ໃນລະຫວ່າງວັນທີ 7-13 ເມສາ 2021, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງຈິ, ແຂວງເທື່ອທຽນເຫວ້, ນະຄອນດານັງ, ແຂວງກວາງນາມ ແລະ ກອງບັນຊາການທະຫານເຂດ 5.
ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ພົບປະ ແລະ ເຮັດວຽກ ກັບ ສະຫາຍ ເລ ກວາງ ຕຸ່ງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວາງຈິ; ສະຫາຍ ເລ ເຈື່ອງ ລຶວ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເທື່ອທຽນເຫວ້; ສະຫາຍ ຟານ ຫວຽດ ເກື່ອງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວ້າງນາມ; ສະຫາຍ ຫງວຽນ ວັນ ກວ່າງ, ກຳມະການສູນກາງພັກ, ເລຂາພັກນະຄອນດານັງ ແລະ ສະຫາຍ ພົນຕີ ຈິງ ດິງ ແທ້ກ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ຊຶ່ງໃນການພົບປະ ແລະ ເຮັດວຽກໃນຄັ້ງນີ້: ການນຳແຕ່ລະແຂວງ ແລະ ກອງບັນຊາການທະຫານເຂດ 5 ກໍສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ສະຫາຍເອກອັກຄະລັດຖະທູດ ລວມທັງຕີລາຄາສູງໃນການເດີນທາງມາຢ້ຽມຢາມ, ພົບປະ ແລະ ເຮັດວຽກຢູ່ບັນດາແຂວງ, ນະຄອນ ແລະ ກອງບັນຊາການທະຫານເຂດ 5 ຂອງຫວຽດນາມ.
ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າໃນຖານະອັນສູງສົ່ງຂອງສະຫາຍ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປົກປັກຮັກສາ, ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງບັນດາແຂວງ, ນະຄອນ ແລະ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ກັບ ບັນດາແຂວງທ້ອງຖິ່ນ, ກອງທັບປະຊາຊົນລາວ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ນອກຈາກນີ້, ຄະນະກໍຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ, ນະຄອນດານັງໂດຍຫຍໍ້, ການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວ, ກອງທັບປະຊາຊົນລາວພວກເຮົາ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກຂະແໜງການ ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນຂອງບັນດາແຂວງ, ນະຄອນດານັງໃຫ້ແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນບັນດາແຂວງແຮກສ່ຽວຂອງລາວ.
ສະຫາຍເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈມາຍັງອຳນາດການປົກຄອງ, ການນໍາ, ບັນດາພະແນກການ 4 ແຂວງ, ນະຄອນ ແລະ ກອງບັນຊາການທະຫານເຂດ 5 ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນແຂວງກວາງຈິ, ແຂວງເທື່ອທຽນເຫວ້, ນະຄອນດານັງ, ແຂວງກວາງນາມ ແລະ ກອງບັນຊາການທະຫານເຂດ 5 ຂອງຫວຽດນາມກັບບັນດາແຂວງແຮກສ່ຽວ ແລະ ກອງທັບປະຊາຊົນລາວ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ພິເສດແມ່ນ 4 ແຂວງ, ນະຄອນພາກກາງຫວຽດນາມ ແລະ ກອງບັນຊາການທະຫານເຂດ 5 ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕະຫຼອດມາ ບໍ່ວ່າຈະໃນສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ໝົດຈິດໝົດໃຈຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ສປປ ລາວ ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນໃຫ້ແກ່ລາວ ທີ່ຈະເປັນກຳລັງຫຼັກ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ສອງຝ່າຍຍັງໄດ້ຊົມເຊີຍ ເຊິ່ງກັນ ແລະ ກັນຕໍ່ບັນດາໝາກຜົນທີ່ຍາດມາໄດ້ໃນການພັດທະນາເສດ ຖະກິດ-ສັງຄົມ. ພິເສດປີ 2021 ເປັນປີທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດຕໍ່ສອງປະເທດລາວ-ຫວຽດ ນາມ, ສອງປະເທດປະສົບຜົນສຳເລັດຂອງການຈັດກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ປ່ອນບັດເລືອກຕັ້ງເອົາປະທານປະເທດ, ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດຜູ້ໃໝ່.
ນອກຈາກນີ້, ຄະນະຍັງໄດ້ໄປພົບປະ ແລະ ເຮັດວຽກກັບຄະນະອຳນວຍການ, ຄູອາຈານຂອງໂຮງຮຽນສ້າງຄູຊັ້ນສູງກວາງຈິ (ແຂວງກວາງຈິ), ໂຮງຮຽນແພດສາດຊັ້ນສູງ (ແຂວງເທື່ອທຽນເຫວ້), ມະຫາວິທະຍາໄລດານັງ (ນະຄອນດານັງ) ແລະ ມະຫາວິທະຍາໄລກວ້າງນາມ (ແຂວງກວ້າງນາມ) ພ້ອມທັງພົບປະໂອ້ລົມກັບນັກສຶກສາ, ນັກຄົ້ນຄວ້າຂອງລາວທີ່ກຳລັງສຶກສາຮໍ່າຮຽນຢູ່ບັນດາສະຖາບັນການສຶກສາຕ່າງໆ ຢູ່ບັນດາແຂວງ, ນະຄອນດັ່ງກ່າວ. ໃນນັ້ນສະຫາຍເອກອັກຄະລັດຖະທູດ ກໍໄດ້ເນັ້ນໜັກໃຫ້ນັກຮຽນ, ນັກສຶກສາເພີ່ມທະວີການຝຶກຝົນຫຼໍ່ຫຼອມຕົວເອງໃຫ້ຫຼາຍຂຶ້ນກວ່າເກົ່າ, ຫຼຸດຜ່ອນການຫຼີ້ນກິນຟຸ່ມເຟືອຍ, ເນັ້ນຄຸນນະພາບຂອງການສຶກສາ, ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຄຽງຄູ່ກັບການເຄົາລົບ ແລະ ປະຕິບັດຕາມກົດໝາຍ ຂອງປະເທດເຈົ້າພາບ ກໍຄືລະບຽບຂໍ້ກຳນົດຕ່າງໆຂອງສະຖາບັນການສຶກສາວາງອອກຢ່າງເຂັ້ມງວດ.
ຂ່າວ,ພາບ: ໂອລຳ
Loading...