ວັນທີ 15 ຕຸລາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່າ ນັບ ແລະ ຊົມເຊີຍ ສະຫາຍ ເຈິ່ນ ຕ້ວນ ແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.
ໃນການຕ້ອນຮັບ, ສະຫາຍເຈິ່ນ ຕ້ວນ ແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດ ຖະກິດສູນກາງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງສອງປະທານປະເທດຫວຽດນາມ-ລາວ ໃນເດືອນມິຖຸນາ ແລະ ສິງຫາ 2021 ຜ່ານມາ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ. ສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ລວມທັງການເຂົ້າມາສະແດງຄວາມຊົມເຊີຍຂອງ ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ຈາກນັ້ນ, ກໍໄດ້ແຈ້ງໂດຍຫຍໍ້ກ່ຽວກັບການຂະຫຍາຍຕົວດ້ານການພົວພັນຮ່ວມມືເສດຖະກິດ-ການຄ້າຂອງສອງປະເທດ ໂດຍສະເພາະແມ່ນໄລຍະ 6 ເດືອນຕົ້ນປີ 2021 ໃນມູນຄ່າການຄ້າສອງສົ້ນສາມາດບັນລຸໄດ້ 56%.
ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດ ນາມ ໃນຕົ້ນປີ 2021 ທີ່ຜ່ານມາ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່. ພິເສດໃນໂອກາດນີ້, ສະຫາຍກໍໄດ້ຮັບເລືອກເປັນກຳມະການກົມການເມືອງສູນກາງພັກ ແລະ ໄດ້ຮັບການສັບຊ້ອນໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະເສດຖະກິດສູນກາງ ສິ່ງດັ່ງກ່າວ ເປັນການສະແດງໃຫ້ເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ສະຫາຍແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງສະຫາຍ ຄະນະເສດຖະກິດສູນກາງ ຈະສືບຕໍ່ເຮັດສຳເລັດໜ້າທີ່ໃນການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ ໂດຍສະເພາະໃຫ້ແກ່ກົມການເມືອງ, ເລຂາທິການສູນກາງ ໂດຍກົງ ແລະ ເປັນປະຈໍາ ໃນການສ້າງ ແລະ ກຳນົດແນວທາງ, ມາດຕະການຕ່າງໆ ທາງດ້ານເສດຖະກິດ-ສັງຄົມ ກໍຄືຈະປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 2021-2025 ກໍຄືວິໄສທັດຮອດປີ 2030 ແລະ 2045.
ພ້ອມດຽວກັນນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງກັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບທີ 4 ນີ້ ຕາມຄໍາຂວັນທີ່ວ່າ “ຕ້ານພະຍາດກໍຄືຕ້ານສັດຕູ” ເຮັດໃຫ້ປັດຈຸບັນຫວຽດນາມສາມາດຄວບຄຸມການລະບາດໃນຮອບ 4 ນີ້ໄດ້ຢ່າງມີໄຊ ຊຶ່ງປະສົບການ ແລະ ຜົນສໍາເລັດດັ່ງກ່າວໄດ້ກາຍ ເປັນບົດຮຽນທີ່ດີໃຫ້ແກ່ ສປປ ລາວ ໃນການຕໍ່ສູ້ຕ້ານພະຍາດດັ່ງກ່າວ ທີ່ພວມລະບາດຢູ່ ສປປ ລາວ ເຊັ່ນດຽວກັນ.
ຈາກນັ້ນ ສະຫາຍເອກອັກຄະລັດຖະທູດທູດ ກໍໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຂອງພວກຂ້າພະເຈົ້າຕະຫຼອດມາ ບໍ່ວ່າໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືໃນສະໄໝການປະຕິບັດສອງໜ້າທີ່ຍຸດທະສາດເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຄືປັດຈຸບັນ, ເຖິງຢູ່ຫວຽດນາມເອງກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍເພາະຕ້ອງຮັບມືກັບເຊື້ອພະຍາດເຊັ່ນດຽວກັນ ແຕ່ກໍຍັງໄດ້ບິແບ່ງການຊ່ວຍເຫຼືອຢ່າງທັນການທັງດ້ານວັດຖຸເງິນຄໍາ, ຄະນະຊ່ຽວຊານ ແລະ ອຸປະກອນການແພດຂອງ ສສ ຫວຽດນາມ ໄປຊ່ວຍ ສປປ ລາວ ຊຶ່ງເຮັດໃຫ້ວຽກງານການຕ້ານ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ລາວມີປະສິດທິຜົນຂຶ້ນ.
ນອກຈາກນັ້ນ, ທັງສອງຝ່າຍກໍໄດ້ສົນທະນາ ແລະ ປຶກສາຫາລື ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະ ຍາດໂຄວິດ 19 ຢູ່ທັງສອງປະເທດ, ການພົວພັນຮ່ວມມືທາງດ້ານການລົງທຶນ, ເສດຖະກິດການຄ້າລະຫວ່າງສອງປະເທດ ເປັນຕົ້ນ ການລົງທຶນທາງດ້ານການປູກຝັງ, ລ້ຽງສັດ ຢູ່ ສປປ ລາວ, ສະພາບການຄ້າ ແລະ ການສົ່ງອອກລະຫວ່າງສອງປະເທດ ຕາມສັນຍາທີ່ສອງປະເທດໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງ.
ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.
ຂ່າວ,ພາບ: ໂອລຳ
