ວັນທີ 17 ທັນວາ 2021 ທີ່ສະໂມ ສອນຂອງແຂວງສາລະວັນ, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິ ປະໄຕ ປະຊາຊົນລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນ ກາງພັກ, ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີບັນດາ ສະ ຫາຍ ອະດີດກຳມະການສູນກາງພັກ, ເລຂາພັກ, ເຈົ້າແຂວງໆສາ ລະວັນ, ສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການອອ້ມຂ້າງແຂວງ ເຂົ້າຮ່ວມ.
ພິທີພົບປະໄດ້ຈັດຂຶ້ນ ທີ່ສະໂມ ສອນຂອງແຂວງສາລະວັນ ໃນໂອກາດດຽວກັນນັ້ນ, ສະຫາຍ ໂພໄຊ ໄຊຍະສອນ ໄດ້ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ, ແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງສາລະວັນ, ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂອງແຂວງໂດຍສັງ ເຂບ.
ສະເພາະວຽກງານຂົງເຂດປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະ ຫງົບສຸກ, ປະຊາຊົນມີຄວາມສາ ມັກຄີປອງດອງ, ເສດຖະກິດສືບຕໍ່ຂະ ຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ, ໂດຍສະເພາະຂົງເຂດອຸດສາຫະກໍາ-ພະ ລັງງານໄຟຟ້າ, ຂົງເຂດກະສິກໍາ ແລະ ການຜະລິດ, ຈັ່ງຫວະການຂະຫຍາຍຕົວເສດຖະກິດຂອງແຂວງ ຢູ່ໃນລະດັບ 1,4%, ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 106,02 ຕື້ກີບ; ເທົ່າ ກັບ 61% ຂອງແຜນປີ (ຄາດຄະ ເນໝົດປີ 117,4 ຕຶື້ກີບ ເທົ່າກັບ 67,55%) ໃນນັ້ນລາຍຮັບພູດສູນ ກາງ ປະຕິບັດໄດ້ 26,45 ຕື້ກີບ, ເທົ່າກັບ 40,7% ຂອງແຜນ ແລະ ລາຍຮັບພູດທ້ອງຖິ່ນ ປະຕິ ບັດໄດ້ 79,56 ຕື້ກີບ, ເທົ່າກັບ 73,12% ຂອງແຜນ, ປະຕິບັດລາຍຈ່າຍໄດ້ 370,72 ຕື້ກີບ ເທົ່າກັບ 86,54 ຂອງແຜນປີ.
ໃນໂອກາດດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກຫລາຍບັນຫາສໍາຄັນ ເປັນຕົ້ນ: ໃຫ້ອົງຄະນະພັກແຂວງສາລະວັນ ເອົາໃຈໃສ່ຫັນວຽກງານກົງຈັກພັກ-ພະ ນັກງານໃຫ້ເຂົ້າສູ່ລວງເລິກ ແລະ ມີ ການຫັນປ່ຽນຢ່າງຈະແຈ້ງ, ສືບຕໍ່ຊີ້ນໍາ-ນໍາພາ ຕິດພັນກັບການປະ ຕິບັດ 2 ວາລະແຫ່ງຊາດທີ່ລັດ ຖະບານສຸມໃສ່ ຄື: ວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຕາມຄາດໝາຍຂອງແຜນ ການທີ່ວາງໄວ້; ສືບຕໍ່ເຂັ້ມງວດໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ຫັນເອົາການຄຸ້ມຄອງການເກັບລາຍຮັບໄປສູ່ຄວາມທັນສະໄໝ; ດຶງດູດການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ເຂົ້າໃນການພັດທະ ນາພື້ນຖານໂຄງລ່າງ ເພື່ອສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະ ດວກຕ່າງໆໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ; ຊຸກຍູ້ສົ່ງ ເສີມປະຊາຊົນ ເຮັດການຜະລິດກະສິກໍາໃຫ້ກາຍເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງປະຊາຊົນໃຫ້ຫລາຍຂຶ້ນ, ສືບຕໍ່ປົກປັກຮັກ ສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງທ້ອງ ຖິ່ນໃຫ້ຫລາຍຂຶ້ນ. ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ຢືນຍົງ.
ຂ່າວ-ພາບ : ກິນດາວັນ ອ້ວນນາຄູ
Loading...