ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດທີ່ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພັນໃຫຍ່ 201, ໃນວັນດຽວກັນນີ້ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບພ້ອມດ້ວຍຄະນະ, ຍັງໄດ້ລົງຢ້ຽມ ຢາມກອງພັນນ້ອຍ 404 ທີ່ຂຶ້ນກັບກອງພັນໃຫຍ່ 201 ໃນກອງພົນທີ 2 ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ ແລະ ວັນນັກຮົບເສຍອົງຄະຄົບຮອບ 76 ປີ, ໂດຍການຕ້ອນຮັບຂອງສະຫາຍພັນໂທ ອຳພອນ ແສງດາລາ ຮອງເລຂາຄະນະພັກຮາກຖານ ຫົວໜ້າການທະຫານກອງພັນ 404, ມີຄະນະ ພັກ-ຄະນະບັນຊາກອງພັນ, ກອງຮ້ອຍໃຫ້ການຕ້ອນຮັບເປັນຢ່າງອົບອຸ່ນ, ໃນການລົງຢ້ຽມຢາມຄັ້ງນີ້, ກໍ່ເພື່ອຮັດແໜ້ນຄວາມສາມັກ ຄີລະຫວ່າງຄະພັກກະຊວງກັບຄະນະພັກ-ຄະນະບັນຊາກອງພັນນ້ອຍ 404 ຕະຫຼອດຮອດພະນັກ ງານ-ນັກຮົບພາຍໃນກອງພັນດັ່ງກ່າວໃຫ້ແໜ້ນແຟ້ນ, ໂອກາດດຽວສະຫາຍພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະກໍ່ໄດ້ລົງຢ້ຽມຢາມບັນດາອ້າຍນ້ອງຢູ່ແຕ່ລະກອງຮ້ອຍພາຍໃນກອງພັນດັ່ງກ່າວຕື່ມອີກ.
ຂ່າວ-ພາບ: ຕົ້ນ ສອນເພັດ