ແຕ່ວັນທີ 21-22 ເມສາ 2021ໃນລະຫວ່າງວັນທີ 21-22 ເມສາ 2021, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຖາຍຫງວຽນ, ແລະ ກອງບັນຊາການທະຫານເຂດ 1. ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ພົບປະ ແລະ ເຮັດວຽກ ກັບ ສະຫາຍ ນາງ ຫງວຽນ ແທງ ຫ້າຍ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຖາຍຫງວຽນ ແລະ ສະຫາຍ ພົນຕີ ເຢືອງດິ່ງທົງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 1 ກອງທັບປະຊາຊົນຫວຽດນາມ ຊຶ່ງໃນການພົບປະ ແລະ ເຮັດວຽກໃນຄັ້ງນີ້: ການນຳແຂວງຖາຍຫງວຽນ ແລະ ກອງບັນຊາການທະຫານເຂດ 1 ກໍສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ສະຫາຍເອກອັກຄະລັດຖະທູດ ລວມທັງຕີລາຄາສູງໃນການເດີນທາງມາຢ້ຽມຢາມ, ພົບປະ ແລະ ເຮັດວຽກຢູ່ແຂວງຖາຍຫງວຽນ ແລະ ກອງບັນຊາການທະຫານເຂດ 1 ຂອງຫວຽດນາມ. ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າໃນຖານະອັນສູງສົ່ງຂອງສະຫາຍ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປົກປັກຮັກສາ, ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນການພົວພັນຮ່ວມມືກັບແຂວງ ແລະ ກອງບັນຊາການທະຫານເຂດ 1 ກອງທັບປະຊາຊົນຫວຽດນາມ ກັບ ບັນດາແຂວງທ້ອງຖິ່ນ, ກອງທັບປະຊາຊົນລາວ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ນອກຈາກນີ້, ຄະນະກໍຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຖາຍຫງວຽນໂດຍຫຍໍ້ຈາກສະຫາຍ ເລຂາພັກແຂວງ ແຂວງຖາຍຫງວຽນ ບາງຈຸດພົ້ນເດັ່ນຄື: ການເຕີບໂຕເສດຖະ ກິດຂອງແຂວງໃນປີ 2020 ບັນລຸ 4,24%, ລະດັບເຕີບໂຕສະເລ່ຍໃນໄລຍະປີ 2015 – 2020 ບັນລຸເກືອບ 11%; GRDP ຕໍ່ຫົວຄົນແມ່ນ 88,7 ລ້ານດົ່ງ, ລາຍຮັບງົບປະມານແຫ່ງລັດບັນລຸ 19,400 ຕື້ດົງ, ດັດສະນີການປະຕິບັດວຽກງານບໍລິຫານລັດໃນປີ 2020 ຈັດອັນດັບ 03/63 ແຂວງ, ນະຄອນ; ດັດສະນີຄວາມສາມາດແຂ່ງຂັນຂັ້ນແຂວງ (PCI) ຈັດອັນດັບ 11/63 ແຂວງ, ນະຄອນ, ດັດສະນີຄວາມເພິ່ງພໍໃຈຂອງປະຊາຊົນ – SIPAS ບັນລຸໄດ້ຫຼາຍກວ່າ 80%, ແມ່ນໜຶ່ງ ໃນ 3 ແຂວງທີ່ໃຫຍ່ທີ່ສຸດໃນປະເທດ. ແຂວງຖາຍຫງວຽນ ຍັງເປັນສູນການແພດທີ່ມີໂຮງໝໍສູນກາງ ຊຶ່ງມີໂຮງໝໍ 25 ແຫ່ງ ແລະ ສູນການແພດພາຍໃນແຂວງ, ເປັນສູນອົບຮົມບຸກຄະລາກອນດ້ານຊັບພະຍາກອນມະນຸດທີ່ໃຫຍ່ທີ່ສຸດອັນດັບ 3 ຂອງປະເທດທີ່ມີ 9 ມະຫາວິທະຍາໄລ, 52 ວິທະຍາ ໄລ, ໂຮງຮຽນມັດທະຍົມຕອນປາຍ ແລະ ອົບຮົມວິຊາຊີບ.
ປະຕິບັດແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ, ແຂວງຖາຍຫງວຽນ ຍາມໃດກໍເອົາໃຈໃສ່, ປົກປັກຮັກສາ, ສົ່ງເສີມ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດ ນາມ – ລາວ ເວົ້າລວມ ແລະ ກັບບັນດາແຂວງຂອງລາວ ເວົ້າສະເພາະ. ພິເສດແມ່ນແຂວງຖາຍຫງວຽນ ແລະ ແຂວງຫຼວງພະບາງ ໄດ້ລົງນາມໃນການພົວພັນຮ່ວມມືມິດຕະພາບນັບແຕ່ປີ 2011 ເປັນຕົ້ນມາ, ສອງຝ່າຍໄດ້ມີການຢ້ຽມ ຢາມຫລາຍຄັ້ງ, ມີການຮ່ວມມືໃນຂົງເຂດກໍ່ສ້າງພັກ, ປັບປຸງລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ, ການສຶກສາ ແລະ ການຝຶກອົບຮົມ. ແຂວງຖາຍຫງວຽນ ຍັງໄດ້ຮ່ວມມືກັບບັນດາແຂວງທ້ອງຖິ່ນຕ່າງໆຂອງລາວ ເປັນຕົ້ນ ແຂວງຫົວພັນ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ, ຈັດຕັ້ງປະຕິ ບັດບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ພິເສດແມ່ນການສຶກສາ, ປັດຈຸບັນ, ແຂວງຖາຍຫງວຽນ ມີນັກຮຽນລາວເກືອບ 1,600 ຄົນ ກຳລັງຮຽນຢູ່ 11 ໂຮງຮຽນໃນແຂວງ.
ສະຫາຍເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈມາຍັງສະຫາຍເລຂາພັກແຂວງ ແລະ ກອງບັນຊາການທະຫານເຂດ 1 ພ້ອມດ້ວຍຄູອາຈານທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນແຂວງຖາຍຫງວຽນແລະ ກອງບັນຊາການທະຫານເຂດ 1 ຂອງຫວຽດນາມກັບບັນດາແຂວງແຮກສ່ຽວ ແລະ ກອງທັບປະຊາຊົນລາວ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕະຫຼອດມາ ບໍ່ວ່າຈະໃນສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ໝົດຈິດໝົດໃຈຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດ ນາມ ທີ່ມີຕໍ່ ສປປ ລາວ ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນໃຫ້ແກ່ລາວ ທີ່ຈະເປັນກຳລັງຫຼັກ ແລະ ປະ ກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສອງຝ່າຍຍັງໄດ້ຊົມເຊີຍ ເຊິ່ງກັນ ແລະ ກັນຕໍ່ບັນດາໝາກຜົນທີ່ຍາດມາໄດ້ໃນການພັດທະນາເສດຖະກິດ-ສັງຄົມ. ພິເສດປີ 2021 ເປັນປີທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດຕໍ່ສອງປະເທດລາວ-ຫວຽດນາມ, ສອງປະເທດປະສົບຜົນສຳເລັດຂອງການຈັດກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ປ່ອນບັດເລືອກຕັ້ງເອົາປະທານປະເທດ, ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດຜູ້ໃໝ່.
ນອກຈາກນີ້, ຄະນະຍັງໄດ້ໄປພົບປະ ແລະ ເຮັດວຽກກັບຄະນະອຳນວຍການ, ຄູອາຈານຂອງໂຮງຮຽນສ້າງຄູແຂວງຖາຍຫງວຽນ, ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບຖາຍຫງວຽນ ພ້ອມທັງພົບປະໂອ້ລົມກັບນັກຮຽນ, ນັກສຶກສາ, ນັກຄົ້ນຄວ້າຂອງລາວທີ່ກຳລັງສຶກສາຮໍ່າຮຽນຢູ່ບັນດາສະຖາບັນການສຶກສາຕ່າງໆ ຢູ່ແຂວງດັ່ງກ່າວ. ໃນນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍໄດ້ເນັ້ນໜັກໃຫ້ນັກຮຽນ, ນັກສຶກສາເພີ່ມທະວີການຝຶກຝົນຫຼໍ່ຫຼອມຕົວເອງໃຫ້ຫຼາຍຂຶ້ນກວ່າເກົ່າໃນການຍາດແຍ່ງເອົາຄວາມຮູ້ກັບໄປພັດທະນາປະເທດຊາດ, ພ້ອມທັງຮຽກຮ້ອງໃຫ້ນັກຮຽນ, ນັກສຶກສາຫຼຸດຜ່ອນການຫຼີ້ນກິນຟຸ່ມເຟືອຍ, ເນັ້ນຄຸນນະພາບຂອງການສຶກສາ, ເພີ່ມທະວີຄວາມສາມັກ ຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຄຽງຄູ່ກັບການເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ ກໍຄືລະບຽບຂໍ້ກຳນົດຕ່າງໆຂອງສະຖາບັນການສຶກສາວາງອອກ ຢ່າງເຂັ້ມງວດ.
ຂ່າວ,ພາບ: ໂອລຳ



