ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ເມືອງ ແກ່ນທ້າວ, ແຂວງ ໄຊຍະບູລີ ໄດ້ສໍາເລັດລົງຢ່າງເປັນທາງການ, ໃນຕອນບ່າຍວັນທີ 22 ມັງກອນ 2020, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ອໍາຄາ ລັດສະໝີ, ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ ແກ່ນທ້າວ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງອ້ອມຂ້າງ ເຂົ້າຮ່ວມເກືອບ 200 ສະຫາຍ
ກອງປະຊຸມຄັ້ງນີ້ບັນດາຜູ້ແທນແມ່ນໄດ້ພ້ອມກັນ ທົບທວນຄືນຜົນງານ, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ, ຄົ້ນຄວ້າ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສໍາຫຼວດການນໍາພາລວມ ແລະ ທິດທາງແຜນການ 5 ປີ 2020-2024, ໂດຍສູ້ຊົນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວບໍ່ໃຫ້ຫຼຸດ 7,6% ຕໍ່ປີ, ລວມຍອດລາຍຮັບໃຫ້ບັນລຸ 1.534 ຕື້ກີບ, ສະເລ່ຍຫົວຄົນໜຶ່ງໃຫ້ໄດ້ 4.000 ໂດລາຕໍ່ຄົນຕໍ່ປີ, ສູ້ຊົນເກັບລາຍຮັບໃຫ້ໄດ້ 4,5% ຂຶ້ນໄປ, ຄຸ້ມຄອງລາຍຈ່າຍບໍ່ໃຫ້ເກີນ 4,5% ຂອງລາຍຮັບພາຍໃນ, ຜະລິດເຂົ້າໃຫ້ໄດ້ 32.969 ໂຕນ, ສະເລ່ຍ 720 ກິໂລກະລາມຕໍ່ຄົນຕໍ່ປີ, ຜະລິດພືດອຸດສາຫະກໍາເປັນສິນຄ້າ 512.547 ໂຕນ, ພືດສະບຽງອາຫານ ແລະ ໝາກໄມ້ 7.926 ໂຕນ, ສູ້ຊົນເຮັດໃຫ້ມູນຄ່າສົ່ງອອກສິນຄ້າເພີ່ມຂຶ້ນສະເລ່ຍ 15% ຕໍ່ປີ, ຄຸ້ມຄອງສິນຄ້ານໍາເຂົ້າໃນລະດັບ 10% ຕໍ່ປີ, ສ້າງຄອບຄົວພັດທະນາໃຫ້ກວມ 95%, ບ້ານພັດທະນາ 90% ຂຶ້ນໄປ, ສ້າງບ້ານສີຂຽວ, ສະອາດ ແລະ ສວຍງາມໃຫ້ໄດ້ 21,28%, ບ້ານກະສິກໍາແບບຢ່າງໃຫ້ໄດ້ 19,14%, ສົ່ງເສີມເດັກໃນເກນອາຍຸໃຫ້ໄດ້ເຂົ້າຮຽນ 95%, ຮັກສາອັດຕາການຊົມໃຊ້ນໍ້າສະອາດໃຫ້ຢູ່ໃນລະດັບ 100% ແລະ ອັດຕາການຊົມໃຊ້ວິດຖ່າຍໃຫ້ໄດ້ 100%, ກອງປະຊຸມໄດ້ຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ແລະ ຄອບຄົວຕົວແບບແຕ່ລະດ້ານພາຍໃນເມືອງ, ເຊິ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ ເຂົ້າໃນແຕ່ລະຂົງເຂດວຽກງານກົມກອງ, ຂະແໜງການຂອງຕົນເອງ, ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນສົມບູນຄົບຖ້ວນ ແລະ ໄດ້ດໍາເນີນການປ່ອນບບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດທີ VII ເຊິ່ງມີຜູ້ຮັບສະໝັກທັງໝົດ 31 ສະຫາຍ, ຍິງ 5 ສະຫາຍ, ໃນນີ້ເລືອກເອົາ 27 ສະຫາຍ, ອາຍຸສູງສຸດ 55 ປີ, ຕໍ່າສຸດ 37 ປີ, ອາຍຸສະເລ່ຍ 43 ປີ, ກອງປະຊຸມຄັ້ງປະຖົມມະລຶກ ເລືອກເອົາ ສະຫາຍ ອໍາຄາ ລັດສະໝີ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ປະເສີດ ອິນວົງຄຳ ເປັນຮອງເລຂາ, ສະຫາຍ ບຸນສົງ ລາດຊະວົງ ເປັນຮອງເລຂາ ທັງເປັນປະທານຄະນະກວດກາພັກເມືອງ, ເລືອກເອົາສະຫາຍ ວຽງໄຊ ຈັນທະມາລີ ແລະ ສະຫາຍ ນາງ ເອື້ອງຄຳ ພານະວົງ ເປັນຮອງປະທານ.