ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 05 ເມສາ 2022, ທີ່ຫ້ອງຂັບແຂກຂອງກະ ຊວງປ້ອງກັນເທດຫວຽນາມ ສະ ຫາຍ ພົນໂທ ຮ່ວງ ຊວນ ຈ້ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຈັນທະພອນ ຄຳມະນີຈັນ, ຮອງຫົວໜ້າສຳນັກ ງານ ສະຖານເອກອັກຄະລັດຖະ ທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມທີ່ປຶກສາປ້ອງ ກັນຊາດລາວ ເພື່ອພົບປະແລກ ປ່ຽນບັນດາເນື້ອໃນ ແລະ ກິດຈະ ກຳເຄື່ອນໄຫວໃນປີສາມັກຄີມິດ ຕະພາບລາວ – ຫວຽດນາມ, ຫວຽດນາມ – ລາວ 2022 ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 60ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ.
ສະຫາຍ ພົນໂທ ຮ່ວງ ຊວນ ຈ້ຽນ ໄດ້ແຈ້ງໃຫ້ຊາບກ່ຽວກັບການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດຫວຽດນາມ – ລາວ, ກໍ່ຄືກະກຽມຈັດຕັ້ງບັນດາກິດຈະກຳໃນປີສາ ມັກຄີມິດຕະພາບ 2022 ໃຫ້ມີຄວາມໝາຍຄວາມສຳຄັນ, ເລິກເຊິ່ງ ແລະ ປະກົດຜົນເປັນຈິງ. ນະໂອກາດນີ້, ສະຫາຍ ຈັນທະພອນ ຄຳມະນີຈັນ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ບັນດາແຜນການຈັດກິດຈະກຳສະຫຼອງສອງວັນປະຫວັດສາດຂອງສອງກະຊວງປ້ອງກັນປະ ເທດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າສະຖານທູດ ຈະສືບຕໍ່ເປັນຂົວຕໍ່ ແລະ ປະສານງານໃຫັ້ນດາອົງການ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດໄດ້ຈັດຕັ້ງປະຕິບັດບັນດາແຜນເຄື່ອນໄຫວຂອງຕົນໃນປີສາມັກຄີມິດຕະພາບນີ້. ນອກນັ້ນ, ສະ ຫາຍ ຈັນທະພອນ ຄຳມະນີຈັນ ຍັງໄດ້ແຈ້ງໃຫ້ຝ່າຍຫວຽດນາມ ຊາບກ່ຽວກັບແຜນການກະກຽມຈັດຕັ້ງປີສາມັກຄີມິດຕະພາບ 2022 ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຊຶ່ງຈະໄດ້ຈັດບາງກິດຈະກຳໃນໂອ ກາດດັ່ງກ່າວ. ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພິ່ມພູນຄູນສ້າງສາຍພົວພັນມິດຕະ ພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ເນື່ອງໃນໂອກາດບຸນປີໃໝ່ລາວ ພ.ສ 2565 ໃກ້ຈະມາເຖິງນີ້ ສະຫາຍ ພົນໂທ ຮ່ວງ ຊວນ ຈ້ຽນ ໄດ້ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ ກ່າວອວຍພອນຄະນະນຳ ແລະ ພະນັກງານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນການປະຕິບັດໜ້າທີ່ຂອງຕົນຢູ່ ສສ ຫວຽດນາມ ອີກດ້ວຍ.
ຂ່າວ: ພັນຕີ ທະວີເດດ ສະແຫວງວິໄລ.