ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 9 ສິງຫາ 2021 ທີ່ທຳນຽບປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ ອາດີເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ອາດີດປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະ ນະລັດ ສັງຄົມນິຍົມຫວຽດນາມ ໃນໂອກາດໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງຢ່າງເລິກເຊິ່ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ.
ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການຮັບ ຮອງຈາກສະພາແຫ່ງຊາດ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການຢ້ຽມຢາມຕ່າງປະເທດ, ເຊິ່ງເປັນການຢັ້ງຢືນຄືນເຖິງຄວາມເອົາໃຈໃສ່ ຖືເປັນສໍາຄັນຂອງການນໍາຂັ້ນສູງ ພັກ, ລັດ ແຫ່ງ ສສ ຫວຽດນາມ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ.
ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ໄດ້ສະເເດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະ ພາບ ຖານສະຫາຍອ້າຍນ້ອງ.