ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

 

ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຮ່ວມພິທີວາງພວງມະລາ, ໄຕ້ທູບທຽນຢູ່ສູສານນັກຮົບເສຍສະຫຼະຫວຽດນາມ-ລາວ ແລະ ສະຖານທີ່ທາງປະຫວັດສາດພິເສດແຫ່ງຊາດກີມລຽນ, ນາມດ່ານ ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ ແລະ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ 50​ ປີ ແຫ່ງໄຊຊະນະບັ້ນຮົບປ້ອງກັນທົ່ງໄຫຫີນ-ຊຽງຂວາງ ແລະ ບົດຮຽນປະສົບການທີ່ ແຂວງເຫງະອານ, ສສ ຫວຽດນາມ ໃນລະຫວ່າງວັນທີ 19-20 ພຶດສະພາ 2022.

ໃນວັນທີ 19 ພຶດສະພາ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະ ພະນັກງານສະຖານທູດຈຳນວນໜຶ່ງ ໄດ້ເດີນທາງໄປເຂົ້າຮ່ວມພີທີວາງພວງມະລາ, ໄຕ້ທູບທຽນຢູ່ສູສານນັກຮົບເສຍສະຫຼະຫວຽດນາມ-ລາວ ທີ່ເມືອງແອັງເຊີນ, ແຂວງເຫງະອານ ເພື່ອເປັນການສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ນັກຮົບທີ່ເສຍສະຫຼະຊີວິດ ເພຶ່ອພາລະກິດປະຕິວັດຂອງປະຊາຊົນລາວ ແລະ ຫວຽດນາມ. ພິເສດ, ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 132 ປີ (19/5/1890-19/5/2022), ສະຫາຍເອກອັກຄະລັດຖະທູດ ຍັງໄດ້ໄປເຂົ້າຮ່ວມພິທີວາງພວງມະລາ ແລະ ໄຕ້ທູບທຽນຢູ່ສະຖານທີ່ທາງປະຫວັດສາດພິເສດແຫ່ງຊາດກີມລຽນ, ນາມດ່ານ ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ ຊຶ່ງເປັນຜູ້ທີ່ຮ່ວມກັບປະທານໄກສອນ ພົມວິຫານ, ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ກໍ່ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ກາຍເປັນສາຍພົວພັນທີ່ຊື່ສັດບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ມີໜຶ່ງດຽວໃນໂລກ.

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍຄະນະ ຍັງໄດ້ໄປເຂົ້າຮ່ວມພິທີປິດງານເທສະການບ້ານດອກບົວ ພາຍໃຕ້ຫົວຂໍ້ທີ່ວ່າ “ເຫງະອານ-ບ້ານດອກບົວ ບ່ອນເກີດຂອງປະທານໂຮ່ຈີມິນນະຄອນໂຮ່ຈີມິນ-ນະຄອນຊື່ແຫ່ງທອງຄຳ” ທີ່ຈັດຂຶ້ນຢູ່ສະໜາມຫຼວງ, ແຂວງເຫງະອານ. ຈາກນັ້ນ, ໃນວັນທີ 20 ພຶດສະພາ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາ ສາດ “50 ປີ ແຫ່ງໄຊຊະນະບັ້ນຮົບປ້ອງກັນທົ່ງໄຫຫີນ-ຊຽງຂວາງ ແລະ ບົດຮຽນປະສົບການ” ຈັດໂດຍສະຖາບັນຄົ້ນຄວ້າປະຫວັດສາດກະຊວງປ້ອງກັນປະເທດຫວຽດນາມ ຮ່ວມກັບອົງຄະນະພັກ-ອຳນາດການປົກຄອງແຂວງເຫງະອານ. ໂດຍເປັນກຽດເຂົ້າຮ່ວມສະຫາຍ ພົນໂທ ເລ ຮຸຍ ວິງ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນປະທານກອງປະຊຸມຄັ້ງນີ້; ສະຫາຍ ຖາຍ ແທງ ກຸ້ຍ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຫງະອານ; ສະຫາຍ ຈິງ ວັນ ກວຽດ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ສະຫາຍ ພົນຕີ ຫງວຽນ ຢວານ ແອງ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຫົວໜ້າກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ບັນດາສະຫາຍທີ່ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ສະຖາບັນຄົ້ນຄວ້າປະຫວັດສາດ, ບັນດາກົມກອງທີ່ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ ແລະ ອະດີດທະຫານອາສາສະໝັກຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ ຢູ່ ສປປ ລາວ. ນອກ ຈາກນີ້, ກໍຍັງມີຄະນະຜູ້ແທນຈາກແຂວງຊຽງຂວາງ ນຳໂດຍ ສະຫາຍ ໂມບີ ຫາດົງຢາວ, ຮອງເລຂາຜູ້ປະຈຳການຄະນະພັກແຂວງຊຽງຂວາງ ລວມທັງພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ແມ່ນເພື່ອເປັນການລະນຶກເຖິງປະຫວັດສາດຄວາມເປັນມາຂອງບັ້ນຮົບປ້ອງກັນທົ່ງໄຫຫີນ-ຊຽງຂວາງ ແຕ່ວັນທີ 21/5-15/11/1972. ບັ້ນຮົບດັ່ງກ່າວ ເປັນຂີດໝາຍສຳຄັນທາງດ້ານປະຫວັດສາດ ຊຶ່ງເປັນການປະສານສົມທົບດ້ານແນວທາງ, ຍຸດທະສາດການສູ້ຮົບ ແລະ ຮ່ວມສຳພັນສູ້ຮົບຢ່າງມີໄຊ ລະຫວ່າງກອງທັບປົດປ່ອຍປະຊາຊົນລາວ (ໃນເມື່ອກ່ອນ) ແລະ ທະຫານອາສາສະໝັກຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ໃນການສູ້ຮົບຕ້ານພວກຈັກກະພັດ, ເປັນການສະແດງໃຫ້ເຫັນເຖິງນໍ້າໃຈເພື່ອນມິດສະຫາຍຖານອ້າຍນ້ອງ ແລະ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ພາບ ແລະ ຂ່າວ: ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