄດ້ອໍານວຍຄວາມສະດວກ ແລະ ຕ້ອນຮັບຄະນະຜູ້ແທນຂັ້ນຕ່າງໆຈາກ ສປປ ລາວ ຈໍານວນ 45 ຄະນະ, ລວມ 905 ເທື່ອຄົນ.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍເລຂາພັກແຂວງ ຢຸນນານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ ແກ່ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດການຈັດງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ງານວາງສະແດງສິນຄ້າຂາເຂົ້າ-ຂາອອກ ນະຄອນຄຸນໝິງ ຄັ້ງທີ 27 ທີ່ໄດ້ຈັດຂຶ້ນໃນເດືອນ ສິງຫາ 2023 ຜ່ານມາ ກໍ່ຄືຜົນສຳເລັດຢ່າງຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຊິ່ງເຫັນວ່າ ເປັນແຂວງໜຶ່ງທີ່ມີທ່າແຮງທາງດ້ານ ກະສິກໍາ, ການທ່ອງທ່ຽວ, ອຸດສາຫະກໍາ ກໍ່ຄື ຂະແໜງອື່ນໆ; ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫຼືອສະ ໜັບສະໜູນເຊິ່ງກັນ ແລະ ກັນ, ການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍ ກໍ່ດຳເນີນໄປຢ່າງເປັນປົກກະຕິ ແລະ ໄດ້ເພີ່ມຂຶ້ນໃນແຕ່ລະປີ ເວົ້າລວມ, ເວົ້າສະເພາະ ສປປ ລາວ ແລະ ແຂວງຢຸນນານ ເຫັນວ່າໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫຼາຍດ້ານ ໂດຍສະເພາະ ແມ່ນການສືບຕໍ່ປະຕິບັດຂໍ້ລິເລີ່ມ (ໜຶ່ງແລວ ໜຶ່ງເສັ້ນທາງ) ຂອງ ສປ ຈີນ ເຂົ້າກັບຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ຕະຫຼອດໄລຍະຜ່ານມາ. ຖືໂອກາດນີ້, ຍັງໄດ້ສະແດງຄວາມຂອບໃຈມາຍັງພັກ-ລັດ ຖະບານ ສປ ຈີນ ໂດຍສະເພາະແມ່ນອໍານາດການປົກຄອງແຂວງຢຸນນານ ທີ່ໄດ້ອໍານວຍຄວາມສະດວກ, ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການເດີນທາງຢ້ຽມ ຢາມ ແລະ ກວດສຸຂະພາບຂອງການນໍາຂັ້ນສູງຂອງ ສປປ ລາວ ຢູ່ ສປ ຈີນ ລວມທັງການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າ ທີ່ມີຜົນປະໂຫຍດຫຼາຍໆດ້ານ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄື ປະຈຸບັນ ແລະ ໃນຕໍ່ໜ້າ.
ສໍາລັບການຮ່ວມມືໃນຕໍ່ໜ້າ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍເລຂາພັກແຂວງຢຸນ ໜານ ເຫັນດີທີ່ຈະຊຸກຍູ້ບັນດາຂະແໜງການກ່ຽວຂ້ອງຂອງຕົນ ສືບຕໍ່ປຶກສາຫາລືຮ່ວມກັນ ເພື່ອເພີ່ມທະວີຮັດແໜ້ນການພົວພັນຮ່ວມມື, ການຄ້າ, ການລົງທຶນ ແລະ ຖອດຖອນບົດຮຽນ ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນ: ຖືເອົາການຕົກລົງເປັນເອກະພາບ ຂອງສອງເລຂາທິການໃຫຍ່ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນ; ຮ່ວມກັນວາງແຜນ ແລະ ນໍາໃຊ້ ໂຄງການທາງລົດໄຟລາວ- ຈີນ ທີ່ເປັນໂຄງການຮ່ວມມືລະດັບຊາດ ແລະ ເປັນປະຫວັດສາດຂອງສອງປະ ເທດ ໃຫ້ມີປະສິດທິຜົນສູງ ໂດຍສະເພາະ ໃນການວາງແຜນການພັດທະນາໂຄງການປິ່ນອ້ອມຕາມແລວທາງລົດໄຟລາວ-ຈີນ, ເອື້ອອຳນວຍຄວາມສະດວກການນຳເຂົ້າສິນຄ້າກະສິກຳຂອງລາວ ຜ່ານແຂວງຢຸນນານ ເພື່ອເຊື່ອມຕໍ່ໄປແຂວງອື່ນໆ ຂອງ ສປ ຈີນ, ຮ່ວມກັນຊຸກຍູ້ການສ້າງລະບົບກວດກາ “ຈຸດດຽວ, ປ່ອງດຽວ” ເພື່ອຫຼຸດເວລາ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ຜ່ານທາງລົດໄຟລາວ-ຈີນ ໃຫ້ໄວ້ຂື້ນ, ໃນນີ້ ບໍ່ສະເພາະ ແຕ່ປັບປຸງໂຄງລ່າງພື້້ນຖານ, ຍັງຕ້ອງເອົາໃຈໃສ່ຮ່ວມກັນຍົກລະດັບອຸປະກອນ, ລະບົບຜ່ານດ່ານ ໃຫ້ທັນສະໄໝ, ລວມທັງ ຮ່ວມມືກັນ ພັດທະນາບຸກຄະລາກອນ ເພື່ອໃຫ້ສາມາດນໍາໃຊ້ລະບົບ ແລະ ອຸປະກອນເຫຼົ່ານັ້ນ ໃຫ້ໄດ້ດີ; ຄົ້ນຄວ້າຍົກລະດັບດ່ານຊາຍແດນບໍ່ເຕັນ-ບໍ່ຫານ, ດ່ານລານຕຸຍ-ເມີງຄັງ ເຊິ່ງເປັນດ່ານສາກົນ ໃຫ້ທັນສະໄໝ, ສະດວກໃນການເຂົ້າ-ອອກຂອງຄົນ ແລະ ສິນຄ້າ, ທັງຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ແລະ ທັງເປັນເສັ້ນທາງຜ່ານສໍາຄັນຂອງຈີນ ກັບ ອາຊຽນ, ກໍ່ຄືຂອງລາວ ກັບ ຢຸນນານ; ຄົ້ນຄວ້າ ແລະ ກຳນົດແຜນປະຕິບັດງານລະອຽດ ໃນການພັດທະນາເຂດເສດ ຖະກິດຮ່ວມ ບໍ່ເຕັນ-ບໍ່ຫານ ເພື່ອສ້າງເຂດດັ່ງກ່າວ ໃຫ້ເປັນຈຸດພັດທະນາທີ່ສໍາຄັນຂອງສອງປະເທດ ເພື່ອນໍາເອົາຄວາມຈະເລີນມາໃຫ້ເຂດຊາຍແດນ ລາວ ແລະ ແຂວງຢຸນນານ; ຊຸກຍູ້ການຄ້າຂອງສອງຝ່າຍເຊັ່ນ: ການຄ້າສາກົນ, ການຄ້າເອເລັກໂຕນິກ ແລະ ການຄ້າຊາຍແດນ ລວມທັງ ພິຈາລະນາ ແລະ ໃຫ້ນະໂຍບາຍ ເພື່ອກະຕຸກຊຸກຍູ້ການຄ້າຊາຍແດນ, ມີນະໂຍບາຍ ໃນກອບປູກພືດທົດແທນການປູກຝິ່ນ, ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າກະສິກຳຂອງລາວ ທີ່ມີທ່າແຮງມາ ສປ ຈີນ ລວມທັງ ພິຈາລະນາຂະຫຍາຍເວລາເພີ່ມຂອງການແຈ້ງໂກຕ້າ ສໍາລັບໂຄງການປູກພືດທົດແທນການປູກຝິ່ນ ເພື່ອຊ່ວຍໃຫ້ຊາວກະສິກອນສາມາດຂາຍຜົນຜະລິດຂອງຕົນ ໃຫ້ແກ່ຜູ້ປະ ກອບການ ເພື່ອສົ່ງອອກມາຈີນ; ຍົກລະດັບປະລິມານ ແລະ ຄຸນນະພາບຂອງສິນຄ້າກະສິກຳຂອງລາວໃຫ້ສູງຂຶ້ນ ລວມທັງການປັບປຸງບາງປະເພດສິນຄ້າ ຂອງການປູກພືດທົດແທນການປູກຝິ່ນ ດ້ວຍການຫັນມາປູກຜະລິດຕະພັນກະສິກຳ ທີ່ມີຄ່າຕອບແທນສູງ; ຊຸກຍູ້ ແລະ ສົ່ງເສີມນັກລົງທຶນຂອງແຂວງຢຸນນານ ທີ່ມີທ່າແຮງດ້ານທຶນຮອນ ແລະ ປະສົບການ ໄປລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງສິນຄ້າກະສິກໍາ, ພັດທະນາອຸດສາຫະກຳປຸງແຕ່ງອື່ນໆ ທີ່ເຫັນວ່າ ຕະຫຼາດໂລກມີຄວາມຕ້ອງການ ທັງນີ້ ກໍ່ເພື່ອຊ່ວຍລາວໃນການສ້າງຄວາມເຂັ້ມ ແຂງດ້ວຍຕົນ ເອງເທື່ອລະກ້າວ, ເຮັດໃຫ້ລາວສາມາດຜະລິດເພື່ອທົດແທນການນໍາເຂົ້າ ສົມທົບກັບການສົ່ງອອກດ້ວຍຜະລິດຕະພັນສໍາເລັດຮູບ ເພື່ອສ້າງລາຍຮັບເງິນຕາຕ່າງປະເທດຫຼາຍຂຶ້ນ; ຊຸກຍູ້ບັນດາວິສາຫະ ກິດທີ່ມີທຶນຮອນ, ມີປະສົບການ ແລະ ມີຄວາມສາມາດ ໄປລົງທຶນໃນຮູບແບບລົງທຶນ ບີໂອທີ ຕໍ່ໂຄງການກໍ່ສ້າງທາງດ່ວນ ທີ່ເຊື່ອມໂຍງລະຫວ່າງ ລາວ ກັບ ຈີນ ເຊັ່ນ: ການກໍ່ສ້າງທາງດ່ວນ ວັງວຽງ-ບໍ່ເຕັນ, ໂດຍສະ ເພາະແມ່ນ ທາງດ່ວນໄລຍະທີ 4 ແຕ່ ອຸດົມໄຊ-ບໍ່ເຕັນ, ບໍ່ເຕັນ-ຫ້ວຍຊາຍ ກໍ່ຄື ເສັ້ນທາງອື່ນໆ ຕາມນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ປະກົດເປັນຈິງ; ເນື່ອງຈາກວ່າ ປີ 2024 ເປັນປີທ່ອງທ່ຽວຂອງ ສປປ ລາວ, ສອງຝ່າຍຈະປຶກສາຫາລືຮ່ວມກັນພັດທະນາ ແລະ ຮ່ວມກັນຊຸກຍູ້ການທ່ອງທ່ຽວ ໃຫ້ມີບັນຍາກາດ ໃໝ່, ດ້ວຍການນໍາໃຊ້ການຄົມມະນາຄົມທີ່ມີພື້້ນຖານທີ່ດີແລ້ວນີ້; ສືບຕໍ່ສົ່ງເສີມ ແລະ ນຳໃຊ້ກົນໄກຮ່ວມມື ລະຫວ່າງບັນດາແຂວງພາກເໜືອຂອງລາວ ກັບແຂວງຢຸນນານ ກໍ່ຄື ຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ການຮ່ວມມືຮອບດ້ານໃຫ້ຫຼາຍຂຶ້ນກວ່າເກົ່າ; ສືບຕໍ່ໃຫ້ການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ ລວມທັງ ຊຸກຍູ້ໃຫ້ບັນດາມະຫາວິທະຍາໄລ ຂອງສອງຝ່າຍທີ່ໄດ້ຮ່ວມມືກັນນັ້ນ ສືບຕໍ່ຖອດຖອນແລກປ່ຽນບົດຮຽນດ້ານວິຊາການຮ່ວມກັນ ເພື່ອຍົກລະດັບເຕັກນິກຄວາມຮູ້, ຄວາມສາມາດ, ທັກສະ ໃຫ້ແກ່ ຄູ-ອາຈານ ຂອງ ສປປ ລາວ ຕື່ມອີກ.
ໃນໄລຍະທີ່ເຄື່ອນໄຫວຢູ່ແຂວງ ຢຸນນານ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມເຄື່ອນໄຫວເຮັດວຽກ ສູນປະຕິບັດງານ ລະບົບນິເວດວິທະຍາ (ຫໍຜັງເມືອງ) ຢູ່ເມືອງ ເສີງຈ່ຽງ; ການກໍ່ສ້າງລະ ບົບນິເວດວິທະຍາຂອງທະເລສາບ ຝູຊ່ຽນ (ຝູຫາຍວ່ານ); ຢ້ຽມຢາມບັນດາຈຸດເດັ່ນທີ່ເປັນເອກະລັກ ໃນການພັດທະນາສ້າງຄວາມຈະເລີນ ໃຫ້ແກ່ຊົນນະບົດໃນບ້ານມາຝາງ; ຢ້ຽມຢາມກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງຢຸນນານ; ຢ້ຽມຢາມໂຮງງານ ກາເຟຂອງກຸ່ມບໍລິສັດ ນົງເຂີນຢຸນນານ (ກຸ່ມບໍລິສັດ ພັດທະນາກະສິກໍາ ແຂວງຢຸນນານ) ຕື່ມອີກ.
ຂ່າວ;ພາບ: ກົມປະຊາສຳພັນ ສຫນຍ
May be an image of 10 people
May be an image of 11 people
May be an image of 9 people, television and text
May be an image of 9 people, newsroom and text