ວັນທີ 10 ກຸມພາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດ ຖະມົນຕີ ກະຊວງປ້ອງກັນປະເທດ ຄະ ນະກໍາມະການເລືອກຕັ້ງລະດັບ ຊາດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວກວດກາ ແລະ ຊີ້ນໍາກ່ຽວກັບ ການຫ້າງຫາກະກຽມ ໃຫ້ແກ່ ການດໍາເນີນການປ່ອນບັດເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ຂັ້ນແຂວງຊຸດທີ II ຢູ່ແຂວງໄຊ ສົມບູນ ໂດຍມີ ສະຫາຍ ພົນຕີ ຄຳ ລຽງ ອຸທະໄກສອນ ກໍາມະການ ສູນ ກາງພັກ, ເລຂາພັກແຂວງ ເຈົ້າແຂວງໆໄຊສົມບູນ, ມີບັນດາ ສະຫາຍ ຄະນະປະຈໍາພັກແຂວງ, ຄະນະຮັບຜິດຊອບການປ່ອນບັດ ແຕ່ລະຂັ້ນ ແລະ ພະ ນັກງານຫຼັກ ແຫຼ່ງອ້ອມຂ້າງແຂວງ ແລະ ເມືອງອານຸວົງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ລາຍ ງານຫຍໍ້ກ່ຽວກັບ ຄວາມພ້ອມໃນ ການກະກຽມປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດ ທີ II ຢູ່ແຂວງໄຊສົມບູນ ມາຮອດ ປັດຈຸບັນໄດ້ຫັນບັນດາເອກະ ສານ, ນິຕິກຳຕ່າງໆ ຂອງຄະນະ ກຳມະການເລືອກຕັ້ງລະດັບ ຊາດມາເປັນຂອງແຂວງ ເພື່ອ ໃຫ້ແທດເໝາະກັບສະພາບ ແລະ ຈຸດພິເສດຂອງແຂວງ ໃນບັ້ນ ເລືອກຕັ້ງຄັ້ງນີ້ລວມ ມີ 30 ສະບັບ; ດຳເນີນການເຝິກອົບຮົມວຽກ ງານເລືອກຕັ້ງແກ່ຄະນະນຳ, ພະນັກງານ-ລັດຖະກອນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ, ລວມທັງອຳນາດການປົກຄອງ ແລະ ປະຊາຊົນຜູ້ມີສິດປ່ອນບັດ ເລືອກຕັ້ງຈຳນວນຫຼວງຫຼາຍ ໂດຍລົງເລິກເອກະສານເສີມຂະ ຫຍາຍສິດເປັນເຈົ້າຂອງປະຊາ ຊົນເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ. ພ້ອມນີ້, ໄດ້ສຳເລັດ ການເກັບກຳສະຖິຕິຈຳນວນຜູ້ ມີສິດເລືອກຕັ້ງເຊິ່ງທົ່ວແຂວງ ໄຊສົມບູນ ມີໜ່ວຍປ່ອນບັດທັງ ໝົດ 110 ໜ່ວຍ, ມີພົນລະເມືອງ ທັງໝົດ 101.404 ຄົນ, ຍິງ 46.900 ຄົນ; ຈຳນວນຜູ້ມີສິດ ເລືອກຕັ້ງ 60.536 ຄົນ, ຍິງ 27.196 ຄົນ; ຜູ້ສາມາດປ່ອນ ບັດຢູ່ໃນບ້ານ 53.822 ຄົນ, ຍິງ 2.670 ຄົນ; ຜູ້ມີສິດປ່ອນ ບັດຢູ່ທ້ອງຖິ່ນອື່ນ 5.526 ຄົນ, ຍິງ 2.140 ຄົນ; ຜູ້ໄປເຮັດວຽກ ຢູ່ຕ່າງປະເທດ 1.188 ຄົນ, ຍິງ 386 ຄົນ; ຜູ້ມີສິດປ່ອນບັດມາ ຈາກທ້ອງຖິ່ນອື່ນ 