ແຕ່ວັນທີ 04-06 ເມສາ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຮ່ວມກັບ ຄະນະກຳມາທິການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ນຳໂດຍ ສະຫາຍ ຫວູ ຫາຍ ຮ່າ, ກຳມະ ການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຄະນະກຳມາທິການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ, ພ້ອມຄະ ນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງເຊີນລາ, ເປັນກຽດຕ້ອນຮັບໂດຍ ສະຫາຍ ຫງວຽນ ຮິວ ດົງ, ກຳມະການສູນກາງພັກ, ເລຂາພັກແຂວງເຊີນລາ ພ້ອມດ້ວຍຄະນະນຳພະແນກການ ແລະ ອຳນາດການປົກຄອງເມືອງກ່ຽວຂ້ອງຂອງແຂວງເຊີນລາ ຕ້ອນຮັບຢ່າງອົບອຸ່ນ.

ໃນການຢ້ຽມຢາມຄັ້ງນີ້, ຄະນະ ໄດ້ໄປພົບປະເຮັດວຽກກັບການນຳແຂວງເຊີນລາ ໂດຍໄດ້ຮັບຟັງການລາຍງານສະພາບການພັດ ທະນາເສດຖະກິດ-ສັງຄົມ, ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະ ເທດ, ຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ຫວຽດນາມ-ລາວ ຢູ່ແຂວງເຊີນລາ ໃນປີ 2021 ແລະ ໄຕມາດ 1 ປີ 2022, ແຂວງເຊີນລາ ໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ 09 ແຂວງພາກເໜືອຂອງລາວ, ໃນນັ້ນສົກປີ 2021-2022 ມີນັກສຶກສາ ແລະ ພະນັກງານລາວກຳລັງເຊື່ອມຕໍ່ຢູ່ສະຖານບັນຕ່າງໆຂອງແຂວງຈຳນວນ 834 ຄົນ.


ໃນການພົບປະ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງແຂວງເຊີນລາ ພ້ອມທັງ ຊົມເຊີຍບັນດາຜົນ ສຳເລັດທີ່ແຂວງ ເຊີນລາ ບັນລຸໄດ້ໃນທຸກຂົງເຂດ, ພ້ອມທັງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງແຂວງ ເຊີນລາ ໃຫ້ບັນດາແຂວງພາກເໜືອຂອງລາວ, ພິເສດແມ່ນການບຳລຸງສ້າງ ນັກສຶກສາລາວ, ການຖ່າຍທອດ ແລະ ນຳໃຊ້ຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກນິກ ເຂົ້າໃນການພັດ ທະນາກະສິກຳໃຫ້ແກ່ບັນດາແຂວງພາກເໜືອຂອງລາວ. ພ້ອມທັງຫວັງຢ່າງຍິ່ງວ່າ ແຂວງ ເຊີນລາ ຈະສືບຕໍ່ເອົາໃຈໃສ່ປະສານສົມ ທົບ ແລະ ຮ່ວມມືກັບບັນດາແຂວງພາກເໜືອຂອງລາວໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ສືບຕໍ່ຊ່ວຍ ເຫຼືອແຂວງຫົວພັນໃນການຍົກລະດັບດ່ານຊາຍແດນປາຮ່າງເປັນດ່ານຊາຍແດນສາກົນ.

ນອກຈາກນັ້ນຄະນະຍັງໄດ້ເຄື່ອນ ໄຫວຢ້ຽມຊົມບ້ານລາວໂຄ ພ້ອມທັງເຂົ້າຮ່ວມສັກກະລະບູຊາວາງດອກໄມ້ທູບທຽນ ຢູ່ອານຸສອນສະຖານປະວັດສາດແຫ່ງຊາດພິເສດ ເຂດອານຸສອນສະຖານການປະຕິວັດ ລາວ-ຫວຽດນາມ, ຢ້ຽມຊົມຊາຍແດນ ປ່າຮ່າງ- ລອງເຊີບ ( ແຂວງຫົວຫັນ-ແຂວງເຊີນລາ) ແລະ ເຂດອານຸສອນສະຖານປະຫວັດສາດປະຕິດວັດຫວຽດ ນາມຈຳນວນໜຶ່ງ.

ຕອນທ້າຍຄະນະໄດ້ເຂົ້າຮ່ວມພິທີບາສີສູ່ຂວັນບຸນປີໃໝ່ລາວ ຢູ່ບ້ານຂອງ ສະຫາຍ ນາງ ຕ່ອງ ທິ ຟ້ອງ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ ທີ່ເມືອງມົກເຈົາ, ແຂວງເຊິນລາ ໂດຍມີ ການນຳແຂວງເຊີນລາ, ບັນດາຄະນະຜູ້ ແທນລັດຖະສະພາມິດຕະພາບ ຫວຽດນາມ-ລາວ, ຜູ້ຕາງໜ້າການນຳຈາກສູນກາງແນວໂຮມປະ ເທດຊາດຫວຽດນາມ, ຄະນະພະນັກງານສະຖານທູດ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ການເຄື່ອນໄຫວໃນຄັ້ງນີ້ ເປັນການສະເຫຼີມສະຫຼອງສອງວັນປະ ຫວັດສາດ ຄື: ວັນສ້າງຕັ້ງສາຍພົວ ພັນການທູດຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ ພ້ອມທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ເວົ້າລວມ ໂດຍສະເພາະ ແມ່ນ ສອງຄະນະກຳມາທິການສະພາແຫ່ງຊາດ ຫວຽດນາມ-ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ໝັ້ນຄົງຂະໜົງແກ່ນຕະ ຫຼອດໄປ.
ຂ່າວ,ພາບ: ໂອລຳ ຈັນທະວິໄລ