ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 20 ເມສາ 2022, ທີ່ເຮືອນຮັບແຂກລັດຖະບານ ຕ້ຽວຢູທາຍ, ນະຄອນຫຼວງປັກກິ່ງ, ສະຫາຍ ຢ໋າງເຈຍສື, ກຳມະການກົມການເມືອງສູນກາງພັກ, ຫົວ ໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດຂອງສູນກາງພັກກອມມູນິດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ສະຫາຍ ຢ໋າງເຈຍສື ກ່າວວ່າ: ສາຍພົວພັນຈີນ-ລາວໝັ້ນຄົງຂະ ໜົງແກ່ນ ແລະ ປະຊາຊົນສອງຊາດມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສອງປະເທດໄດ້ກ້າວເຂົ້າສູ່ຍຸກ ໃໝ່, ຍຸກແຫ່ງການສ້າງປະ ຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ພາຍຫຼັງເປີດນຳໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ແລ້ວ, ເຫັນວ່າມີປະສິດທິພາບທີ່ດີ. ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງແໜ້ນໜຽວ ໃນບັນຫາທີ່ເປັນຜົນປະໂຫຍດໃຈກາງຂອງແຕ່ລະຝ່າຍ. ສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດຄຳເຫັນທີ່ສຳຄັນ, ຊຶ່ງເປັນເອກະພາບຮ່ວມກັນຂອງຜູ້ນຳສອງປະເທດ. ຍົກລະດັບ ແລະ ຄຸນນະພາບການຮ່ວມມືດ້ານເສດຖະກິດການຄ້າ, ຊຸກຍູ້ການຮ່ວມມືໃນຂົງເຂດຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ລວມທັງຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນ, ວັດທະນະທຳ ແລະ ຂົງເຂດອື່ນໆ ໃຫ້ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງນຳປະເທດຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ປະ ເທດລາວ ໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ- 19 ແລະ ການພັດທະນາເສດ ຖະກິດ-ສັງຄົມ. ສະຫາຍ ກ່າວຕື່ມວ່າ: ລາວໄດ້ຍຶດໝັ້ນການສະໜັບ ສະໜູນຫຼັກໝັ້ນທີ່ເປັນທຳຂອງຈີນ ໃນຜົນປະໂຫຍດໃຈກາງ ແລະ ບັນຫາສາກົນທີ່ສຳຄັນ. ຫວັງວ່າຈະສືບຕໍ່ຮ່ວມກັບຝ່າຍຈີນຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ລາວຈະຕັ້ງໜ້າຊຸກຍູ້ການພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ – ຈີນ ໃຫ້ຂະຫຍາຍຕົວກວ່າເກົ່າ.