ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການສູນ ກາງພັກກອມມູນິດຈີນຊຸດໃຫມ່ ຈັດຂຶ້ນໃນຕອນເຊົ້າວັນທີ 23 ຕຸລາ 2022 ທີ່ຫໍສະພາປະຊາຊົນແຫ່ງຊາດຈີນ ຢູ່ນະ ຄອນຫລວງປັກກິ່ງ.
ກອງປະຊຸມ ໄດ້ເຫັນດີເລືອກເອົາສະຫາຍ ສີ ຈິ້ນຜິງ ເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມ ມູນິດຈີນ ຊຸດໃຫມ່ (ສະໄຫມທີ XX) ເຊີ່ງນີ້ຖືເປັນການດຳ ລົງຕຳແຫນ່ງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມູນິດຈີນ ສະໄຫມທີ 3 ຕິດຕໍ່ກັນ ຫລັງຈາກທີ່ສະ ຫາຍໄດ້ຮັບການຄັດເລືອກໃຫ້ດຳລົງຕຳແຫນ່ງນີ້ມາແລ້ວ 2 ສະໄຫມ ຄື: ໄດ້ຮັບການຄັດເລືອກຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກກອມມູນິດຈີນ ຈັດຂຶ້ນໃນປີ 2012 ໃຫ້ດຳລົງຕຳແຫນ່ງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ສະໄຫມທໍາອິດ ແລະ ຕໍ່ມາໄດ້ຮັບການຄັດເລືອກໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIXຂອງພັກກອມມູນິດຈີນ ຈັດຂຶ້ນໃນປີ 2017 ໃຫ້ສະຫາຍດຳລົງຕຳແຫນ່ງດັ່ງກ່າວເປັນສະໄຫມທີ 2.
ນອກຈາກນີ້ ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳ ມະການສູນກາງພັກກອມມູນິດຈີນຊຸດໃຫມ່ ຍັງໄດ້ເລືອກເອົາກົມການເມືອງສູນກາງພັກກອມມູນິດຈີນຊຸດໃຫມ່ ຈຳນວນ 24 ສະຫາຍ, ໃນນີ້ ເລືອກເອົາ 7 ສະຫາຍ ຄື: ສະຫາຍ ສີຈິ້ນຜິງ, ສະຫາຍ ຫຼີສຽງ, ສະຫາຍ ຈ້າວເລີ້ຈີ້, ສະຫາຍ ຫວາງຮູ້ໜິງ, ສະຫາຍ ຊ້າຍສີ, ສະຫາຍ ຕິ່ງເຊສຽງ ແລະ ສະຫາຍ ຫຼີຊີ ໄດ້ຮັບເລືອກຕັ້ງເປັນກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນຊຸດໃໝ່, ພ້ອມນີ້ ກອງປະຊຸມໄດ້ເລືອກຕັ້ງເອົາປະທານ, ຮອງປະ ທານ ແລະ ຄະນະປະຈຳຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນຊຸດໃຫມ່ ໂດຍເລືອກເອົາ ສະຫາຍ ຫລີຊີ ເປັນປະທານ.
ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກກອມມູນິດຈີນ ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-22 ຕຸລາ 2022 ທີ່ນະຄອນຫລວງປັກກິ່ງ ໄດ້ເລືອກຕັ້ງເອົາຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX ຈຳນວນ 205 ສະຫາຍ, ຄະນະກໍາມະການສໍາຮອງສູນກາງພັກກອມມູນິດຈີນ ສະໄໝທີ XX ຈໍານວນ 171 ສະຫາຍ ແລະ ຄະນະກໍາມະການກວດກາວິໄນສູນກາງພັກກອມມູນິດຈີນ ສະໄໝທີ XX ຈໍານວນ 133 ສະຫາຍ.