1.072 ຄົນ, ຍິງ 384 ຄົນ. ສຳລັບຜູ້ສະໝັກ ຮັບເລືອກຕັ້ງ ປະກອບມີ 6 ເຜົ່າ ແບ່ງຕາມໝວດພາສາດັ່ງນີ້: ເຜົ່າລາວ, ເຜົ່າອິວມຽນ, ເຜົ່າກຶມ ມຸ, ເຜົ່າມົ້ງ, ເຜົ່າຜູ້ໄທ ແລະ ເຜົ່າ ອາຄາ; ຜູ້ຮັບສະໝັກເລືອກຕັ້ງ ສສຊ ຊຸດທີ IX ຈຳນວນ 9 ທ່ານ, ຍິງ 1 ທ່ານ, ເລືອກເອົາ 5 ທ່ານ; ຜູ້ສະໝັກຮັບເລືອກຕັ້ງ ສສຂ ຊຸດ ທີ II ຈຳນວນ 31 ທ່ານ, ຍິງ 8 ທ່ານ, ເລືອກເອົາ 25 ທ່ານ; ວຽກ ງານໂຄສະນາ ແລະ ປຸກລະດົມ ຂະບວນການໄດ້ມີການປະດັບປະ ດາຕົວເມືອງ, ຕິດທຸງຊາດ, ທຸງ ພັກ, ທຸງທິວ ແລະ ຕິດຄຳຂວັນ ໂຄສະນາປຸກລະດົມ ໃຫ້ແກ່ບັ້ນ ເລືອກຕັ້ງໃນມື້ເລືອກຕັ້ງ, ຂະ ບວນການຜະລິດເປັນສິນຄ້າ, ຂະ ບວນອອກແຮງງານ ແລະ ການ ນໍາສະເໝີຂ່າວຜ່ານສື່ຕ່າງໆ ຢ່າງ ເປັນຂະບວນຟົດຟື້ນ. ນອກນັ້ນ, ວຽກງານ ປກຊ-ປກສ ກໍໄດ້ຈັດ ຕັ້ງກໍາລັງເຄື່ອນໄຫວຢູ່ແຕ່ລະ ເມືອງ, ມີການມອບໝາຍວຽກ ງານ ແລະ ຄວາມຮັບຜິດຊອບກັນ ຢ່າງລະອຽດຈະແຈ້ງເພື່ອຮັບປະກັນເຮັດໃຫ້ການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຊ ຊຸດທີ II ໃຫ້ມີຄວາມປອດໄພ 100%. ໂອກາດດັ່ງກ່າວ, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໜັກໃຫ້ຄະນະປະຈຳ ພັກແຂວງ, ຄະນະກຳມະການ ເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ອານຸກຳມະການແຕ່ລະຂັ້ນຈົ່ງ ພ້ອມກັນສືບຕໍ່ຊຸກຍູ້ ແລະ ປຸກລະ ດົມຂະບວນການດ້ານຕ່າງໆ ດ້ວຍຫຼາຍຮູບການ, ຫຼາຍວິທີ ໂດຍ ສະເພາະແມ່ນດ້ານການເມືອງ ແນວຄິດ ໂດຍສະເພາະແມ່ນຄະ ນະພັກ-ຄະນະບັນຊາ ແລະ ພະ ນັກງານຫຼັກແຫຼ່ງທັງສອງກໍາລັງ ປກຊ-ປກສ ແຂວງ ຈົ່ງພ້ອມກັນປະຕິບັດໜ້າທີ່ຂອງຕົນໃນການ ເປັນກໍາລັງຫຼັກແຫຼ່ງພິທັກຮັກສາ ຄວາມສະຫງົບ, ຮັບປະກັນໃຫ້ ການປ່ອນບັດເລືອກຕັ້ງໃນຄັ້ງ ນີ້ບັນລຸຜົນສຳເລັດຕາມລະດັບ ຄາດໝາຍ, ຮັບປະກັນໃຫ້ຜູ້ໃຊ້ສິດ ເລືອກຕັ້ງໄປປ່ອນບັດເລືອກຕັ້ງ ໄດ້ຢ່າງຄົບຖ້ວນ ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄດ້ປະຕິບັດສິດ ໃນການລົງຄະແນນສຽງຂອງຕົນ ຢ່າງຖືກຕ້ອງຕາມລະບຽບກົດ ໝາຍ, ຮັບປະກັນຄວາມເປັນລະ ບຽບຮຽບຮ້ອຍ ແລະ ມີຄວາມ ປອດໄພ 100%.
ໂດຍ: ເພັດ ສົມນໍວັນ