ວັນທີ 29 ຕຸລາ 2021 ທີ່ ສຳນັກງານໃຫຍ່ທະນາຄານນະໂຍບາຍສັງຄົມຫວຽດນາມ ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍ ເຢືອງ ກຽດ ຖັງ (Dương Quyết Thắng), ຜູ້ອຳນວຍການໃຫຍ່ທະນາຄານ ນະໂຍບາຍສັງຄົມຫວຽດນາມ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ພົບປະເຮັດວຽກກັບທະນາຄານນະໂຍບາຍ ສັງຄົມ ຫວຽດນາມ.
ໂອກາດນີ້, ສະຫາຍ ເຢືອງ ກຽດ ຖັງ ໄດ້ແຈ້ງໃຫ້ ສະຫາຍ ແສງເພັດ ແລະ ຄະນະຊາບໂດຍຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ການນໍາເດີນທຸລະກິດຂອງທະນາໂຍບາຍສັງຄົມຫວຽດ ນາມ ກໍຄືການພົວພັນ, ຮ່ວມມື, ສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງທະນາຄານນະໂຍບາຍ ຂອງລາວ ແລະ ທະນາຄານນະໂຍບາຍສັງຄົມຫວຽດນາມ ໃນໄລຍະຜ່ານມາ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ກັບການເຕີບໃຫຍ່ຂະຫຍາຍຕົວ ແລະ ການນໍາເດີນທຸລະກິດຂອງທະນາຄານໂຍ ບາຍສັງຄົມຫວຽດນາມ ກໍຄືການພົວພັນ, ຮ່ວມມືລະຫວ່າງສອງທະນາຄານນະໂຍບາຍຂອງລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ. ພ້ອມທັງຊົມເຊີຍຕໍ່ຜົນສຳເລັດທີ່ປະຊາຊົນຫວຽດນາມອ້າຍນ້ອງທີ່ຍາດມາໄດ້ໃນການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ໂດຍສະເພາະໃນສະພາບທີ່ມີການລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ໄດ້ ສົ່ງຜົນກະທົບຢ່າງມະຫາສານໄປທົ່ວໂລກ ລວມທັງ ລາວ ແລະ ຫວຽດນາມ ແຕ່ຍ້ອນການຊີ້ນໍາ-ນໍາພາຂອງພັກ ກອມມູນິດຫວຽດນາມ ກໍຄືການບໍລິຫານຂອງລັດຖະບານ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນຫວຽດ ນາມ ຈຶ່ງເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນຈຳນວນປະເທດ ທີ່ມີການຂະຫຍາຍເສດຖະກິດເປັນບວກ (+) ຊຶ່ງ ໜຶ່ງໃນນັ້ນກໍມາຈາກການປະກອບສ່ວນ ຢ່າງຕັ້ງໜ້າຂອງທະນາຄານນະໂຍບາຍສັງຄົມຫວຽດນາມ.
ພ້ອມດຽວກັນນັ້ນ ສະຫາຍ ເອກອັກຄະລັດຖະທູດ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຢ່າງຈິງໃຈ ມາຍັງທະນາຄານນະໂຍບາຍສັງຄົມຫວຽດນາມ ຊຶ່ງໃນໄລຍະຜ່ານມາ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນ ລໍ້າຄ່າໃນການຖ່າຍທອດບົດຮຽນທາງດ້ານວິຊາສະເພາະ ກໍຄືການຊ່ວຍເຫຼືອທາງດ້ານງົບປະມານແກ່ທະນາຄານນະໂຍ ບາຍຂອງລາວຕະຫຼອດມາ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາ ຂອງ ສະຫາຍ ເຢືອງ ກຽດ ຖັງ, ທະນາຄານຈະສືບ ຕໍ່ຍາດມາໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າ ແລະ ຫວັງວ່າສອງທະນາຄານຈະສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ. ພ້ອມທັງຍືນຍັນຈະເຮັດສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຊຸກຍູ້ການພົວພັນ ຮ່ວມມືລະຫວ່າງປະເທດ ເວົ້າລວມ ເວົ້າສະເພາະແມ່ນການຮ່ວມມື ລະຫວ່າງ ສອງທະນາຄານ ໃຫ້ນັບມື້ນັບແຕກ ດອກອອກຜົນຍິ່ງໆຂຶ້ນ.
ຂ່າວ,ພາບ: ໂອລຳ

