ໂດຍປະຕິບັດຕາມແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດຫວຽດ ນາມ ກໍ່ຄືການຮ່ວມມືລະຫວ່າງກອງບັນຊາການທະຫານແຂວງເຊິນ ແລະ ບັນດາກົມກອງເຂດພາກເໜືອຂອງລາວ, ໃນ ວັນທີ 31 ມີນາ 2023 ຢູ່ທີ່ ແຂວງ ເຊິນລາ ສສ ຫວຽດນາມ, ກອງບັນຊາ ການທະຫານແຂວງ ເຊິນລາ ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີ່ເປີດ
ຊຸດບຳລຸງພາສາຫວຽດ ລະບົບ 09
ເດືອນ ໃຫ້ແກ່ພະນັກງານ, ນັກຮົບ ທີ່ຂື້ນກັບກອງບັນຊາການທະຫານແຂວງ 09 ແຂວງພາກເໜືອຂອງລາວ, ກອງພົນທີ 2, ກອງພົນທີ 3 ແລະ ໂຮງຮຽນກໍ່ສ້າງນາຍສິບເລກ 1. ໂດຍການເຂົ້າຮ່ວມຂອງສະຫາຍ ນ. ຈາງ ທິ ຊວັນ, ກຳມະການຄະນະປະຈຳພັກແຂວງ, ຮອຄະນະກຳມະການປະຊາຊົນແຂວງເຊິນລາ; ສະຫາຍ ພັນເອກພິເສດ ໂຕ ກວາງ ແຮງ, ຫົວໜ້າການທະຫານແຂວງ ເຊິນລາ; ຄະນະອຳນວຍການໂຮງຮຽນຊັ້ນສູງເຊິນລາ; ກອງພັນໃຫ່ຍ 754, ຝ່າຍລາວມີສະຫາຍ ພັນເອກ ວົງໄຊ ອິນທະຄຳ, ທີ່ປຶກສາທູດປ້ອງກັນຊາດລາວ ສະຖານເອອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ແລະ ພະນັກງານ, ນັກຮົບກອງທັບປະຊາຊົນລາວ ຈຳນວນ 120 ສະຫາຍ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ນ. ຈາງ ທິ ຊວັນ, ກຳມະການຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງເຊິນລາ ໄດ້ຮຽກຮ້ອງໃຫ້ກອງບັນຊາການທະຫານແຂວງເຊິນລາ ເປັນເຈົ້າການປະສານສົມທົບກັບບັນດາຂະແໜງການ ເພື່ອສ້າງເງື່ອນໄຂ, ອຳນວຍຄວາມສະດວກໃຫ້ແກ່ພະນັກງານ, ນັກຮົບຂອງກອງທັບປະຊາຊົນລາວ ໃນຊ່ວງໄລຍະທີ່ເຄື່ອນໄຫວ ແລະ ສຶກສາຮ່ຳຮຽນຢູ່ ສສ ຫວຽດນາມ, ສ້າງຫຼັກສູດການສອນພາສາຫວຽດ ໃຫ້ຕິດພັນກັບການແລກປ່ຽນປະສົບການກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວິທີແກ້ໄຂບັນຫາຕ່າງໆໃນສັງຄົມ, ເນື້ອໃນບົດຮຽນຕ້ອງໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບແວດລ້ອມຕົວຈິງຂອງປະເທດລາວ. ສຶບຕໍ່ເສີມຂະຫຍາຍ ແລະ ປະກອບສວ່ນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງກອງບັນຊາການທະຫານແຂວງເຊິນລາ ກັບ ບັນດາກົມກອງເຂດ ພາກເໜືອຂອງລາວ.
ໃນໄລຍະເວລາ 09 ເດືອນ, ນັກສຶກສາທະຫານລາວ ຈະໄດ້ຮ່ຳຮຽນພາສາຫວຽດ ຕາມຫຼັກສູດຄື: ອ່ານ, ຂຽນ, ຟັງ ແລະ ເວົ້າ; ເພີ່ມທະວີໃນການສົນທະນາເປັນພາສາຫວຽດ; ອ່ານ ແລະ ທຳຄວາມເຂົ້າໃຈຕໍ່ກັບບັນດາຄຳສັບວິຊາສະເພາະ ເປັນຕົ້ນແມ່ນຄຳສັບການທະຫານ. ພ້ອມກັນນັ້ນ ຍັງຈະໄດ້ເຄື່ອນໄຫວກິດຈະກຳນອກຫຼັກສູດ, ລົງທັດສະນະສຶກສາຕົວຈິງຢູ່ບັນດາສະຖານທີ່ຮ່ອງຮອຍທາງປະຫວັດສາດ, ສະຖານທີ່ທ່ອງທ່ຽວຕ່າງໆຂອງແຂວງເຊິນລາ ເພື່ອຮຽນຮູ້ ແລະ ເຂົ້າໃຈກ່ຽວກັບຮິດຄອງປະເພນີຂອງປະເທດຫວຽດນາມ ແລະ ຄົນຫວຽດນາມໃຫ້ຫຼາຍຂື້ນ, ພ້ອມທັງເປັນການແລກປ່ຽນຮີດຄອງປະເພນີລະຫວ່າງສອງຊາດລາວ-ຫວຽດນາມອີກດ້ວຍ.
Loading...